ກອງປະຊຸມສຳມະນາແລກປ່ຽນບົດຮຽນ ການຄຸ້ມຄອງ ແລະ ພັດທະນາ ຊັບພະຍາກອນອິນເຕີເນັດ ແລະ ໂຄງລ່າງພື້ນຖານດີຈີຕອນ ໃຫ້ມີຄວາມປອດໄພ ແລະ ຍືນຍົງ ເພື່ອການຫັນເປັນດີຈີຕອນ

30/09/2025

ກອງປະຊຸມສຳມະນາແລກປ່ຽນບົດຮຽນ ການຄຸ້ມຄອງ ແລະ ພັດທະນາ ຊັບພະຍາກອນອິນເຕີເນັດ ແລະ ໂຄງລ່າງພື້ນຖານດີຈີຕອນ ໃຫ້ມີຄວາມປອດໄພ ແລະ ຍືນຍົງ ເພື່ອການຫັນເປັນດີຈີຕອນ

ໃນວັນທີ 25 ກັນຍາ 2025, ທີ່ສູນອິນເຕີເນັດ ແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາແລກປ່ຽນບົດຮຽນ ການຄຸ້ມຄອງ ແລະ ພັດທະນາ ຊັບພະຍາກອນອິນເຕີເນັດ ແລະ ໂຄງລ່າງພື້ນຖານດີຈີຕອນ ໃຫ້ມີຄວາມປອດໄພ ແລະ ຍືນຍົງ ເພື່ອການຫັນເປັນດີຈີຕອນ, ກ່າວເປີດ ໂດຍ ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດ ແຫ່ງຊາດ.

ຈຸດປະສົງຂອງກອງປະຊຸມສຳມະນາໃນຄັ້ງນີ້ ກໍ່ເພື່ອແລກປ່ຽນບົດຮຽນ ໃນການຄຸ້ມຄອງ, ການພັດທະນາ ສົ່ງເສີມການນຳໃຊ້ຊັບພະຍາກອນອິນເຕີເນັດ ແລະ ການພັດທະນາໂຄງລ່າງພື້ນຖານດີຈີຕອນ ໃຫ້ມີຄວາມປອດໄພ ແລະ ຍືນຍົງ ເພື່ອການຫັນເປັນດີຈີຕອນ. ໂດຍມີວິຊາການເຕັກນິກ ເຂົ້າຮ່ວມຝຶກອົບຮົມ ຈາກບັນດາກົມ/ສູນອອ້ມຂ້າງກະຊວງ ຕສ, ບັນດາບໍລິສັດໂທລະຄົມມະນາຄົມ ແລະ ອິນເຕີເນັດ, ບັນດາບໍລິສັດຜູ້ສະໜອງອຸປະກອນ, ບັນດາບໍລິສັດຜູ້ໃຫ້ບໍລິການດ້ານດິຈິຕອນ ແລະ ບັນດາທະນາຄານທຸລະກິດ ເຂົ້າຮ່ວມ ຈຳນວນຫຼາຍກວ່າ 70 ທ່ານ.

ກອງປະຊຸມດັ່ງກ່າວ ໄດ້ມີຜູ້ບັນລະຍາຍ ຈາກສູນອິນເຕີເນັດ ແຫ່ງຊາດ (LANIC) ໂດຍທ່ານ ນາງ ສຸວັນນີ ໄຊສົງຄາມ ຫົວໜ້າພະແນກລະຫັດຊື່ອິນເຕີເນັດສູງສຸດແຫ່ງຊາດ ໄດ້ຂື້ນນຳສະເໜີ ຫົວຂໍ້ ການພັດທະນາ ແລະ ສົ່ງເສີມການນຳໃຊ້ ຊັບພະຍາກອນອິນເຕີເນັດ ໃນ ສປປ ລາວ ແລະ ທ່ານ ສຸລິສັກ ພົມມະແສນ ຫົວໜ້າພະແນກສູນກາງອິນເຕີເນັດ ນຳສະເໜີ ຫົວຂໍ້ ການພັດທະນາໂຄງລ່າງພື້ນຖານຂອງ ສປປ ລາວ.

