ພິທີຮັບເອົາສະມາຊິກພັກສໍາຮອງ ແລະ ເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ ຂອງໜ່ວຍພັກຮາກຖານ ສູນອິນເຕີເນັດແຫ່ງຊາດ ແລະ ໜ່ວຍພັກຮາກຖານ ສະຖາບັນເຕັກໂນໂລຊີ ແລະ ການສື່ສານ

06/03/2026

ພິທີຮັບເອົາສະມາຊິກພັກສໍາຮອງ ແລະ ເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ ຂອງໜ່ວຍພັກຮາກຖານ ສູນອິນເຕີເນັດແຫ່ງຊາດ ແລະ ໜ່ວຍພັກຮາກຖານ ສະຖາບັນເຕັກໂນໂລຊີ ແລະ ການສື່ສານ

        ໃນຕອນເຊົ້າຂອງວັນທີ 02 ກຸມພາ 2026, ໄດ້ມີພິທີຮັບເອົາພິທີຮັບເອົາສະມາຊິກພັກສໍາຮອງ ແລະ ເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ ຂອງໜ່ວຍພັກຮາກຖານ ສູນອິນເຕີເນັດແຫ່ງຊາດ ແລະ ໜ່ວຍພັກຮາກຖານ ສະຖາບັນເຕັກໂນໂລຊີ ແລະ ການສື່ສານ ຊຶ່ງເປັນໜ່ວຍພັກທີ່ຂຶ້ນກັບ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີ ໂດຍ ສະຫາຍ ແກ້ວວີສຸກ ໂສລະພົມ, ຮອງເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາສະຫາຍ ເລຂາໜ່ວຍພັກ, ຄະນະພັກຮາກຖານອ້ອມຂ້າງ ອົງຄະນະພັກກະຊວງ ພ້ອມດ້ວຍສະມາຊິກພັກຈາກທັງ 02 ໜ່ວຍພັກເຂົ້າຮ່ວມ ຢ່າງພ້ອມພຽງ

        ໃນພິທີ, ບັນດາສະຫາຍເລຂາໜ່ວຍພັກຮາກຖານ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກກະຊວງ ວ່າດ້ວຍການຮັບເອົາສະມາຊິກພັກສໍາຮອງ ຂອງໜ່ວຍພັກຮາກຖານ ສູນອິນເຕີເນັດແຫ່ງຊາດ ຈຳນວນ 03 ສະຫາຍ ແລະ ໜ່ວຍພັກຮາກຖານ ສະຖາບັນເຕັກໂນໂລຊີ ແລະ ການສື່ສານ ຈໍານວນ 03 ສະຫາຍ ແລະ ເລື່ອນສະມາຊິກພັກສໍາຮອງ ຂື້ນເປັນສະມາຊິກພັກສົມບູນ ຂອງພັກປະຊາຊົນປະຕິວັດລາວ ຂອງ ໜ່ວຍພັກຮາກຖານ ສູນອິນເຕີເນັດແຫ່ງຊາດ ຈຳນວນ 01 ສະຫາຍ ແລະ ໜ່ວຍພັກຮາກຖານ ສະຖາບັນເຕັກໂນໂລຊີ ແລະ ການສື່ສານ ຈໍານວນ 03 ສະຫາຍ.            ໂອກາດນີ້, ສະຫາຍ ຮອງເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໃຫ້ກຽດຂຶ້ນມອບມະຕິຕົກລົງ ໃຫ້ແກ່ ບັນດາສະມາຊິກພັກສໍາຮອງ ແລະ ສົມບູນ, ພ້ອມທັງໄດ້ໂອ້ລົມຕໍ່ກອງປະຊຸມ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ສະມາຊິກພັກ ຜັນຂະຫຍາຍເຂົ້າສູ່ວຽກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

 

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day