15/09/2026
ເພື່ອປະຕິບັດຕາມແຜນການເຄື່ອນໄຫວວຽກງານຊຸກຍູ້ ແລະ ຕິດຕາມ ການຈັດຕັ້ງປະຕິບັດວຽກງານ ພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນຕອນບ່າຍຂອງວັນທີ 19 ສິງຫາ 2026, ທ່ານ ປອ. ສັນຕິສຸກ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສູນອິນເຕີເນັດ ແຫ່ງຊາດ (ສອຊ), ໂດຍມີ ທ່ານ ໄຊຊະນະ ສິດທິພອນ ກຳມະການປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຜູ້ຊີ້ນໍາວຽກງານສູນອິນເຕີເນັດ ແຫ່ງຊາດ ພ້ອມດ້ວຍບັນດາທ່ານຫົວໜ້າກົມຊ່ວຍໜູນຕິດຕາມເຂົ້າຮ່ວມ ແລະ ເປັນກຽດຕ້ອນຮັບຄະນະ ໂດຍ ທ່ານ ມີນາໄຊ ພິລາວົງ ກຳມະການພັກກະຊວງ, ຫົວໜ້າ ສູນອິນເຕີເນັດ ແຫ່ງຊາດ, ມີຄະນະສູນ, ຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ, ທ່ານ ມີນາໄຊ ພິລາວົງ ກຳມະການພັກກະຊວງ ຫົວໜ້າ ສອຊ ໄດ້ລາຍງານຜົນການການຈັດຕັ້ງປະຕິບັດວຽກງານຂອງສູນອິນເຕີເນັດແຫ່ງຊາດ ໃນໄລຍະຜ່ານມາ ໂດຍສະເພາະ ການປັບປຸງໂຄງຮ່າງການຈັດຕັ້ງຂອງສູນ, ການຈັດຕ້ັງປະຕິບັດບັນດາການບໍລິການຕ່າງໆ ແລະ ການສ້າງລາຍຮັບວິຊາການໃຫ້ກັບກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນໄລຍະຜ່ານມາ ພ້ອມທັງທິດທາງ ແຜນການ ໃນການຈັດຕ້ັງປະຕິບັດວຽກງານໃນໄລຍະຕໍ່ໜ້າ. ກອງປະຊຸມຍັງໄດ້ເປີດກວ້າງໃຫ້ພະນັກງານພາຍໃນສູນ ໄດ້ປະກອບຄໍາຄິດເຫັນ ແລະ ສະເໜີບັນຫາຕ່າງໆໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ຊຶ່ງມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ຂໍ້ສະເໜີຈໍານວນໜຶ່ງ ເພື່ອພ້ອມກັນປັບປຸງ ແລະ ຮັບປະກັນເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງສູນອິນເຕີເນັດ ແຫ່ງຊາດ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບຂື້ນເລື້ອຍໆ.
ຕອນທ້າຍ, ຍັງໄດ້ເປັນກຽດຮັບຟັງຄໍາເຫັນໂອ້ລົມຂອງ ທ່ານ ລັດຖະມົນຕີ ຊຶ່ງເຕັມໄປດ້ວຍຄວາມໝາຍອັນສໍາຄັນຢ່າງຍິ່ງປຽບເໝືອນເຂັມຊີ້ທິດເຍືອງທາງໃຫ້ແກ່ ສູນອິນເຕີເນັດ ແຫ່ງຊາດ ນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ການເຄື່ອນໄຫວວຽກງານ ເປັນຕົ້ນແມ່ນສືບຕໍ່ເຮັດວຽກງານການເມືອງແນວຄິດ ໃຫ້ພະນັກງານຢ່າງເປັນປະຈຳ ຄຽງຄູ່ກັບການຍົກສູງບົດຂອງ ສູນອິນເຕີເນັດ ແຫ່ງຊາດ ເປັນຕົ້ນ ໃຫ້ສຶບຕໍ່ຈັດຕັ້ງປະຕິບັດວຽກງານການລວມສູນການສື່ສານທາງດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ, ສຶບຕໍ່ຄົ້ນຄວ້າຊອກຫາແຫຼ່ງລາຍຮັບໃໝ່ ແລະ ຄົ້ນຄວ້າການຫັນເປັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ແລະ ອື່ນໆ.




