ກອງປະຊຸມສໍາມະນາ ການສ້າງ ທີ່ຢູ່ຈົດໝາຍເອເລັກໂຕຣນິກ ດ້ວຍລະຫັດຊື່ອິນເຕີເນັດສູງສຸດ ແຫ່ງຊາດ ພາສາທ້ອງຖິ່ນ .ລາວ

24/05/2024

ກອງປະຊຸມສໍາມະນາ ການສ້າງ ທີ່ຢູ່ຈົດໝາຍເອເລັກໂຕຣນິກ ດ້ວຍລະຫັດຊື່ອິນເຕີເນັດສູງສຸດ ແຫ່ງຊາດ ພາສາທ້ອງຖິ່ນ .ລາວ

ໃນຕອນເຊົ້າຂອງວັນທີ 23 ພຶດສະພາ 2024, ທີ່ສູນອິນເຕີເນັດ ແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດ ກອງປະຊຸມສໍາມະນາ ການສ້າງ ທີ່ຢູ່ຈົດໝາຍເອເລັກໂຕຣນິກ ດ້ວຍລະຫັດຊື່ອິນເຕີເນັດສູງສຸດ ແຫ່ງຊາດ ພາສາທ້ອງຖິ່ນ .ລາວ (UA Adoption: Establishing E-mail address under IDN ccTLD .ລາວ) ພາຍໃຕ້ກິດຈະກຳຂອງ ຄະນະກຳມະການຂັບເຄື່ອນການຍອມຮັບລະຫັດຊື່ອິນເຕີເນັດທຸກພາສາ (ຫຼື Universal Acceptance Steering Group, UASG) ຮ່ວມກັບອົງການຄຸ້ມຄອງຊັບພະຍາກອນອິນເຕີເນັດ ສາກົນ (ICANN) ໂດຍການເປັນປະທານຮ່ວມຂອງ ທ່ານ ມີນາໄຊ ພິລາວົງ, ຫົວໜ້າສູນອິນເຕີເນັດ ແຫ່ງຊາດ ແລະ ທ່ານ ນາງ ຢຽນ ຊິນ ຕັນ (Yien-Chyn Tan), ຜູ້ຈັດການອາວຸໂສວຽກງານພົວພັນ ຂອງອົງການ ICANN ປະຈຳພາກພື້ນອາຊີປາຊີຟິກ, ຊຶ່ງມີຜູ້ເຂົ້າຮ່ວມຕາງໜ້າຈາກອົງການ ICANN, ຈາກບັນດາກົມອ້ອມຂ້າງ ກະຊວງ ຕສ, ຈາກບັນດາກະຊວງ, ອົງການ, ທະນາຄານ, ສະຖາບັນການສຶກສາ, ບັນດາບໍລິສັດ ທີ່ກ່ຽວຂ້ອງ ແລະ ນອກນັ້ນຍັງມີ ພະແນກ ຕສ ແຂວງ ທົ່ວປະເທດ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ຫຼາຍກ່ວາ 70 ທ່ານ.

Universal Acceptance (UA) ຫຼື ການຍອມຮັບໃນສາກົນ, ແມ່ນເງື່ອນໄຂພື້ນຖານທີ່ສຸດ ເພື່ອຈະກ້າວໄປສູ່ຫຼັກການອິນເຕີເນັດແບບສາກົນ ແລະ ຮອງຮັບທຸກພາສາ. ໃນສະຖິຕິປັດຈຸບັນ, ມີຜູ້ໃຊ້ອິນເຕີເນັດ ປະມານ 5 ຕື້ຄົນ ໃນທົ່ວໂລກ ແລະ ຍັງມີການຄາດຄະເນ ຈະມີການເພີ່ມຂຶ້ນຢ່າງໜ້ອຍ 1 ຕື້ຄົນ ທີ່ຈະເຊື່ອມຕໍ່ເຂົ້າລະບົບອອນລາຍ. ໃນບັນດາຜູ້ຊົມໃຊ້ໃໝ່ນີ້, ສ່ວນໃຫຍ່ ແມ່ນນຳໃຊ້ພາສາອື່ນໆ ທີ່ບໍ່ແມ່ນພາສາອັງກິດ ໃນການປາກເວົ້າ ແລະ ຂີດຂຽນ. ສະນັ້ນ, ການເຮັດໃຫ້ຫຼັກການ UA ສຳເລັດແມ່ນຈະຮັບປະກັນໃຫ້ທຸກໆຄົນ ມີຄວາມອາດສາມາດ ນຳໃຊ້ ແລະ ຮັບຮູ້ເຖິງ ຜົນປະໂຫຍດສູງສຸດ ຂອງການນຳໃຊ້ອິນເຕີເນັດ ໃນການພັດທະນາເສດຖະກິດ ແລະ ສັງຄົມ ໂດຍຜ່ານການນຳໃຊ້ ລະຫັດຊື່ອິນເຕີເນັດ ແລະ ລະຫັດຊື່ອີເມວ ພາສາຕ່າງໆ ທີ່ເໝາະສົມກັບ ວັດທະນະທຳ, ທຸລະກິດ, ພາສາ ແລະ ຕົວອັກສອນ ຂອງຕົນເອງ.

