ຝຶກອົບຮົມລົງເລິກການປະຕິບັດຕົວຈິງນຳໃຊ້ເລກໝາຍອິນຕີເນັດ ຮຸ່ນທີ 6 (IPv6 on Job Training) ເພື່ອຍົກສູງຄວາມຮູ້ ແລະ ທັກສະດ້ານເຕັກນິກເຄືອຂ່າຍເລກໝາຍອິນຕີເນັດ ຮຸ່ນທີ 6 (IPv6)

28/10/2026

ຝຶກອົບຮົມລົງເລິກການປະຕິບັດຕົວຈິງນຳໃຊ້ເລກໝາຍອິນຕີເນັດ ຮຸ່ນທີ 6 (IPv6 on Job Training) ເພື່ອຍົກສູງຄວາມຮູ້ ແລະ ທັກສະດ້ານເຕັກນິກເຄືອຂ່າຍເລກໝາຍອິນຕີເນັດ ຮຸ່ນທີ 6  (IPv6)

ໃນທີ 22–23 ຕຸລາ 2026 ສູນອິນເຕີເນັດ ແຫ່ງຊາດ ສປ ລາວ (LANIC) ຮ່ວມກັບ ສູນອິນເຕີເນັດ ແຫ່ງຊາດ ສສ ຫວຽດນາມ (VNNIC) ໄດ້ຈັດການຝຶກອົບຮົມຫົວຂໍ້ “ລົງເລິກການປະຕິບັດຕົວຈິງນຳໃຊ້ເລກໝາຍອິນຕີເນັດ ຮຸ່ນທີ 6 (IPv6 on Job Training)”ເພື່ອເພີ່ມທະວີຄວາມຮູ້, ຄວາມສາມາດ ແລະ ທັກສະທາງດ້ານເຕັກນິກໃຫ້ແກ່ບຸກຄະລາກອນທີ່ປະຕິບັດວຽກງານດ້ານເຄືອຂ່າຍອິນເຕີເນັດ.

ໂດຍໃຫ້ກຽດເປັນປະທານ ໂດຍທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດ ແຫ່ງຊາດ ສປ ລາວ (LANIC) ແລະ ທ່ານ ນາງ ເຈີນ ທິ ທູ ຫຽນ ຮອງຫົວໜ້າສູນອິນເຕີເນັດ ແຫ່ງຊາດ ສສ ຫວຽດນາມ (VNNIC).

ການຝຶກອົບຮົມ ຮຽນຮູ້ພື້ນຖານຂອງ IPv6, ໂຄງສ້າງແພັກເກັດ IPv6, ການກຳນົດ ແລະ ວາງແຜນທີ່ຢູ່ IPv6, ກົນໄກການປ່ຽນຜ່ານຈາກ IPv4 ໄປສູ່ IPv6 ດ້ວຍຮູບແບບ Dual-Stack, ການອອກແບບໂຄງສ້າງເຄືອຂ່າຍ (Network Topology), ການຕັ້ງຄ່າ SLAAC, DHCPv6 ແລະ DNS, ການກຳນົດເສັ້ນທາງ IPv6 ດ້ວຍໂປຣໂຕຄໍ OSPFv3 ແລະ MP-BGP ລວມເຖິງການນຳໃຊ້ເຕັກໂນໂລຊີ IPv6-Only ແລະ ກົນໄກ DNS64/NAT64.

 

 

ພິເສດ, ການຝຶກອົບຮົມໄດ້ເນັ້ນໃສ່ພາກປະຕິບັດຕົວຈິງ ເພື່ອໃຫ້ຜູ້ເຂົ້າຮ່ວມສາມາດນຳເອົາຄວາມຮູ້ໄປປະຍຸກໃຊ້ໃນການຕິດຕັ້ງ, ຕັ້ງຄ່າ, ບໍລິຫານ ແລະ ກວດສອບລະບົບເຄືອຂ່າຍ IPv6 ໃນການປະຕິບັດວຽກງານຕົວຈິງ ພ້ອມທັງແລກປ່ຽນຄວາມຮູ້, ປະສົບການ ແລະ ບົດຮຽນດ້ານວິຊາການລະຫວ່າງຜູ້ຊ່ຽວຊານຈາກ VNNIC.

ການຈັດການຝຶກອົບຮົມຄັ້ງນີ້ ຖືເປັນອີກກ້າວໜຶ່ງໃນການສົ່ງເສີມການພັດທະນາບຸກຄະລາກອນດ້ານເຕັກນິກ ແລະ ການກະກຽມຄວາມພ້ອມໃນການຫັນປ່ຽນຈາກ IPv4 ໄປສູ່ IPv6 ຢ່າງເປັນຂັ້ນຕອນ, ເພື່ອຮອງຮັບການເຕີບໂຕຂອງຜູ້ໃຊ້ອິນເຕີເນັດ, ການຂະຫຍາຍຕົວຂອງບໍລິການດິຈິຕອນ ແລະ ການພັດທະນາລັດຖະບານດິຈິຕອນໃນ ສປປ ລາວ ໃຫ້ມີຄວາມໝັ້ນຄົງ, ມີປະສິດທິພາບ ແລະ ຍືນຍົງ.

 

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day