17/10/2022

ສູນອິນເຕີເນັດ ແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເປີດຊຸດຝຶກອົບຮົມການນຳໃຊ້ລາຍເຊັນເອເລັກໂຕຣນິກ ແບບ Softkey ໃຫ້ແກ່ພະນັກງານ - ລັດຖະກອນ ຂັ້ນພະແນກ ຂອງບັນດາກົມ/ທຽບເທົ່າ ພາຍໃນ ກະຊວງ ຂຶ້ນໃນວັນທີ 04-05 ຕຸລາ 2022 ທີ່ຜ່ານມານີ້, ທີ່ ຫ້ອງປະຊຸມໃຫຍ່ ສູນອິນເຕີເນັດ ແຫ່ງຊາດ. ໂດຍການເປັນປະທານກ່າວເປີດຂອງ ທ່ານ ພອນສະຫວັດ ຄົງສະຫວັດ, ຮອງຫົວໜ້າ ສູນອິນເຕີເນັດ ແຫ່ງຊາດ ເຊິ່ງໄດ້ຈັດແບ່ງເປັນ 4 ຊຸດຝຶກອົບຮົມ ແລະ ມີຜູ້ເຂົ້າຮ່ວມ ຈາກບັນດາກົມ/ທຽບເທົ່າ ທັງໝົດ ຈໍານວນ 109 ທ່ານ.
ການຝຶກອົບຮົມການນຳໃຊ້ລາຍເຊັນເອເລັກໂຕຣນິກ ແບບ Softkey ໃນຄັ້ງນີ້ ແມ່ນວຽກງານໜຶ່ງທີ່ທາງພະແນກ ສູນຮັບຮອງລາຍເຊັນເອເລັກໂຕຣນິກ ແຫ່ງຊາດ, ສູນອິນເຕີເນັດ ແຫ່ງຊາດເຫັນໄດ້ເຖິງຄວາມໝາຍຄວາມສໍາຄັນ ເພື່ອເປັນການຍົກລະດັບຄວາມຮູ້ ຄວາມສາມາດ ແລະ ເສີມສ້າງຄວາມຮູ້ຄວາມເຂົ້າໃຈໃຫ້ແກ່ພະນັກງານຂັ້ນພະແນກ ພາຍໃນ ກຕສ ຮູ້ຫຼັກການພື້ນຖານໃນການນຳໃຊ້, ຂັ້ນຕອນການຕິດຕັ້ງໂປຣແກຣມລົງລາຍເຊັນ ລວມໄປເຖິງ ຂອບເຂດຂອງການນຳໃຊ້ລາຍເຊັນເອເລັກໂຕຣນິກ ແບບ Softkey ເພື່ອໃຫ້ສາມາດນຳໄປໝູນໃຊ້ເຂົ້າໃນວຽກງານການລົງລາຍເຊັນຂອງຕົນໄດ້.
ຜູ້ເຂົ້າຮ່ວມຝຶກອົບຮົມໄດ້ຮັບຟັງການນໍາສະເໜີພາບລວມຂອງລະບົບລາຍເຊັນເອເລັກໂຕຣນິກ ແບບ Softkey, ວິທີການດາ່ວໂຫຼດ, ຕິດຕັ້ງ ແລະ ນຳໃຊ້ Plugin Virtual CSP ແລະ App Gov Softkey ພ້ອມກັນນັ້ນ ຍັງມີການສາທິດການລົງລາຍເຊັນເອເລັກໂຕຣນິກໃນເອກະສານ PDF ຜ່ານໂປຣແກຣມ Adobe Acrobat Reader DC ແລະ ການແນະນຳໃນການກວດກາລາຍເຊັນເອເລັກໂຕຣນິກທີ່ຖືກຕ້ອງ ໂດຍ ນັກວິທະຍາກອນຈາກ ພະແນກ ສູນຮັບຮອງລາຍເຊັນເອເລັກໂຕຣນິກ ແຫ່ງຊາດ, ສູນອິນເຕີເນັດ ແຫ່ງຊາດ ເປັນຜູ້ບັນລະຍາຍ ແລະ ທົດລອງການປະຕິບັດຕົວຈິງ ພ້ອມດ້ວຍທີມງານທີ່ຕິດຕາມໃຫ້ຄຳແນະນຳ ແກ່ນັກສຳມະນາກອນທີ່ເຂົ້າຮ່ວມຝຶກໃນຄັ້ງນີ້.
ກອງປະຊຸມ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີຄວາມໝາຍ ເຊິ່ງຜ່ານການຝຶກອົບຮົມ ເຫັນໄດ້ວ່ານັກສໍາມະນາກອນ ມີຄວາມສົນໃຈ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າໃນການຝຶກ ໂດຍໄດ້ສະແດງອອກຈາກການແລກປ່ຽນຄວາມຄິດເຫັນ ຕໍ່ບັນດາຫົວຂໍ້ ຢ່າງມີລັກສະນະສ້າງສັນ ເຮັດໃຫ້ບັນຍາກາດໃນການຝຶກອົບຮົມເປັນໄປດ້ວຍຄວາມຟົດຟື້ນ ແລະ ດໍາເນີນໄປດ້ວຍຜົນສໍາເລັດຢ່າງຈົບງາມ.
ພາບ ແລະ ຂ່າວ: ພະແນກ ສູນຮັບຮອງລາຍເຊັນ ເອເລັກໂຕຣນິກ ແຫ່ງຊາດ, ສູນອິນເຕີເນັດ ແຫ່ງຊາດ.