ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC

31/03/2022

ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC

      ໃນໄລຍະຜ່ານມາ ການນໍາໃຊ້ອິນເຕີເນັດ ໄດ້ເພີ່ມຂຶ້ນແບບກ້າວກະໂດດ ແລະ ຍັງມີທ່າອ່ຽງເພີ່ມຂຶ້ນໄປເລື້ອຍໆ, ເຊິ່ງຖືວ່າເປັນປັດໄຈຕົ້ນຕໍ ທີ່ອໍານວຍຄວາມສະດວກໃຫ້ແກ່ການດໍາລົງຊີວິດ ໄດ້ມີການນໍາໃຊ້ຢ່າງກວ້າງຂວາງ ແລະ ເຂົ້າເຖິງງ່າຍ ເຊິ່ງສາມາດເອີ້ນໄດ້ວ່າເປັນເຄືອຂ່າຍຄອມພິວເຕີທີ່ເຊື່ອມໂຍງຄົນເຮົາເຂົ້າຫາກັນ. ການເຊື່ອມໂຍງກັນຂອງແຕ່ລະອຸປະກອນທີ່ນໍາໃຊ້ອິນເຕີເນັດ ຈະຕ້ອງມີ ເລກໝາຍອິນເຕີເນັດ (Internet Protocol Address ຫຼື IP Address) ປະຈໍາເຄື່ອງ ເພື່ອຈໍາແນກແຕ່ລະອຸປະກອນ ທີ່ມີການເຊື່ອມຕໍ່ໃນເຄືອຂ່າຍດຽວກັນ ຫຼື ຈະເປັນການເຊື່ອມຕໍ່ນອກເຄືອຂ່າຍ. ໃນປະຈຸບັນ ອົງການຈັດສັນເລກໝາຍອິນເຕີເນັດສາກົນ (Internet Assigned Numbers Authority, IANA) ເປັນຜູ້ຈັດສັນ ແລະ ຄຸ້ມຄອງເລກໝາຍອິນເຕີເນັດໃນທົ່ວໂລກ ໂດຍມອບໃຫ້ ສູນເຄືອຂ່າຍຂໍ້ມູນຂ່າວສານ ອາຊີ-ປາຊີຟິກ (Asia-Pacific Network Information Centre, APNIC) ເປັນຜູ້ຮັບຜິດຊອບ ໃນການຈັດສັນ ແລະ ຄຸ້ມຄອງເລກໝາຍອິນເຕີເນັດ ໃນພາກພື້ນອາຊີ-ປາຊີຟິກ.

      ດັ່ງນັ້ນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ເຫັນຄວາມຈໍາເປັນ ແລະ ສິ່ງທ້າທາຍ ໃນການຈັດສັນ ແລະ ຄຸ້ມຄອງເລກໝາຍອິນເຕີເນັດ ໃນ ສປປ ລາວ, ຈຶ່ງໄດ້ມອບໃຫ້ ສູນອິນເຕີເນັດ ແຫ່ງຊາດ (ສອຊ ຫຼື LANIC) ຮັບຜິດຊອບວຽກງານດ່ັງກ່າວ, ພ້ອມທັງຮ່ວມມືກັບ APNIC ເພື່ອເປັນຕົວແທນໃນການສະໝັກສະມາຊິກ ແລະ ຂໍນໍາໃຊ້ ເລກໝາຍອິນເຕີເນັດ ສໍາລັບ ຜູ້ຊົມໃຊ້ໃນ ສປປ ລາວ ເປັນຕົ້ນ ບັນດາ ກະຊວງ, ອົງການ, ທະນາຄານ, ສະຖາບັນການສຶກສາ, ບໍລິສັດ ແລະ ທຸກພາກສ່ວນ ທີ່ມີຄວາມຕ້ອງການນໍາໃຊ້ເລກໝາຍອິນເຕີເນັດ.

      ການນໍາໃຊ້ ເລກໝາຍ ອິນເຕີເນັດ ມີ 2 ແບບຄື: ເລກໝາຍອິນເຕີເນັດ ຮຸ່ນທີ 4 (IPv4) ແລະ ເລກໝາຍອິນເຕີເນັດ ຮຸ່ນທີ 6 (IPv6). ໃນປະຈຸບັນ ຈໍານວນ IPv4 ແມ່ນມີຄວາມຈໍາກັດຫຼາຍ ດ້ວຍເຫດນັ້ນ ອຸປະກອນລຸ້ນໃໝ່ທີ່ຜະລິດອອກມາ ສ່ວນຫຼາຍແມ່ນຮອງຮັບ IPv6 ທັງໝົດແລ້ວ.

      ສໍາລັບ ສປປ ລາວ ລັດ ຊຸກຍູ້, ສົ່ງເສີມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ສຶກສາຄົ້ນຄວ້າ, ພັດທະນາ, ຫັນປ່ຽນ ແລະ ນຳໃຊ້ເລກໝາຍອິນເຕີເນັດຮຸ່ນທີ 6 (IPv6) ເຂົ້າໃນເຄືອຂ່າຍໂທລະຄົມມະນາຄົມ, ເຄືອຂ່າຍອິນເຕີເນັດ, ອຸປະກອນແມ່ຂ່າຍ (Server, Cloud Computing, Hosting), ຊອບແວ, ລະຫັດຊື່ອິນເຕີເນັດ, ອຸປະກອນອິນເຕີເນັດຊັບພະສິ່ງ (Internet of Thing, IoT), ລະບົບເຮືອນອັດສະລິຍະ (Smart Home), ລະບົບເມືອງອັດສະລິຍະ (Smart City) ແລະ ລະບົບເຕັກນິກອື່ນໆ ທີ່ກ່ຽວຂ້ອງກັບວຽກງານ ແລະ ການບໍລິການ ຂອງຕົນ ເພື່ອຮັບປະກັນໃຫ້ສາມາດມີເລກໝາຍອິນເຕີເນັດ ເຂົ້າໃນການນໍາໃຊ້ການຂະຫຍາຍລະບົບເຄືອຂ່າຍ ແລະ ລະບົບເຕັກນິກໃນອະນາຄົດ, ໃຫ້ມີຄວາມປອດໄພ, ເປັນເອກະພາບ, ມີປະສິດທິພາບ-ມີປະສິດທິຜົນ ແລະ ສາມາດເຊື່ອມຕໍ່ເຄືອຂ່າຍອິນເຕີເນັດຂອງ ສປປ ລາວ ກັບ ພາກພື້ນ ແລະ ສາກົນ, ເພື່ອກຽມຄວາມພ້ອມໃນການກ້າວເຂົ້າສູ່ຍຸກອຸດສະຫະກໍາ 4.0, ການຫັນເປັນດິຈິຕອນ, ການພັດທະນາເສດຖະກິດດິຈິຕອນ.

 

 

ຂ່າວໂດຍ: ສອຊ

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day