ສູນອິນເຕີເນັດແຫ່ງຊາດ ຈັດຝຶກອົບຮົມ ຫົວຂໍ້ ຄວາມຮູ້ພື້ນຖານການນໍາໃຊ້ປັນຍາປະດິດ (AI) ເພື່ອອໍານວຍຄວາມສະດວກເຂົ້າໃນການຈັດຕັ້ງປະຕິບັດວຽກງານ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ

21/07/2026

ສູນອິນເຕີເນັດແຫ່ງຊາດ ຈັດຝຶກອົບຮົມ ຫົວຂໍ້ ຄວາມຮູ້ພື້ນຖານການນໍາໃຊ້ປັນຍາປະດິດ (AI) ເພື່ອອໍານວຍຄວາມສະດວກເຂົ້າໃນການຈັດຕັ້ງປະຕິບັດວຽກງານ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ

        ໃນວັນທີ 16 ກໍລະກົດ 2026, ທີ່ສູນອິນເຕີເນັດ ແຫ່ງຊາດ ໄດ້ມີການຈັດຝຶກອົບຮົມ ຫົວຂໍ້ ຄວາມຮູ້ພື້ນຖານການນໍາໃຊ້ປັນຍາປະດິດ (AI) ເພື່ອອໍານວຍຄວາມສະດວກເຂົ້າໃນການຈັດຕັ້ງປະຕິບັດວຽກງານ ໃຫ້ແກ່ເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງ ແລະ ບຸກຄະລາກອນພາຍໃນສູນ. ກິດຈະກໍາໃນຄັ້ງນີ້ຈັດຂຶ້ນເພື່ອເປັນການສ້າງຂະບວນການ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955 - 20 ກໍລະກົດ 2026) ທີ່ຈະໝູນວຽນມາຮອດມໍ່ໆນີ້ ຢ່າງມີຄວາມໝາຍຄວາມສໍາຄັນ.

        ໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດຊຸດອົບຮົມໂດຍ ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດແຫ່ງຊາດ, ການຝຶກອົບຮົມໄດ້ດໍາເນີນໂດຍ ການບັນຍາຍ ແລະ ຝຶກນໍາໃຊ້ຕົວຈິງໂດຍນັກວິທະຍາກອນ ຈາກສະຖາບັນຄົ້ນຄ້ວາ ແລະ ນໍາໃຊ້ເຕັກໂນໂລຊີອັດສະລິຍະ. ມີຄະນະສະຫະພັນແມ່ຍິງຮາກຖານ ພ້ອມດ້ວຍເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງ, ຕາງໜ້າຈາກ ສະຫະພັນກໍາມະບານ ແລະ ຊາວໜຸ່ມຮາກຖານ ສູນອິນເຕີເນັດ ແຫ່ງຊາດ ພ້ອມດ້ວຍແຂກຖືກເຊີນຈາກບັນດາກົມ ແລະ ສູນເຂົ້າຮ່ວມຢ່າງພ້ອມພຽງ.

        ຜ່ານການຝຶກອົບຮົມໃນຄັ້ງນີ້, ຄາດໝາຍວ່າເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງ ແລະ ຜູ້ເຂົ້າຮ່ວມທຸກທ່ານ ຈະສາມາດນຳເອົາຄວາມຮູ້ ແລະ ທັກສະທີ່ໄດ້ຮັບໄປປະຍຸກໃຊ້ເຂົ້າໃນວຽກງານຫ້ອງການ ແລະ ວຽກງານວິຊາສະເພາະຂອງຕົນ ເພື່ອຫັນວຽກງານໃຫ້ມີຄວາມທັນສະໄໝ, ວ່ອງໄວ ແລະ ມີຄຸນນະພາບສູງຂຶ້ນ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາການຫັນເປັນດິຈິຕອນແຫ່ງຊາດ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

 

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day