ສູນອິນເຕີເນັດແຫ່ງຊາດ ຈັດສຳມະນາກ່ຽວກັບການພັດທະນາເລກໝາຍອິນເຕີເນັດຮຸ່ນທີ 6 (IPv6)

28/10/2026

ສູນອິນເຕີເນັດແຫ່ງຊາດ ຈັດສຳມະນາກ່ຽວກັບການພັດທະນາເລກໝາຍອິນເຕີເນັດຮຸ່ນທີ 6 (IPv6)

ໃນວັນທີ 21 ຕຸລາ 2026, ສູນອິນເຕີເນັດແຫ່ງຊາດ (ສອຊ), ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໄດ້ຈັດສຳມະນາຫົວຂໍ້ “ການພັດທະນາເລກໝາຍອິນເຕີເນັດຮຸ່ນທີ 6 (IPv6)”.

ໂດຍມີທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດແຫ່ງຊາດ ສປ ລາວ ແລະ ທ່ານ ນາງ ເຈິນ ທິ ທູ ຫຽນ ຮອງຫົວໜ້າສູນອິນເຕີເນັດ ແຫ່ງຊາດ ສສ ຫວຽດນາມ ເປັນປະທານກ່າວເປີດສຳມະນາ, ພ້ອມດ້ວຍຜູ້ຕາງໜ້າຈາກສູນອິນເຕີເນັດຫວຽດນາມ (VNNIC) ແລະ ບັນດາຜູ້ເຂົ້າຮ່ວມຈາກກົມຕ່າງໆພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາບໍລິສັດໂທລະຄົມມະນາຄົມ ແລະ ອິນເຕີເນັດ, ບັນດາບໍລິສັດຜູ້ໃຫ້ບໍລິການດ້ານດິຈິຕອນ ແລະ ພະນັກງານຂອງ ສອຊ ເຂົ້າຮ່ວມ.

 

 

ການຈັດສຳມະນາຄັ້ງນີ້ ມີຈຸດປະສົງເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຄວາມສຳຄັນຂອງ IPv6, ທິດທາງການພັດທະນາ ແລະ ການນຳໃຊ້ IPv6 ໃນ ສປປ ລາວ, ພ້ອມທັງແລກປ່ຽນບົດຮຽນ ແລະ ປະສົບການຈາກສາກົນ ເພື່ອເປັນພື້ນຖານໃນການສ້າງ ແລະ ປັບປຸງແຜນພັດທະນາ IPv6 ແຫ່ງຊາດ ໃຫ້ສອດຄ່ອງກັບທິດທາງການພັດທະນາໂຄງລ່າງດິຈິຕອນຂອງປະເທດ.

ຜູ້ຕາງໜ້າຈາກ ສອຊ ໄດ້ນຳສະເໜີພາບລວມ, ທິດທາງ, ນະໂຍບາຍ, ສະພາບປັດຈຸບັນ ແລະ ແຜນການຈັດຕັ້ງປະຕິບັດ ການນຳໃຊ້ IPv6 ໃນ ສປປ ລາວ ແລະ ໄດ້ນຳສະເໜີຮ່າງແຜນພັດທະນາເລກໝາຍອິນເຕີເນັດຮຸ່ນທີ 6 (IPv6) ແຫ່ງຊາດ ເພື່ອເປັນພື້ນຖານໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງຮ່ວມກັນພິຈາລະນາ, ໃຫ້ຄຳເຫັນ ແລະ ປັບປຸງແຜນການດັ່ງກ່າວໃຫ້ມີຄວາມຄົບຖ້ວນ ແລະ ສາມາດນຳໄປປະຕິບັດໄດ້ຢ່າງເປັນຮູບປະທຳ.

ຜູ້ຊ່ຽວຊານດ້ານເຄືອຂ່າຍ ແລະ ຄູຝຶກຈາກ VNNIC, ໄດ້ນຳສະເໜີພາບລວມການນຳໃຊ້ IPv6 ໃນຫວຽດນາມ ແລະ ທົ່ວໂລກ, ລວມເຖິງແຜນການປ່ຽນຜ່ານໄປສູ່ການນຳໃຊ້ IPv6-Only ຂອງຫວຽດນາມ. ນອກຈາກນີ້, ຍັງໄດ້ອະທິບາຍວິທີການແກ້ໄຂດ້ານເຕັກໂນໂລຊີສຳລັບການນຳໃຊ້ IPv6 ແລະ IPv6-Only ພ້ອມທັງສາທິດຕົວແບບການຈັດຕັ້ງປະຕິບັດໃນຫວຽດນາມ.

ໃນຊ່ວງທ້າຍຂອງການສຳມະນາ, ຜູ້ເຂົ້າຮ່ວມໄດ້ຮ່ວມກັນສົນທະນາ ແລະ ແລກປ່ຽນຄຳຄິດເຫັນກ່ຽວກັບສະພາບການນຳໃຊ້ IPv6, ສິ່ງທ້າທາຍດ້ານເຕັກນິກ, ການກະກຽມຄວາມພ້ອມຂອງໂຄງລ່າງເຄືອຂ່າຍ ແລະ ແນວທາງການຮ່ວມມືລະຫວ່າງພາກລັດ, ຜູ້ໃຫ້ບໍລິການໂທລະຄົມມະນາຄົມ, ອິນເຕີເນັດ ແລະ ດິຈິຕອນ ເພື່ອຊຸກຍູ້ການຂະຫຍາຍການນຳໃຊ້ IPv6 ໃນ ສປປ ລາວ.

ການຈັດສຳມະນາຄັ້ງນີ້ ຖືເປັນກິດຈະກຳສຳຄັນໃນການສ້າງຄວາມຮັບຮູ້, ເສີມສ້າງຄວາມຮ່ວມມື ແລະ ລະດົມການມີສ່ວນຮ່ວມຈາກທຸກພາກສ່ວນ ໃນການຜັກດັນແຜນພັດທະນາ IPv6 ແຫ່ງຊາດ ໃຫ້ເກີດຜົນເປັນຮູບປະທຳ, ອັນຈະປະກອບສ່ວນສຳຄັນໃນການພັດທະນາໂຄງລ່າງດິຈິຕອນ, ຍົກສູງຄຸນນະພາບການໃຫ້ບໍລິການອິນເຕີເນັດ ແລະ ຮອງຮັບການຫັນປ່ຽນດິຈິຕອນຂອງ ສປປ ລາວ ໃນອະນາຄົດ.

 

 

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day