11/06/2026
ທີ່ ເມືອງເຊບີຢາ, ປະເທດແອັດສະປາຍ — ໃນລະຫວ່າງວັນທີ 7-12 ມິຖຸນາ 2026, ທ່ານ ໄຊສົມຫວັງ ສຸວັນນະວົງ, ຮອງຫົວໜ້າສູນອິນເຕີເນັດ ແຫ່ງຊາດ (LANIC), ກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ICANN86 Policy Forum ທີ່ສູນກອງປະຊຸມ ແລະ ວາງສະແດງ FIBES Conference and Exhibition Center ເພື່ອຮັບຟັງ ແລະ ແລກປ່ຽນ ການພັດທະນາໃນດ້ານນະໂຍບາຍຂໍ້ກຳນົດ ແລະ ມາດຕະການໃໝ່ໆ ໃນການຄຸ້ມຄອງ ແລະ ເຕັກນິກໃນພັດທະນາຊັບພະຍາກອນອິນເຕີເນັດ.
ໃນຂະນະທີ່ ສປປ ລາວ ກໍາລັງເລັ່ງໃສ່ການຫັນເປັນດິຈິຕອນຢ່າງແຂງແຮງ, ຄະນະຜູ້ແທນ ສອຊ ໄດ້ເຂົ້າຮ່ວມກອງປະຊຸມໃນສອງເວທີຫຼັກຂອງ ICANN ຄື: ຄະນະກໍາມະການທີ່ປຶກສາລັດຖະບານ (GAC) ແລະ ອົງການສະໜັບສະໜູນລະຫັດຊື່ອິນເຕີເນັດສູງສຸດແຫ່ງຊາດ (ccNSO). ການເຂົ້າຮ່ວມຄັ້ງນີ້ ແມ່ນເພື່ອຕິດຕາມ ຮັບຟັງ ແລະ ຮ່ວມຄົ້ນຄວ້າການປັບປຸງ ແລະ ສ້າງ ບັນດານະໂຍບາຍການຄຸ້ມຄອງລະບົບອິນເຕີເນັດສາກົນ.
ບາງຫົວຂໍ້ສຳຄັນທີ່ຈະປຶກສາຫາລືໃນກອງປະຊຸມ ICANN86 ຄັ້ງນີ້ ປະກອບມີ: DNS Abuse Mitigation (ການຫຼຸດຜ່ອນການລະເມີດ ແລະ ໄພຄຸກຄາມທາງ DNS) ເພື່ອສຶກສາເກັບກຳຂໍ້ມູນໃນການຮັບມືກັບປັນຍາປະດິດ (AI) ວ່າຈະເຂົ້າມາມີບົດບາດແນວໃດຕໍ່ກັບການເກີດ DNS Abuse ແລະ ຕິດຕາມຄວາມຄືບໜ້າຂອງຂໍ້ກຳນົດ ແລະ ມາດຕະການໃໝ່ໆ ສຳລັບໃຫ້ Registrar ແລະ Registry ໃນການກວດສອບ ແລະ ຈັດການກັບ Domain ທີ່ບໍ່ຖືກຕ້ອງ, ການສົ່ງເສີມ Universal Acceptance (UA) ເພື່ອຜັກດັນມາດຕະຖານເຕັກນິກ ເພື່ອໃຫ້ລະຫັດຊື່ອິນເຕີເນັດພາສາລາວ (.ລາວ) ສາມາດນໍາໃຊ້ໄດ້ຢ່າງສົມບູນໃນທຸກລະບົບ ແລະ ແອັບພລິເຄຊັນທົ່ວໂລກ, New gTLD Program (2026 Round) ປຶກສາຫາລືກ່ຽວກັບຄວາມພ້ອມ ແລະ ຂັ້ນຕອນໃນການເປີດຮັບສະໝັກ Generic Top-Level Domains ຮອບໃໝ່ ລວມເຖິງການສ້າງເວທີຊ່ວຍເຫຼືອຜູ້ສະໝັກ (Applicant Support Program), ແລະ Registration Data & Data Protection ການພັດທະນານະໂຍບາຍກ່ຽວກັບການເຂົ້າເຖິງຂໍ້ມູນການຈົດທະບຽນໂດເມນ (WHOIS/RDAP) ໃຫ້ສອດຄ່ອງກັບກົດໝາຍຄຸ້ມຄອງຂໍ້ມູນສ່ວນບຸກຄົນ (ເຊັ່ນ SSAD - System for Standardized Access and Disclosure).
ພ້ອມນັ້ນ, ຍັງມີ ວາລະທີ່ສຳຄັນກ່ຽວກັບລະບົບຄຸ້ມຄອງລະຫັດຊື່ອິນເຕີເນັດ (Registry) ແລະ ການຮ່ວມມືທາງດ້ານເຕັກນິກເຊັ່ນ: ອົງການສະໜັບສະໜູນລະຫັດຊື່ອິນເຕີເນັດສູງສຸດແຫ່ງຊາດ (ccNSO) ມີການຈັດຫົວຂໍ້ສະເພາະສຳລັບຜູ້ບໍລິຫານຈັດການ ccTLD ເພື່ອແລກປ່ຽນບົດຮຽນທັງໃນດ້ານຍຸດທະສາດ, ການຕະຫຼາດ, ແລະ ເຕັກນິກ. ໂດຍມີຫົວຂໍ້ Tech Day ເປັນ ເວທີສຳລັບສາຍເຕັກນິກທີ່ຈະມາແລກປ່ຽນຄວາມຮູ້ດ້ານຄວາມປອດໄພ, ໂຄງສ້າງພື້ນຖານ (Infrastructure) ແລະ ຄວາມໝັ້ນຄົງຂອງລະບົບ DNS ແລະ ຄວາມປອດໄພຂອງລະບົບ DNSSEC Security Workshop ເປັນການອັບເດດເຕັກໂນໂລຊີ ແລະ ຄວາມປອດໄພດ້ານການປ້ອງກັນລະບົບ DNS (DNS Security Extensions) ແລະ ການສ້າງຄວາມເຂັ້ມແຂງ ໃຫ້ກັບລະບົບໂຄງລ່າງພື້ນຖານ, ແນໃສ່ສ້າງສະພາບແວດລ້ອມອິນເຕີເນັດທີ່ປອດໄພໃຫ້ແກ່ສັງຄົມລາວ.


ສາມາດຕິດຕາມລາຍລະອຽດກອງປະຊຸມເພີ່ມເຕີມໄດ້ທີ່:
- ເວັບໄຊທ໌ທາງການຂອງ ICANN86: https://meetings.icann.org/en/meetings/icann86
- ຕາຕະລາງລິ້ງເຂົ້າຮ່ວມກອງປະຊຸມທາງໄກ: https://icann86.sched.com
ບົດຂ່າວໂດຍ ສອຊ

