ສູນອິນເຕີເນັດແຫ່ງຊາດ ເຂົ້າຮ່ວມກອງປະຊຸມສະມາຊິກອົງການລະຫັດຊື່ອິນເຕີເນັດສູງສຸດເອເຊຍ-ປາຊິຟິກ (APTLD member meeting) ຄັ້ງທີ 88 ທີ່ເມືອງເບວເກຣດ, ປະເທດເຊີເບຍ.

16/09/2025

ສູນອິນເຕີເນັດແຫ່ງຊາດ ເຂົ້າຮ່ວມກອງປະຊຸມສະມາຊິກອົງການລະຫັດຊື່ອິນເຕີເນັດສູງສຸດເອເຊຍ-ປາຊິຟິກ (APTLD member meeting) ຄັ້ງທີ 88 ທີ່ເມືອງເບວເກຣດ, ປະເທດເຊີເບຍ.

ທ່ານ ນ ນີລາເພັດ ຄຳມຸງຄຸນ ຫົວໜ້າພະແນກ ຈາກສູນອິນເຕີເນັດແຫ່ງຊາດ (ສອຊ) ເຂົ້າຮ່ວມກອງປະຊຸມສະມາຊິກອົງການລະຫັດຊື່ອິນເຕີເນັດສູງສຸດເອເຊຍ-ປາຊິຟິກ (APTLD member meeting) ຄັ້ງທີ 88, ລະຫວ່າງວັນທີ 08-11 ກັນຍາ 2025, ທີ່ເມືອງເບວເກຣດ, ປະເທດເຊີເບຍ.

ກອງປະຊຸມສະມາຊິກອົງການລະຫັດຊື່ອິນເຕີເນັດສູງສຸດ ເອເຊຍ-ປາຊິຟິກ ແມ່ນເປັນເວທີພົບປະ, ສົນທະນາ ແລະ ແລກປ່ຽນບົດຮຽນ ໃນການຄຸ້ມຄອງ, ພັດທະນາ ແລະ ສົ່ງເສີມວຽກງານລະຫັດຊື່ອິນເຕີເນັດ ໃນຂົງເຂດເອເຊຍ-ປາຊິຟິກ ເຊິ່ງມິວິທະຍາກອນ ແລະ ນັກສຳມະນາກອນ ຈາກຂົງເຂດເອເຊຍ-ປາຊິຟິກ ເຂົ້າຮ່ວມເພື່ອແລກປ່ຽນບົດຮຽນ, ອັບເດດເຕັກໂນໂລຊີໃໝ່ໆ ທີ່ກ່ຽວຂ້ອງ ພ້ອມທັງ ກຳນົດແຜນການນະໂຍບາຍຕໍ່ໜ້າໃນການຄຸ້ມຄອງວຽກງານລະຫັດຊື່ອິນເຕີເນັດ. ນອກຈາກນັ້ນ ຍັງມີວີທະຍາກອນ ຈາກເອີຣົບເຂົ້າຮ່ວມເພື່ອແລກປ່ຽນບົດຮຽນຈາກທະວີບເອີຣົບອີກດ້ວຍ, ກອງປະຊຸມດັ່ງກ່າວດຳເນີນໄປເປັນເວລາ 04 ວັນ ມີຄົນເຂົ້າຮ່ວມຫຼາຍກວ່າ 100ຄົນ.

 

ໃນກອງປະຊຸມ ທ່ານ ນ ນີລາເພັດ ຄຳມຸງຄຸນ ໄດ້ເຂົ້າຮ່ວມເວທີສົນທະນາ ໃນ 02 ຫົວຂໍ້ ເພື່ອແລກປ່ຽນບົດຮຽນ ແລະ ປະສົບການ ກ່ຽວກັບການຄຸ້ມຄອງວຽກງານລະຫັດຊື່ອິນເຕີເນັດສູງສຸດຂອງ ສປປ ລາວ, ເຊິ່ງເວທີສົນທະນາທີ 01 ແມ່ນຫົວຂໍ້ກ່ຽວກັບຄວາມຈຳເປັນ ແລະ ສຳຄັນຂອງມາດຕະຖານສາກົນ ກ່ຽວກັບການຄຸ້ມຄອງຄວາມປອດໄພຂອງຂໍ້ມູນຂ່າວສານ ISO27001 ເຊິ່ງ ສອຊ ກໍ່ແມ່ນໄດ້ຮັບມາດຕະຖານ 27001:2013 ໃນປີ 2016 ແລະ ໄດ້ອັບເກຣດຂຶ້ນມາເປັນ ມາດຕະຖານ 27001:2022 ໃນປີ 2025 ນີ້ ເພື່ອໃຫ້ສອດຄ່ອງກັບມາດຕະຖານຄວາມປອດໄພຂອງຂໍ້ມູນຂ່າວສານ ຂອງສາກົນໃນປັດຈຸບັນ. ເວທີສົນທະນາທີ 02 ແມ່ນຫົວຂໍ້ກ່ຽວກັບວຽກງານການມີສ່ວນຮ່ວມລະຫວ່າງພາກລັດ ແລະ ຜູ້ໃຫ້ບໍລິການ ກ່ຽວກັບການກໍານົດນະໂຍບາຍຄຸ້ມຄອງ ແລະ ໃຫ້ບໍລິການລະຫັດຊື່ອິນເຕີເນັດ ເຊິ່ງ ສອຊ ເອງ ກໍ່ເປັນພາກສ່ວນທີ່ຄຸ້ມຄອງວຽກງານລະຫັດຊື່ອິນເຕີເນັດສູງສຸດ ຂອງ ສປປ ລາວ ແລະ ກໍ່ເຮັດວຽກຢ່າງໃກ້ຊິດໃຫ້ຜູ້ໃຫ້ບໍລິການເພື່ອເກັບກຳຂໍ້ມູນການໃຫ້ບໍໍລິການ ແລະ ຟັງຫາງສຽງຂອງຜູ້ໃຊ້ ເພື່ອນຳມາປັບປຸງນະໂຍບາຍໃຫ້ແທດເໝາະກັບການໃຫ້ບໍລິການ ແລະ ການຊົມໃຊ້ໃນແຕ່ລະໄລຍະ.

ສູນອິນເຕີເນັດແຫ່ງຊາດ ແມ່ນໄດ້ເປັນສະມາຊິກ ແລະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມດັ່ງກ່າວຢ່າງສະໝ່ຳສະເໝີ ເພື່ອແລກປ່ຽນບົດຮຽນ ແລະ ປະສົບການ ພ້ອມທັງນຳເອົາຄວາມຮູ້ທີ່ໄດ້ຮັບຈາກກອງປະຊຸມດັ່ງກ່າວ ກັບມາໝູນໃຊ້ເພື່ອພັດທະນາວຽກງານລະຫັດຊື່ອິນເຕີເນັດສູງສູດ ຂອງ ສປປ ລາວ .LA/.ລາວ ໃຫ້ຖືກຍອມຮັບ ແລະ ນໍາໃຊ້ຢ່າງແຜ່ຫຼາຍ ທັງໃນ ສປປ ລາວ ແລະ ຕ່າງປະເທດ.

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day