15/02/2026
ໃນຕອນບ່າຍຂອງວັນທີ 09 ກຸມພາ 2026 ທີ່ສູນອິນເຕີເນັດ ແຫ່ງຊາດ (ສອຊ), ກະຊວງເຕັກໂນໂລຊີ ແລະ ການສື່ສານ, ບໍລິສັດ ໄດນາມິກ ໂຊລູຊັນ ຈຳກັດຜູ້ດຽວ ໄດ້ນໍາເຄື່ອງກວດຈັບສັນຍານ BTS ປອມ ຈໍານວນ 2 ຊຸດ ແລະ ລະບົບການຕັ້ງຄ່າອຸປະກອນ ຈໍານວນ 2 ຊຸດ ລວມມູນຄ່າ 120.000 ໂດລາສະຫະລັດ ໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ຕາງໜ້າມອບໂດຍ ທ່ານ ກຽງຄໍາ ອິນແພງທະວົງ ຜູ້ອໍານວຍການບໍລິສັດ ໄດນາມິກ ໂຊລູຊັນ ຈຳກັດຜູ້ດຽວ, ຕາງໜ້າຮັບໂດຍ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ ຮອງລັດຖະມົນຕີ ກະຊວງ ຕສ, ໂດຍມີຄະນະທັງສອງຝ່າຍ ເຂົ້າຮ່ວມ.
ທ່ານ ກຽງຄໍາ ອິນແພງທະວົງ ກ່າວວ່າ: ການມອບເຄື່ອງກວດຈັບສັນຍານ BTS ປອມ ແລະ ລະບົບການຕັ້ງຄ່າອຸປະກອນ ໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນຄັ້ງນີ້ຍ້ອນເຫັນຄວາມໝາຍຄວາມສຳຄັນຂອງວຽກງານກວດກາ ແລະ ຄຸ້ມຄອງ ໂທລະຄົມມະນາຄົມກໍຄືການປະຕິບັດໜ້າທີ່ວິຊາສະເພາະ ດ້ານໂທລະຄົມ ແລະ ອິນເຕີເນັດ ໃຫ້ມີປະສິດຕິພາບສູງຂຶ້ນກວ່າເກົ່າ; ເຊິ່ງທາງບໍລິສັດ ໄດນາມິກ ໂຊລູຊັນ ຈຳກັດຜູ້ດຽວ ຂໍເປັນສ່ວນໜຶ່ງໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນວຽກງານການຄຸ້ມຄອງລະບົບການສື່ສານ ປ້ອງກັນການຫລອກລວງທາງໂທລະຄົມ ແລະ ເປັນການຮັດແໜ້ນຄວາມສາມັກຄີລະຫວ່າງບໍລິສັດ ກັບກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ມີຄວາມແໜ້ນແຟ້ນຂຶ້ນຕື່ມ.
ໂອກາດດັ່ງກ່າວ, ທ່ານ ແກ້ວວິສຸກ ໂສລະພົມ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ກຽງຄໍາ ອິນແພງທະວົງ ຜູ້ອໍານວຍການບໍລິສັດ ໄດນາມິກ ໂຊລຸຊັນ ຈຳກັດຜູ້ດຽວ ທີ່ໄດ້ນໍາເຄື່ອງກວດຈັບສັນຍານ BTS ປອມ ມາມອບໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນຄັ້ງນີ້ ເຊິ່ງສະແດງໃຫ້ເຫັນເຖິງການເອົາໃຈໃສ່ໃນການ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໂດຍສະເພາະແມ່ນການແກ້ໄຂບັນຫາຫລອກລວງໂດຍຜ່ານເຄືອຂ່າຍໂທລະຄົມ. ຫຼັງຈາກນັ້ນ, ທ່ານຮອງລັດຖະມົນຕີ ກໍ່ໄດ້ມອບຊຸດອຸປະກອນດັ່ງກ່າວໃຫ້ກົມວິຊາສະເພາະ ຂອງ ກະຊວງ ນໍາໄປຄຸ້ມຄອງ ແລະ ນຳໃຊ້ເຄື່ອງດັ່ງກ່າວເຂົ້າໃນການປະຕິບັດໜ້າທີ່ໃຫ້ເກີດປະໂຫຍດສູງສຸດ.
ປະຈຸບັນໄດ້ມີປະກົດການທີ່ກຸ່ມຄົນບໍ່ດີ ໄດ້ນໍາໃຊ້ລະບົບ BTS ປອມ ຂະໜາດນ້ອຍ ເຄື່ອນທີ່ໄປຕາມເຂດຊຸມຊົນ ແລ້ວສົ່ງຂໍ້ຄວາມສັ້ນ (SMS) ຫລອກລວງທີ່ມີ Link ມາພ້ອມ ເຊິ່ງຈະຫລອກໃຫ້ຜູ້ເສຍຫາຍ Click ເຂົ້າໄປໃນ Link ດັ່ງກ່າວເພື່ອຫລອກເອົາຂໍ້ມູນລະຫັດຜ່ານ ຫລື ຫລອກຕິດຕັ້ງ ແອັບປອມຕ່າງໆ ເພື່ອຄວບຄຸມຢຶດເອົາໂທລະສັບມືຖືສະມາດໂຟນ ແລະ ເຂົ້າແອັບຂອງທະນາຄານ ດັ່ງນັ້ນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈິ່ງແຈ້ງເຕື່ອນມາຍັງພໍ່ແມ່ປະຊາຊົນບໍ່ໃຫ້ Click ເຂົ້າ Link ທີ່ບໍ່ຮູ້ຈັກ ແລະ ບໍ່ປ້ອນຂໍ້ມູນລະຫັດຜ່ານ ຫລື ຕິດຕັ້ງແອັບທີ່ບໍ່ຮູ້ຈັກແຫລ່ງທີ່ມາ ໃນກໍລະນີຖືກເສຍຫາຍເລັ່ງແຈ້ງສູນຕ້ານການຫລອກລວງຜ່ານທາງອອນລາຍ LAOC 1533.