         ລະບົບລະຫັດຊື່ອິນເຕີເນັດ ຫຼື Domain Name System (DNS) ແມ່ນມີການຂະຫຍາຍຕົວຢ່າງຫຼວງຫຼາຍ ແລະ ໄວວາ ໃນໄລຍະຜ່ານມາ ໂດຍສະເພາະ ຫຼັງຈາກເປີດນຳໃຊ້ ລະຫັດຊື່ອິນເຕີເນັດສູງສູດທົ່ວໄປແບບໃໝ່ ຫຼື new generic top-level domains, ເປັນຕົ້ນ: ລະຫັດຊື່ອິນເຕີເນັດພາສາທ້ອງຖິ່ນ ຫຼື Internationalized Domain Names (IDNs) ແລະ ລະຫັດຊື່ອິນເຕີເນັດສູງສຸດແຫ່ງຊາດ ຫຼື country code top-level domains (ccTLDs). ໃນວຽກງານດຽວກັນນີ້, ສປປ ລາວ ກໍ່ມີ ລະຫັດຊື່ອິນເຕີເນັດສູງສຸດແຫ່ງຊາດ .LA ນັບຕັ້ງແຕ່ກາງຊຸມປີ 1990 ແລະ ໄດ້ຮັບການໂອນຍ້າຍລະບົບຄຸ້ມຄອງມາຢູ່ນຳ ສູນອິນເຕີເນັດແຫ່ງຊາດ ນັບແຕ່ປີ 2016 ເປັນຕົ້ນມາ. ພ້ອມນັ້ນ ກໍໄດ້ສຳເລັດການເປີດນຳໃຊ້ ລະຫັດຊື່ອິນເຕີເນັດພາສາທ້ອງຖິ່ນ .ລາວ ໃນປີ 2020. ພ້ອມທັງໄດ້ເປັນເຈົ້າການໃນການເຮັດຄົ້ນຄວ້າຮ່ວມກັບກຸ່ມບັນດາປະເທດອາຊຽນ ກ່ຽວກັບສະພາບການນຳໃຊ້ ແລະ ການສົ່ງເສີມ ລະຫັດຊື່ອິນເຕີເນັດພາສາທ້ອງຖິ່ນ ແລະ ການຍອມຮັບໃນສາກົນ ແລະ ໃນປີ 2023 ສູນອິນເຕີເນັດແຫ່ງຊາດ ໄດ້ຈັດກອງປະຊຸມສະເຫຼີມສະຫຼອງ ການຍອມຮັບລະຫັດຊື່ອິນເຕີເນັດພາສາລາວ (.ລາວ) ແລະ ທຸກພາສາໃນທົ່ວໂລກ (Celebration of the Universal Acceptance (UA) Day). 

ໃນການສະເຫຼີມສະຫຼອງວັນ UA Day ສາກົນ, ໃນປີ 2024 ນີ້ ສູນອິນເຕີເນັດແຫ່ງຊາດ ໄດ້ຈັດງານດັ່ງກ່າວນີ້ເພື່ອຮ່ວມສ້າງຈິດສຳນຶກ ແລະ ສົ່ງເສີມການນຳໃຊ້ລະຫັດຊື່ອິນເຕີເນັດ ພາສາທ້ອງຖິ່ນ, ຊຶ່ງໄດ້ຮັບກຽດບັນຍາຍໂດຍ ທ່ານ ນາງ ຢຽນ ຊິນ ຕັນ (Yien-Chyn Tan), ຜູ້ຈັດການອາວຸໂສວຽກງານພົວພັນ ຂອງອົງການ ICANN ປະຈຳພາກພື້ນອາຊີປາຊີຟິກ ແລະ ທ່ານ ນາງ ພິທິນັນ ຄູອະມອນພັດທະນາ (Pitinan Kooarmornpatana), ຜູ້ຈັດການອາວຸໂສ ວຽກງານລະຫັດຊື່ອິນເຕີເນັດພາສາທ້ອງຖິ່ນ ຂອງອົງການ ICANN ແລະ ການສົ່ງເສີມລະຫັດຊື່ອິນເຕີເນັດພາສາທ້ອງຖິ່ນ (.ລາວ) ກໍ່ຖືເປັນວຽກງານໜຶ່ງທີ່ມີຄວາມສຳຄັນໃນການຫັນເປັນເສດຖະກິດດິຈິຕອນ, ດັ່ງນັ້ນຈຶ່ງໄດ້ຮັບກຽດນຳສະເໜີໂດຍ ທ່ານ ນາງ ສຸວັນນີ ໄຊສົງຄາມ, ຫົວໜ້າພະແນກ ລະຫັດຊື່ອິນເຕີເນັດສຸງສຸດ ແຫ່ງຊາດ ແລະ ນອກນັ້ນຍັງໄດ້ແນະນຳວິທີ ຂັ້ນຕອນການຕິດຕັ້ງລະຫັດຊື່ອິນເຕີເນັດສູງສຸດ ພາສາທ້ອງຖິ່ນ .ລາວ ເຂົ້າໃນລະບົບອີເມວ ຂື້ນແນະນຳໂດຍ ທ່ານ ທົງໄຊ ພຸດທະວົງສີ, ຮອງຫົວໜ້າພະແນກ ລະຫັດຊື່ອິນເຕີເນັດສຸງສຸດແຫ່ງຊາດ, ຜູ້ເຂົ້າຮ່ວມຝຶກອົບຮົມນີ້ ແມ່ນຈະມີຕາງໜ້າຈາກນາຍທະບຽນ ແລະ ພະນັກງານເຕັກນິກ ທີ່ເຮັດວຽກກ່ຽວຂ້ອງກັບການຄຸ້ມຄອງລະບົບອີເມວ ຂອງອົງການຈັດຕັ້ງຕ່າງໆ.

 

ຂ່າວໂດຍ: ສູນອິນເຕີເນັດ ແຫ່ງຊາດ

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day