18/01/2024

ໃນຕອນເຊົ້າຂອງວັນທີ 08 ມັງກອນ 2024, ທີ່ຫ້ອງປະຊຸມໃຫຍ່ ສູນອິນເຕີເນັດ ແຫ່ງຊາດ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ມີພິທີ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2023 ແລະ ທິດທາງ ແຜນການປະຈຳປີ 2024. ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ມີນາໄຊ ພິລາວົງ ຄະນະພັກກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ເລຂາໜ່ວຍພັກ ສູນອິນເຕີເນັດແຫ່ງຊາດ, ຫົວໜ້າ ສູນອິນເຕີເນັດ ແຫ່ງຊາດ, ມີຄະນະສູນ, ຄະນະພະແນກ, ພ້ອມດ້ວຍພະນັກງານວິຊາການພາຍໃນ ສູນອິນເຕີເນັດ ແຫ່ງຊາດກໍ່ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງກັນ.
ໃນພິທີດັ່ງກ່າວ, ທ່ານ ພົມມະທັດ ພູມະນີວົງ ຮອງຫົວໜ້າ ສູນອິນເຕີເນັດ ແຫ່ງຊາດກໍ່ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2023 ແລະ ທິດທາງ ແຜນການປະຈຳປີ 2024.
ຈຸດປະສົງ ໃນການຈັດຕັ້ງພິທີດັ່ງກ່າວກໍ່ເພື່ອ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2023 ແລະ ທິດທາງ ແຜນການປະຈຳປີ 2024 ແລະ ຍ້ອງຍໍຜົນງານຂອງການປະຕິບັດວຽກງານໃນໄລຍະປີຜ່ານມາ.