ງານສະເຫຼີມສະຫຼອງ ການສ້າງຕັ້ງສູນອິນເຕີເນັດ ແຫ່ງຊາດ ຄົບຮອບ 15 ປີ

03/10/2025

ງານສະເຫຼີມສະຫຼອງ ການສ້າງຕັ້ງສູນອິນເຕີເນັດ ແຫ່ງຊາດ ຄົບຮອບ 15 ປີ

ໃນວັນທີ 26 ກັນຍາ 2025, ທີ່ສູນອິນເຕີເນັດ ແຫ່ງຊາດ ໄດ້ຈັດພິທີສະເຫຼີມສະຫຼອງ ການສ້າງຕັ້ງສູນອິນເຕີເນັດ ແຫ່ງຊາດ ຄົບຮອບ 15 ປີ, ໂດຍໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ສູນອິນເຕີເນັດແຫ່ງຊາດ ສສ ຫວຽດນາມ (VNNIC), ມີບັນດາຫົວໜ້າກົມ/ສູນ ພາຍໃນກະຊວງ ຕສ, ຕາງໜ້າກະຊວງການເງິນ, ທະນາຄານ ແຫ່ງ ສປປ ລາວ, ບັນດາບໍລິສັດ ຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ, ບັນດາທະນາຄານທຸລະກິດ ພ້ອມດ້ວຍອະດີດຫົວໜ້າສູນ, ຄະນະສູນ ແລະ  ພະນັກງານປະຈຸບັນ ແລະ ອະດີດພະນັກງານສູນອິນເຕີເນັດ ແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ. ໂດຍກ່າວຈຸດປະສົງ ແລະ ກ່າວເປີດງານ ໂດຍ ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດ ແຫ່ງຊາດ.

ພິທີສະເຫຼີມສະຫຼອງດັ່ງກ່າວ ໄດ້ຮັບກຽດຈາກ ທ່ານ ທ່ານ ເລ ງອກ ດຶກ (Mr. Le Ngoc Duc) ປະທານຄະນະບໍລິຫານງານ ສູນອິນເຕີເນັດແຫ່ງຊາດ ສສ ຫວຽດນາມ (VNNIC) ເຂົ້າຮ່ວມ ພ້ອມກ່າວປະກອບຄໍາເຫັນຕໍ່ຜົນສໍຳເລັດຂອງ ສູນອິນເຕີເນັດ ແຫ່ງຊາດ ແລະ ການຮ່ວມມືລະຫວ່າງ ສູນອິນເຕີເນັດ ແຫ່ງຊາດ ສປປ ລາວ ແລະ ສູນອິນເຕີເນັດ ແຫ່ງຊາດ ສສ ຫວຽດນາມ ໃນໄລຍະ 15 ປີ ຜ່ານມາ ແລະ ການຮ່ວມມືໃນໄລຍະຕໍ່ໜ້າ.

ນອກຈາກນັ້ນ ທ່ານ ປອ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ກະຊວງການເງິນ, ທ່ານ ຟານ ຊວນ ເລື້ອງ (Mr. Phan Xuan Luong) ຮອງຜູ້ອໍານວຍການໃຫຍ່ ບໍລິສັດສະຕາໂທລະຄົມ, ທ່ານ ວັດທະນາ ວົງເທວັນ ຮອງຜູ້ອຳນວຍການ ບໍລິສັດອີທີແອລ ກໍ່ໄດ້ມີຄຳເຫັນຕໍ່ການຮ່ວມມື ແລະ ຜົນສຳເລັດຂອງສູນອິນເຕີເນັດ ແຫ່ງຊາດ ໃນໄລຍະ 15 ປີຜ່ານມາ.

ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ໄດ້ຂື້ນກ່າວມີຄຳເຫັນຕໍ່ການສ້າງຕັ້ງສູນອິນເຕີເນັດ ແຫ່ງຊາດ ໃນໄລຍະ 15 ປີ ຜ່ານມາ ພ້ອມທັງເນັ້ນເຖິງການຈັດຕັ້ງປະຕິບັດວຽກງານຂອງ ສູນອິນເຕີເນັດ ແຫ່ງຊາດ ພ້ອມທັງທິດທາງແຜນການ ແລະ ສິ່ງທ້າທ້າຍ ທີ່ຈະພົບພໍ້ໃນໄລຍະຕໍ່ໜ້າ ໃຫ້ເປັນໂຄງລ່າງພື້ນຖານທີ່ສຳຄັນ ໂດຍສະເພາະການເຊື່ອມໂຍງ-ເຊື່ອມຈອດ ພາກພື້ນ ແລະ ສາກົນ ເພື່ອການຫັນເປັນດິຈິຕອນ ຂອງ ສປປ ລາວ.

ສຸດທ້າຍນີ້, ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ໄດ້ຂື້ນກ່າວມີຄໍຳເຫັນ ຕໍ່ຜົນສຳເລັດຂອງສູນອິນເຕີເນັດ ແຫ່ງຊາດ ໃນໄລຍະ 15 ປີ ຜ່ານມາ, ພ້ອມທັງຊີ້ທິດໃນໄລຍະຕໍ່ໜ້າ ໃຫ້ເນັ້ນໜັກສືບຕໍ່ວຽກງານແນວຄິດການເມືອງ, ກໍ່ສ້າງພັກ, ຮັກສາມູນເຊື້ອ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ທີ່ຍາດມາໄດ້ 9 ສະໄຫມຊ້ອນ (2016-2025), ວຽກກໍ່ສ້າງບຸກຄະລາກອນ ໃຫ້ເປັນກຳລັງແຮງໃນການຫັນເປັນດິຈິຕອນ ແລະ ສືບຕໍ່ເອົາໃຈໃສ່ວຽກວິຊາສະເພາະ ໃຫ້ສາມາດສ້າງລາຍຮັບວິຊາການໄດ້ຫລາຍຂຶ້ນກວ່າເກົ່າ ປະກອບສ່ວນສ້າງສາພັດທະນາປະເທດຊາດ. ກ່າວປິດພິທີໂດຍ ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດ ແຫ່ງຊາດ ກ່າວຂອບໃຈ ທ່ານລັດຖະມົນຕີ,​ ທ່ານຮອງລັດຖະມົນຕີ ພ້ອມດ້ວຍແຂກເຂົ້າຮ່ວມ ແລະ ນ້ອມຮັບຄຳເຫັນ ແລະ ທິດຊີ້ນຳ ເພື່ອນຳເອົາໄປຈັດຕັ້ງປະຕິບັດໃນໄລຍະຕໍ່ໜ້າ.

ບັນຍາກາດການເຂົ້າຮ່ວມງານ:

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day