ຄະນະຈາກສູນອິນເຕີເນັດ ແຫ່ງຊາດ ສໍາເລັດການເຂົ້າຮ່ວມກອງປະຊຸມເຄືອຂ່າຍຂໍ້ມູນຂ່າວສານອາຊີ-ປາຊີຟິກ ຄັ້ງທີ່ 60 (APNIC60) ທີ່ດານັງ, ສສ ຫວຽດນາມ.

12/09/2025

ຄະນະຈາກສູນອິນເຕີເນັດ ແຫ່ງຊາດ ສໍາເລັດການເຂົ້າຮ່ວມກອງປະຊຸມເຄືອຂ່າຍຂໍ້ມູນຂ່າວສານອາຊີ-ປາຊີຟິກ ຄັ້ງທີ່ 60 (APNIC60) ທີ່ດານັງ, ສສ ຫວຽດນາມ.

ຄະນະຈາກສູນອິນເຕີເນັດ ແຫ່ງຊາດ ສໍາເລັດການເຂົ້າຮ່ວມກອງປະຊຸມເຄືອຂ່າຍຂໍ້ມູນຂ່າວສານອາຊີ-ປາຊີຟິກ ຄັ້ງທີ່ 60 (APNIC60) ທີ່ດານັງ, ສສ ຫວຽດນາມ.

ຄະນະຈາກສູນອິນເຕີເນັດ ແຫ່ງຊາດ, ນໍາໂດຍ ທ່ານ ໄຊສົມຫວັງ ສຸວັນນະວົງ, ຮອງຫົວໜ້າສູນອິນເຕີເນັດແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມເຄືອຂ່າຍຂໍ້ມູນຂ່າວສານອາຊີ-ປາຊີຟິກ ຄັ້ງທີ່ 60 (APNIC60) ທີ່ຈັດຂື້ນລະຫວ່າງ ວັນທີ 04-11 ກັນຍາ 2025,  ທີ່ ດານັງ, ສສ ຫວຽດນາມ.

ກອງປະຊຸມເຄືອຂ່າຍຂໍ້ມູນຂ່າວສານອາຊີ-ປາຊີຟິກປະຈຳປີ (APNIC60) ຈັດຂື້ນໂດຍການເປັນເຈົ້າພາບຂອງ ສູນອິນເຕີເນັດຫວຽດນາມ (VNNIC) ຮ່ວມກັບ ສູນເຄືອຂ່າຍຂໍ້ມູນຂ່າວສານອາຊີ-ປາຊີຟິກ (APNIC) ໂດຍມີ ບັນດາປະເທດສະມາຊິກສູນເຄືອຂ່າຍຂໍ້ມູນຂ່າວສານອາຊີ-ປາຊີຟິກປະຈຳປີ (APNIC) ໃນບັນດາປະເທດໃນເຂດອາຊີປາຊີຟິກ, ບັນດາບໍລິສັດຜູ້ໃຫ້ບໍລິການທາງດ້ານອິນເຕີເນັດ, ດິຈິຕອນ ແລະ ບັນດາມະຫາວິທະຍາໄລ ພາຍໃນ ແລະ ສາກົນ ເຂົ້າຮ່ວມຈຳນວນຫຼາຍ.

ສູນເຄືອຂ່າຍຂໍ້ມູນຂ່າວສານອາຊີ-ປາຊີຟິກ (APNIC) ໄດ້ຈັດການຝຶກອົບຮົມ ຫົວຂໍ້ ກ່ຽວກັບເຄືອຂ່າຍອິນເຕີເນັດ, ລະຫັດຊື່ອິນເຕີເນັດ ແລະ ຄວາມປອດໄພເຄືອຂ່າຍ ໂດຍໄດ້ຄັດເລືອກໃຫ້ທຶນກັບ ພະນັກງານ, ນັກສຶກສາ ຈາກ ສປ ລາວ ຈຳນວນ 05 ທ່ານເຂົ້າຮ່ວມຝຶກອົບຮົມ ໃນລະຫວ່າງວັນທີ 04-07 ກັນຍາ 2025 ພ້ອມທັງເຂົ້າຮ່ວມກອງປະຊຸມເຄືອຂ່າຍຂໍ້ມູນຂ່າວສານອາຊີ-ປາຊີຟິກປະຈຳປີ (APNIC60) ໃນລະຫວ່າງວັນທີ 09-11 ກັນຍາ 2025

ໃນໂອກາດດັ່ງກ່າວ ສູນອິນເຕີເນັດ ແຫ່ງຊາດ (LANIC) ແລະ ສູນອິນເຕີເນັດຫວຽດນາມ (VNNIC) ໄດ້ປະຊຸມ 2 ຝ່າຍ ເພື່ອປຶກສາຫາລືການຮ່ວມມືໃນໄລຍະຕໍ່ໜ້າ ໂດຍເນັ້ນໃສ່ ການພັດທະນາບຸກຄະລາກອນ, ການຊຸກຍູ້ການນຳໃຊ້ລະຫັດຊື່ອິນເຕີເນັດ ສູງສຸດ ແຫ່ງຊາດ (.LA), ການສ້າງມາດຕະຖານຄວາມປອດໄພໃນການແລກປ່ຽນຂໍມູນ (EPP) ກັບລະບົບລະຫັດຊື່ອິນເຕີເນັດສູງສຸດ ແຫ່ງຊາດ (.LA) ແລະ ການພັດທະນາເລກໝາຍອິນເຕີເນັດ ຮຸ່ນທີ 6 (IPv6).

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day