ຈາກນັ້ນ, ຜູ້ບັນລະຍາຍ ຈາກ ສູນອິນເຕີເນັດຫວຽດນາມ (VNNIC), ທ່ານ ນາງ  Nguyen Thi Thu Thuy, ຫົວໜ້າພະແນກຮ່ວມມື ແລະ ຄຸ້ມຄອງຊັບພະຍາກອນອິນເຕີເນັດ, ໄດ້ນໍາສະເໜີ ຫົວຂໍ້ ຊັບພະຍາກອນອິນເຕີເນັດ ສຳລັບອິນເຕີເນັດທີ່ປອດໄພ ແລະ ຍືນຍົງ ໃນຍຸກແຫ່ງການພັດທະນາເຕັກໂນໂລຊີສະໄໝໃໝ່ ແລະ ທ່ານ Nguyen Truong Thanh, ຫົວໜ້າພະແນກເຕັກນິກ ໄດ້ນໍາສະເໜີ ຫົວຂໍ້ ການນຳໃຊ້ເຕັກໂນໂລຊີ ເພື່ອຮັບປະກັນຄວາມປອດໄພຂອງ ໂຄງລ່າງພື້ນຖານອິນເຕີເນັດທີ່ສຳຄັນ.

ສຸດທ້າຍ ແມ່ນ ທ່ານ ນາງ ພາວັນາ ດວງບຸຜາ ຜູ້ຈັດການທົ່ວໄປ ອົງການ APTLD ໄດ້ນໍາສະເໜີ ຫົວຂໍ້ ການພັດທະນາລະຫັດຊື່ອິນເຕີເນັດຂົງເຂດອາຊີປາຊີຟິກ ແລະ ທ່ານ ໄຊອານັນ ກຸມພົນ ຮອງຫົວໜ້າພະແນກຕອບໂຕ້ເຫດສຸກເສີນທາງຄອມພິວເຕີ, ກົມຄວາມປອດໄພໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ນຳສະເໜີຫົວຂໍ້ ການຄຸ້ມຄອງຄວາມປອດໄພໄຊເບີ ໃນ ສປປ ລາວ.

ກອງປະຊຸມສຳມະນາ ໃນຄັ້ງນີ້ ແມ່ນໄດ້ຕີລາຄາສູງຕໍ່ຜົນສຳເລັດ ໂດຍກອງປະຊຸມໄດ້ມີການແລກປ່ຽນຄຳຄິດ, ຄຳເຫັນຢ່າງກົງໄປກົງມາ ໂດຍສະເພາະ ການນຳໃຊ້ຊັບພະຍາກອນອິນເຕີເນັດແນວໃດ ໃຫ້ປອດໄພ ແລະ ມີປະສິດພາບສູງສຸດ, ການປົກປ້ອງພື້ນຖານໂຄງລ່າງອິນເຕີເນັດ, ໂຄງລ່າງພື້ນຖານດິຈິຕອນ ທີ່ສຳຄັນ ແລະ ໄພຂົມຂູ່ທາງໄຊເບີ. ດັ່ງນັ້ນ, ເຫັນໄດ້ວ່າການປະຊຸມສຳມະນາໃນມື້ນີ້ ແມ່ນມີເນື້ອໃນຄົບຖວ້ນສົມຄວນ ໂດຍສະເພາະການແລກປ່ຽນບົດຮຽນປະສົບການຂອງ ສູນອິນເຕີເນັດຫວຽດນາມ (VNNIC) ທີ່ສ້າງຕັ້ງ ແລະ ດໍຳເນີນງານມາຮອດປີນີ້ ແມ່ນຄົບຮອບ 25ປີ ແລະ ບົດຮຽນຈາກອົງການ APTLD, ເຊິ່ງ ບົດຮຽນ ແລະ ປະສົບການດັ່ງກ່າວສຸດແສນທີ່ຈະລ້ຳຄ່າ ທີ່ຈະນຳມາປັບໃຊ້ໃຫ້ແທດເໝາະ ກັບເງື່ອນໄຂ ແລະ ສະພາບການພັດທະນາ ຂອງ ສປປ ລາວ ໃນອານາຄົດ.

ກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນກິດຈະກໍາຫນຶ່ງ ເພື່ອສະເຫລີມສະຫລອງວັນສ້າງຕັ້ງ ສູນອິນເຕີເນັດ ແຫ່ງຊາດ ຄົບຮອບ 15 ປີ (07 ກັນຍາ 2010 - 07 ກັນຍາ 2025 )

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day