10/10/2025

ໃນຕອນເຊົ້າຂອງວັນທີ 10 ຕຸລາ 2025, ທີ່ຫ້ອງປະຊຸມໃຫຍ່ ສູນອິນເຕີເນັດ ແຫ່ງຊາດ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ມີພິທີ ປະກາດການແຕ່ງຕັ້ງຮອງຫົວໜ້າພະແນກ ຈໍານວນ 03 ທ່ານ, ມອບໃບຍ້ອງຍໍ ສາມະຊິກກໍາມະບານທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 05 ເປັນເຈົ້າ, ສະຫຼຸບການຈັດຕັ້ງປະຕິບັດວຽກງານ 09 ເດືອນ ແລະ ທິດທາງແຜນການ 03 ເດືອນທ້າຍປີ 2025 ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ມີນາໄຊ ພິລາວົງ, ຄະນະບໍລິຫານງານພັກກະຊວງ, ຫົວໜ້າສູນອິນເຕີເນັດແຫ່ງຊາດ.
ໃນພິທີດັ່ງກ່າວທ່ານ ມີນາໄຊ ພິລາວົງ, ຄະນະບໍລິຫານງານພັກກະຊວງ, ຫົວໜ້າສູນອິນເຕີເນັດແຫ່ງຊາດ ໃຫ້ທິດໂອ້ລົມ ພະນັກງານ ທີ່ໄດ້ຮັບການແຕ່ງຕັ້ງເປັນພະນັກງານນໍາພາ ແລະ ພະນັກງານທົ່ວສູນ ໃຫ້ມີຄວາມຫ້າວຫັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ, ເອົາໃຈໃສ່ການພັດທະນາຕົນເອງ, ມີແບບແຜນວິທີເຮັດວຽກທີ່ດີ, ຄວາມສາມັກຄີ ແລະ ການຕຳນິຕິຊົມກັນຢ່າງເປັນປົກກະຕິ, ເປັນແບບຢ່າງແກ່ມະຫາຊົນ, ສຸມທຸກສະຕິເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດວຽກງານທີ່ຂັ້ນເທິງມອບໝາຍໃຫ້ ເວົ້າລວມ, ເວົ້າສະເພາະແມ່ນວຽກງານ ຂອງ ສອຊ ໃຫ້ສໍາເລັດຕາມລະດັບຄາດໝາຍ.