21/07/2026
ໃນຕອນເຊົ້າຂອງວັນທີ 14 ກໍລະກົດ 2026, ທີ່ຫ້ອງປະຊຸມໃຫຍ່ ສູນອິນເຕີເນັດ ແຫ່ງຊາດ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ມີພິທີ ສະຫຼຸບການຈັດຕັ້ງປະຕິບັດວຽກງານ 06 ເດືອນຕົ້ນປີ 2026 ແລະ ທິດທາງ ແຜນການ 06 ເດືອນທ້າຍປີ 2026 ແລະ ຈັດປາຖະກະຖາ ວັນຄ້າຍວັນເກີດຂອງ ທ່ານ ສຸພານຸວົງ ຄົບຮອບ 117 ປີ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ໄຊສົມຫວັງ ສຸວັນນະວົງ ຮອງເລຂາໜ່ວຍພັກຮາກຖານ ສູນອິນເຕີເນັດ ແຫ່ງຊາດ, ຮອງຫົວໜ້າ ສູນອິນເຕີເນັດ ແຫ່ງຊາດ ແລະ ທ່ານ ວົງນ້ອຍ ສີວັນທອງ ກຳມະການໜ່ວຍພັກຮາກຖານ ສູນອິນເຕີເນັດ ແຫ່ງຊາດ, ຮອງຫົວໜ້າ ສູນອິນເຕີເນັດ ແຫ່ງຊາດ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານວິຊາການພາຍໃນ ສູນອິນເຕີເນັດ ແຫ່ງຊາດ ກໍ່ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງກັນ.


ໃນພິທີດັ່ງກ່າວ, ກໍ່ໄດ້ຜ່ານບົດສະຫຼຸບຕີລາຄາ, ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານ 06 ເດືອນຕົ້ນປີ 2026 ຂອງ ສອຊ ເຊິ່ງລວມມີຜົນສຳເລັດທາງດ້ານການເມືອງແນວຄິດ, ດ້ານວິຊາສະເພາະ, ວຽກງານປິ່ນອ້ອມທີ່ທາງຂັ້ນເທິງມອບໝາຍໃຫ້ຕາມແຕ່ລະໄລຍະ, ນອກນັ້ນຍັງໄດ້ເກັບກຳສະພາບການທີ່ພົ້ນເດັ່ນ ເພື່ອລາຍງານໃຫ້ທາງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຮັບຊາບເປັນແຕ່ລະໄລຍະ. ພ້ອມດຽວກັນນີ້ ຍັງໄດ້ຜ່ານທິດທາງແຜນການ 06 ເດືອນທ້າຍປີ 2026 ທີ່ ສອຊ ຈະຕ້ອງສູ້ຊົນໃຫ້ສຳເລັດຕາມຄາດໝາຍໂດຍການນຳພາ-ຊີ້ນຳຢ່າງເລິກເຊິ່ງຂອງຄະນະສູນ ແລະ ການຈັດຕັ້ງປະຕິບັດຢ່າງຕັ້ງໜ້າຂອງບັນດາພະແນກພາຍໃນ ສອຊ ແລະ ກໍ່ມີຕາງໜ້າຂອງແຕ່ລະພະແນກ ໄດ້ຂື້ນນຳສະເໜີວຽກງານຂອງພະແນກຕົນຢ່າງຄົບຖ້ວນ.


ໃນໂອກາດຄຳນັບຮັບຕ້ອນ ວັນເກີດຂອງ ປະທານ ສຸພານຸວົງ ຄົບຮອບ 117 ປີ ສູນອິນເຕີເນັດ ແຫ່ງຊາດ ກໍ່ໄດ້ຮັບຊົມວີດີໂອ ປະຫວັດຄວາມເປັນມາຂອງ ປະທານ ສຸພານຸວົງ ເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງ ທີ່ ປະທານ ສຸພານຸວົງ ໄດ້ອຸທິດຕະຫຼອດຊີວິດ ເພື່ອພາລະກິດປົດປ່ອຍຊາດ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.


ແລະ ໃນຕອນທ້າຍຂອງກອງປະຊຸມ ທ່ານ ໄຊສົມຫວັງ ສຸວັນນະວົງ ຮອງເລຂາໜ່ວຍພັກຮາກຖານ ສູນອິນເຕີເນັດ ແຫ່ງຊາດ, ຮອງຫົວໜ້າ ສູນອິນເຕີເນັດ ແຫ່ງຊາດ ແລະ ທ່ານ ວົງນ້ອຍ ສີວັນທອງ ກຳມະການໜ່ວຍພັກຮາກຖານ ສູນອິນເຕີເນັດ ແຫ່ງຊາດ, ຮອງຫົວໜ້າ ສູນອິນເຕີເນັດ ແຫ່ງຊາດ ກໍ່ໄດ້ໃຫ້ກຽດໂອ້ລົມພະນັກງານພາຍໃນ ສອຊ ໃຫ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງ ສອຊ ໃຫ້ສຳເລັດຕາມແຜນທີ່ວາງໄວ້.

