ກອງປະຊຸມ ຊຸກຍູ້ ແກ້ໄຂບັນຫາຕົວະຍົວະຫລອກລວງຜ່ານທາງອອນລາຍ (ຄັ້ງວັນທີ 22 ກັນຍາ 2025, ທີ່ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ)

06/10/2025

ກອງປະຊຸມ ຊຸກຍູ້ ແກ້ໄຂບັນຫາຕົວະຍົວະຫລອກລວງຜ່ານທາງອອນລາຍ (ຄັ້ງວັນທີ 22 ກັນຍາ 2025, ທີ່ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ)

ໃນວັນທີ 22 ກັນຍາ 2025 ທີ່ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກອງເລຂາ ຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມ ຊຸກຍູ້ແກ້ໄຂບັນຫາຕົວະຍົວະຫລອກລວງຜ່ານທາງອອນລາຍ ໂດຍເປັນປະທານຮ່ວມຂອງ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ ຄຄອຊ ແລະ ທ່ານ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ກະຊວງ ປກສ, ມີຜູ້ຮ່ວມ ຕາງໜ້າບັນດາກົມອ້ອມຂ້າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຫ້ອງການກອງເລຂາ ຄຄອຊ, ອົງການດັດສົມໂທລະຄົມມະນາຄົມ, ກົມຄວາມປອດໄພໄຊເບີ), ກະຊວງປ້ອງກັນຄວາມສະຫງົບ (ກົມໃຫຍ່ສັນຕິບານ, ກົມ 202), ບັນດາບໍລິສັດໂທລະຄົມມະນາຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ຫ້ອງການກອງເລຂາ ຄຄອຊ ໄດ້ລາຍງານສະພາບຮູບແບບໃໝ່ໃນການຕົວະຍົວະຫລອກລວງຜ່ານທາງຂໍ້ຄວາມ ເລີ່ມຂະຫຍາຍ ເປັນຕົ້ນ: ຂໍ້ຄວາມຫຼອກລວງວ່າໄດ້ຮັບລາງວັນ, ຂໍ້ຄວາມສົ່ງລິ້ງປອມໃຫ້ກົດເຂົ້າ ແລະ ອື່ນໆ. ແຕ່ລະພາກສ່ວນໄດ້ຮ່ວມກັນຄົ້ນຄວ້າ ປະກອບຄໍາຄິດເຫັນຢ່າງກົງໄປກົງມາ ເພື່ອແກ້ໄຂບັນຫາດັ່ງກ່າວ.

ໃນໂອກາດນີ້, ຄະນະປະທານກອງປະຊຸມ ເນັ້ນຍໍ້າ ໃຫ້ແຕ່ລະພາກສ່ວນປະສານສົມທົບລະອຽດ ລະຫວ່າງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ກະຊວງ ປ້ອງກັນຄວາມສະຫງົບ ແລະ ບັນດາບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມ ໃຫ້ຈັດແບ່ງໜ້າທີ່ຄວາມຮັບຜິດຊອບສາມາດຈັດຕັ້ງໄດ້ ແລະ ນໍາໃຊ້ທ່າແຮງສາຍສໍາພັນຮ່ວມກັບຄູ່ຮ່ວມມື ຕ່າງປະເທດທີ່ແຕ່ລະພາກສ່ວນມີຢູ່ເປັນຂໍ້ມູນໃນການແກ້ໄຂບັນຫາຕໍ່ໜ້າ.

 

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day