ສູນອິນເຕີເນັດ ແຫ່ງຊາດ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ອິນເຕີເນັດ ປະຈຳປີ 2024 ຂອງ ສສ ຫວຽດນາມ (VNNIC Internet Conference)

13/06/2024

ສູນອິນເຕີເນັດ ແຫ່ງຊາດ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ອິນເຕີເນັດ ປະຈຳປີ 2024 ຂອງ ສສ ຫວຽດນາມ (VNNIC Internet Conference)

ສູນອິນເຕີເນັດ ແຫ່ງຊາດ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ອິນເຕີເນັດ ປະຈຳປີ 2024 ຂອງ ສສ ຫວຽດນາມ (VNNIC Internet Conference) ໃນລະຫວ່າງວັນທີ 05-07 ມິຖຸນາ 2024 ທີ່ນະຄອນຫຼວງ ຮ່າໂນຍ, ສສ ຫວຽດນາມ, ນຳພາຄະນະເຂົ້າຮ່ວມໂດຍ ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດ ແຫ່ງຊາດ, ພ້ອມດ້ວຍຄະນະເຂົ້າຮ່ວມ ທັງໝົດ 4 ທ່ານ.

ໃນນັ້ນ, ວັນທີ 05-06 ມິຖຸນາ 2024 ຄະນະ 2 ທ່ານ ໄດ້ເຂົ້າຮ່ວມ ຝຶກອົບຮົມ ໃນຫົວຂໍ້ IPv6 Security ໂດຍຄູຝຶກ ຈາກ ສູນເຄືອຂ່າຍຂໍ້ມູນຂ່າວສານ ເອເຊຍ-ປາຊີຟິກ (APNIC) ເພື່ອໃຫ້ຮັບຮູ້ ແລະ ເນັ້ນໜັກເຖິງນຳໃຊ້ IPv6 ເຂົ້າໃນເຄືອຂ່າຍໃຫ້ມີຄວາມປອດໄພ ຮອງຮັບການພັດທະນາ ແລະ ຫັນປ່ຽນຈາກ IPv4 ເປັນ IPv6. ວັນທີ 7 ມິຖຸນາ 2024 ຄະນະທັງໝົດຈາກ ສູນອິນເຕີເນັດ ແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມອິນເຕີເນັດ ປະຈຳປີ 2024 ຂອງ ສສ ຫວຽດນາມ ພາຍໃຕ້ຄຳຂວັນ “ຄວາມປອດໄພ ແລະ ຄວາມຍືນຍົງຂອງພື້ນຖານໂຄງລ່າງອິນເຕີເນັດ ຕໍ່ການພັດທະນາເຕັກໂນໂລຊີໃໝ່”, ໂດຍການເປັນປະທານກ່າວຕ້ອນຮັບຂອງ ທ່ານ ​ຫງວຽນ ​ຮຸຍ ​ຢຸງ (Nguyễn Huy Dũng) ຮອງ​ລັດຖະມົນຕີ ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ສສ ຫວຽດນາມ. ໃນໂອກາດດັ່ງກ່າວ, ທ່ານ ຫງວຽນ ​ຮົງ​ ຖັງ (Nguyễn Hồng Thắng), ຫົວໜ້າສູນອິນເຕີເນັດ ສສ ຫວຽດນາມ (VNNIC) ໄດ້ຂຶ້ນກ່າວ​ເປີດກອງ​ປະ​ຊຸມ​ຢ່າງເປັນທາງການ.

ກອງປະຊຸມດັ່ງກ່າວ ມີຜູ້ເຂົ້າຮ່ວມ ຈາກໜ່ວຍງານຂຶ້ນກັບ ກະຊວງຖະແຫຼງຂ່າວ ແລະ ສື່ສານ; ພະແນກຖະແຫລງຂ່າວ ແລະ ສື່ສານ; ອົງການທີ່ຮັບຜິດຊອບວຽກງານໄອທີຢູ່ກະຊວງ, ສາຂາ; ທຸລະກິດໃຫ້ບໍລິການອິນເຕີເນັດ, ມືຖື, Cloud, ສະມາຊິກເຊື່ອມຕໍ່ VNIX, ສະມາຊິກ ເລກໝາຍອິນເຕີເນັດ ຂອງຫວຽດນາມ; “.vn” ຊື່ ໂດ ເມນ Registrars; ອາຈານ, ນັກສຶກສາຂອງມະຫາວິທະຍາໄລເຕັກໂນໂລຊີຫວຽດນາມ, ອົງການຈັດຕັ້ງ; ສະມາຄົມອິນເຕີເນັດພາຍໃນ ແລະ ພາກພື້ນ ພ້ອມທັງຊຽວຊານ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໃນ​ຂົງ​ເຂດ​ອິນ​ເຕີ​ເນັດ ຫຼາຍກວ່າ 400 ຄົນ.

ໃນກອງປະຊຸມ ດັ່ງກ່າວ ສູນອິນເຕີເນັດ ແຫ່ງຊາດ ໄດ້ຮັບການເຊີນເຂົ້າຮ່ວມກອງປະຊຸມສະເພາະ ສະມາຄົມ ເລກໝາຍເອິນເຕີເນັດ ຮຸ່ນທີ 6 ອາຊີ-ປາຊີຟິກ (Asia-Pacific IPv6 Council), ແລະ ໄດ້ໂອກາດພົບປະ ປຶກສາຫາລື ແລກປ່ຽນ ສອງຝ່າຍ ກັບ KRNIC ຂອງ ເກົາຫຼີ ເພື່ອຮ່ວມກັນສຶກສາຄວາມເປັນໄປໃນຮ່ວມມືໃນອະນາຄົດ ໃນການພັດທະນາ .LA ເພື່ອໃຫ້ບໍລິການໃນປະເທດ ແລະ ຕ່າງປະເທດ. ພ້ອມດຽວກັນນັ້ນ ຍັງໄດ້ໄປທັດສະນະ ຢ້ຽມຢາມ ບໍລິສັດ GMO Runsystem ຂອງ ຫວຽດນາມ ໃນການຮ່ວມມື ສຶກສາພັດທະນາ ປັນຍາປະດິດ (AI) ກັບພາສາລາວ ເພື່ອຊຸກຍູ້ໃຫ້ການສ້າງເນື້ອໃນ (Content) ເປັນພາສາລາວ ເທີງອິນເຕີເນັດ ມີການເພີ່ມຂື້ນ.

 

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day