ຄະນະຄູອາຈານ ແລະ ນັກຮຽນຊັ້ນມັດທະຍົມ 5 ແລະ 6 ໂຮງຮຽນ ກຽດຕິສັກ ນານາຊາດ ທັດສະນະສຶກສາ ທີ່ ສູນອິນເຕີເນັດ ແຫ່ງຊາດ ໃນວັນທີ 22 ກຸມພາ 2024

22/02/2024

ຄະນະຄູອາຈານ ແລະ ນັກຮຽນຊັ້ນມັດທະຍົມ 5 ແລະ 6 ໂຮງຮຽນ ກຽດຕິສັກ ນານາຊາດ ທັດສະນະສຶກສາ ທີ່ ສູນອິນເຕີເນັດ ແຫ່ງຊາດ ໃນວັນທີ 22 ກຸມພາ 2024

ຄະນະຄູອາຈານ 3 ທ່ານ ແລະ ນັກຮຽນຊັ້ນມັດທະຍົມ 5 ແລະ 6 ຈຳນວນ 36 ນ້ອງ ຂອງ ໂຮງຮຽນ ກຽດຕິສັກ ນານາຊາດ ໄດ້ມາ ທັດສະນະສຶກສາ ສູນອິນເຕີເນັດ ແຫ່ງຊາດ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃນວັນທີ 22 ກຸມພາ 2024, ໂດຍໃຫ້ກຽດຕ້ອນຮັບໂດຍ ທ່ານ ໄຊສົມຫວັງ ສຸວັນນະວົງ ຮອງຫົວໜ້າສູນ ອິນເຕີເນັດ ແຫ່ງຊາດ ພ້ອມດ້ວຍບັນດາຄະນະພະແນກ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ໄຊສົມຫວັງ ສຸວັນນະວົງ ໄດ້ໃຫ້ກຽດກ່າວຕ້ອນຮັບ ແລະ ນຳສະເໜີ ກ່ຽວກັບພາລະບົດບາດ ວຽກງານ ຂອງ ສູນອິນເຕີເນັດ ແຫ່ງຊາດ, ພ້ອມທັງ ໄດ້ອະທິບາຍຄວາມຮູ້ພື້ນຖານກ່ຽວກັບ ອິນເຕີເນັດ, ສື່ສັງຄົມອອນລາຍ ແລະ ການມີສະຕິລະວັງຕົວ ໃນການນຳໃຊ້ເຄື່ອງມື ແລະ ເຕັກໂນໂລຊີຕ່າງໆ ໃຫ້ມີຄວາມປອດໄພ. ພ້ອມດຽວກັນນັ້ນ ຄະນະຄູອາຈານ ແລະ ນ້ອງນັກຮຽນ ຍັງໄດ້ເຂົ້າທັດສະນະ ຢ້ຽມຢາມ ຫ້ອງສູນຂໍ້ມູນ ຂອງ ສູນຂໍ້ມູນແຫ່ງຊາດ ເພື່ອໃຫ້ໄດ້ເຫັນຕົວຈິງ ບັນດາໂຄງລ່າງພື້ນຖານລະບົບເຕັກນິກ ສ້າງຄວາມຮັບຮູ້ພື້ນຖານໄອຊີທີ ແລະ ດິຈິຕອນ ດ້ານເຕັກນິກ, ເຮັດໃຫ້ນ້ອງໆນັກຮຽນ ເຕີບໃຫຍ່ເປັນອະນາຄົດຂອງຊາດ ທີ່ມີທັກສະພື້ນຖານທາງດ້ານດິຈິຕອນ, ປະກອບສ່ວນເຂົ້າໃນຍຸດທະສາດການພັດທະນາບຸກຄະລາກອນທາງດ້ານດິຈິຕອນຂອງຊາດ.

ບົດຂ່າວ ແລະ ຮູບພາບ ສອຊ

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day