ຫົວໜ້າສູນອິນເຕີເນັດແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຢາມ ແລະ ປະຊຸມປຶກສາຫາລື ກ່ຽວກັບໂຄງການ ທີ່ປຶກສາເພື່ອຍົກລະດັບ ລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຂອງ ສປປ ລາວ ຊ່ຽວຊານຈາກ ສະຖາບັນການພັດທະນາເກົາຫຼີ (KDI)

07/11/2023

ຫົວໜ້າສູນອິນເຕີເນັດແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຢາມ ແລະ ປະຊຸມປຶກສາຫາລື ກ່ຽວກັບໂຄງການ ທີ່ປຶກສາເພື່ອຍົກລະດັບ ລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຂອງ ສປປ ລາວ ຊ່ຽວຊານຈາກ ສະຖາບັນການພັດທະນາເກົາຫຼີ (KDI)

ໃນຕອນເຊົ້າຂອງວັນທີ 31 ຕຸລາ 2023 ນີ້, ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດ ແຫ່ງຊາດ (ສອຊ)  ໄດ້ຕ້ອນຮັບການເຂົ້າຢ້ຽມຢາມ ຂອງຄະນະຜູ້ຊ່ຽວຊານຈາກ ສະຖາບັນການພັດທະນາເກົາຫຼີ (KDI) ແລະ ປະຊຸມປຶກສາຫາລື ກ່ຽວກັບໂຄງການ ທີ່ປຶກສາເພື່ອຍົກລະດັບ ລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຂອງ ສປປ ລາວ. ໂຄງການດັ່ງກ່າວນີ້ ເປັນໂຄງການຊ່ວຍເຫຼືອຫຼ້າ (ODA) ໃນນາມຂອງລັດຖະບານເກົາຫຼີ ໃນແຄັມເປນ 2023/24 Knowledge Sharing Program (KSP) ໃນຫົວຂໍ້ Consultation for Improvement of Lao National Certificate Authentication’ ທີ່ທາງ ສອຊ ໄດ້ຂຽນໂຄງການສະເໜີຂໍການຊ່ວຍເຫຼືອໄປ ໃນປີ 2021, ປັດຈຸບັນ ໄດ້ຖືກອະນຸມັດ ແລະ ຈະເລີ່ມຈັດຕັ້ງປະຕິບັດໃນສົກປີ 2023-2024.

ສອຊ ແມ່ນໄດ້ ເລີ່ມສ້າງຕັ້ງສູນຮັບຮອງລາຍເຊັນເອເລັກໂຕຣນິກ ແຫ່ງຊາດ (NRCA) ຕັ້ງແຕ່ປີ 2018, ແຕ່ ການຮັບຮອງທາງເອເລັກໂຕຣນິກ ແມ່ນຍັງເປັນສິ່ງທີ່ໃຫມ່ ແລະ ເປັນສິ່ງທີ່ທ້າທາຍ ສຳລັບ ສປປ ລາວ ເຊິ່ງເປັນປະເທດທີ່ກຳລັງພັດທະນາ. ໃນຍຸກດິຈິຕ໋ອນນີ້ ການຮັບຮອງຄວາມຖືກຕ້ອງທາງເອເລັກໂຕຣນິກ ແມ່ນສຳຄັນຫຼາຍ ໂດຍສະເພາະການເຮັດທຸລະກຳຜ່ານອິນເຕີເນັດ. ສອຊ ແມ່ນເຫັນໄດ້ເຖິງຈຳເປັນ ແລະ ຄວາມປອດໄພຂອງການນຳໃຊ້ຂໍ້ມຸນຂ່າວສານຜ່ານອິນເຕີເນັດ ຈິ່ງໄດ້ສ້າງສູນຮັບຮອງລາຍເຊັນເອເລັກໂຕຣນິກ ແຫ່ງຊາດ ຂຶ້ນມາເພື່ອເປັນສື່ສານໃນການຮັບຮອງຄວາມຖືກຕ້ອງທາງເອເລັກໂຕຣນີກ ແລະ ຈະສືບຕໍ່ພັດທະນາໃຫ້ລະບົບດັ່ງກ່າວ ມີປະສິດທິພາບທຽບເທົ່າສາກົນ. 

ໂຄງການ ທີ່ປຶກສາເພື່ອຍົກລະດັບ ລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຂອງ ສປປ ລາວນີ້ ບໍ່ພຽງແຕ່ມີຈຸດປະສົງ ເພື່ອຍົກລະດັບລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ (CA) ຂອງລາວ ໃຫ້ມີປະສິດທິພາບສູງຂຶ້ນ ແຕ່ຍັງເປັນອີກໜຶ່ງໂຄງການ ທີ່ໄດ້ປະກອບສ່ວນອັນສຳຄັນ ການໃນສ້າງສາພັດທະນາປະເທດຊາດ ໃນດ້ານການຫັນເປັນດິຈິຕອນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ 2 ປະເທດ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.

ພາບ ແລະ ຂ່າວ: ສອຊ

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day