22/07/2025
ສູນອິນເຕີເນັດ ແຫ່ງຊາດ (ສອຊ), ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ຮ່ວມກັບ ສູນຮັບຮອງເອເລັກໂຕຣນິກ (NEAC), ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ໄດ້ມີການຈັດກອງປະຊຸມ ແລະ ຊຸດຝຶກອົບຮົມວິຊາການ ເພື່ອຈັດຕັ້ງປະຕິບັດແຜນການຮ່ວມມື ປະຈຳປີ 2025 ຕາມບົດບັນທຶກຄວາມເຂົ້າໃຈ ໃນການຮ່ວມມືພັດທະນາ ແລະ ສົ່ງເສີມການນຳໃຊ້ ໃນຂົງເຂດວຽກງານລາຍເຊັນເອເລັກໂຕຣນິກ ແລະ ການຮັບຮອງເອເລັກໂຕຣນິກ ລະຫວ່າງ ວັນທີ 14-17 ກໍລະກົດ 2025 ທີ່ ນະຄອນຫຼວງວຽງຈັນ.
ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂຳນັບ ຂອງ ທ່ານ ນ. ໂຕ່ ທິ ທູ ເຮືອງ ຫົວໜ້າສູນ NEAC ໃນໂອກາດທີ່ນຳພາຄະນະຈາກ ສູນ NEAC, ກົມນິຕິກຳ, ກົມເສດຖະກິດດິຈິຕອນ ແລະ ສັງຄົມ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ເດີນທາງມາຮ່ວມກອງປະຊຸມ ແລະ ຝຶກອົບຮົມວຽກງານລາຍເຊັນເອເລັກໂຕຣນິກ ແລະ ການຮັບຮອງທາງເອເລັກໂຕຣນິກ. ໃນການເຂົ້າຢ້ຽມຢາມຂຳນັບຄັ້ງນີ້ ສອຊ ແລະ ສູນ NEAC ກໍ່ໄດ້ລາຍງານຜົນການຈັດຕັ້ງປະຕິບັດຕິບັດ ບົດບັນທຶກຄວາມເຂົ້າໃຈ ໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ ທີ່ໄດ້ຕົກລົງເຫັນດີຮ່ວມການຈັດຕັ້ງປະຕິບັດ. ໃນໂອກາດນີ້ ທ່ານ ແກ້ວວີສຸກ ໂສລະພົມ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ທີ່ ທາງສູນ NEAC ເຂົ້າມາຢ້ຽມຢາມ ແລະ ສະແດງຄວາມຂອບໃຈ ແລະ ຊົມເຊີຍ ທີ່ທາງສູນ NEAC ໄດ້ໃຫ້ການຊ່ວຍເຫຼືອໃນດ້ານການພັດທະນາບຸກຄະລາກອນ ແລະ ແລກປ່ຽນບົດຮຽນໃຫ້ແກ່ ສອຊ ກໍ່ຄືກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນໄລຍະຜ່ານມາ ຢ່າງເປັນປົກະຕິ ແລະ ຕໍ່ເນື່ອງ, ທ່ານ ຮອງລັດຖະມົນຕີ ຍັງໄດ້ມີທິດຊີ້ນຳ ໃຫ້ທັງ 02 ຝ່າຍ ສືບຕໍ່ຈັດຕັ້ງປະຕິບັດການຮ່ວມມືໃນຂົງເຂດວຽກງານລາຍເຊັນ ແລະ ການຮັບຮອງເອເລັກໂຕຣນິກ ໃຫ້ປະກົດຜົນເປັນຈິງ ແລະ ໄດ້ຮັບຜົນສຳເລັດ ຢ່າງມີປະສິດທິພາບ ເພາະວຽກງານດັ່ງກ່າວແມ່ນວຽກງານທີ່ສຳຄັນ ແລະ ຈຳເປັນ ອັນເປັນພື້ນຖານໃນການອຳນວຍຄວາມສະດວກໃຫ້ແກ່ການຫັນເປັນດິຈິຕອນ ໃນຍຸກປັດຈຸບັນ ຂອງ ສປປ ລາວ ແລະ ທຸກປະເທດໃນໂລກ.
ໃນເວລາຕໍ່ມາ, ສູນອິນເຕີເນັດ ແຫ່ງຊາດ ເຊິ່ງນຳໂດຍ ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນ ອິນເຕີເນັດ ແຫ່ງຊາດ ພ້ອມດ້ວຍຄະນະສູນ ແລະ ຄະນະພະແນກ ຂອງ ສອຊ ແລະ ສູນ NEAC ເຊິ່ງນຳໂດຍ ທ່ານ ນ. ໂຕ່ ທິ ທູ ເຮືອງ ຫົວໜ້າສູນ NEAC ພ້ອມດ້ວຍຄະນະ ໄດ້ຈັດກອງປະຊຸມ 02 ຝ່າຍ ທີ່ ສູນອິນເຕີເນັດ ແຫ່ງຊາດ ເພື່ອສະຫຼຸບຖອດຖອນບົດຮຽນການຮ່ວມມື ໃນການຈັດຕັ້ງປະຕິບັດວຽກງານລາຍເຊັນເອເລັກໂຕຣນິກ ຕາມບົດບັນທຶກຄວາມເຂົ້າໃຈ. ໃນໄລຍະຜ່ານມາ ທັງ 02 ຝ່າຍໄດ້ເດີນທາງຢ້ຽມຢາມ ລາວ-ຫວຽດນາມ ເພື່ອແລກປ່ຽນບົດຮຽນ ແລະ ປະສົມການໃນການຄຸ້ມຄອງ ແລະ ສົ່ງເສີມການນຳໃຊ້ໃຫ້ແກ່ ພະນັກງານຂອງ ສອຊ, ກຕສ ແລະ ພາກສ່ວນທີ່ກ່ຽວຂ້ອງ ເປັນປົກະຕິ ໃນທຸກໆປີ, ພ້ອມດຽວກັນນັ້ນ ທັງ 02ຝ່າຍ ກໍ່ເຫັນດີໃນການສ້າງແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອຮ່ວມມືກັບພັດທະນາວຽກງານລາຍເຊັນເອເລັກໂຕຣນິກຂອງ ສປປ ລາວ ໃຫ້ທຽບເທົ່າກັບ ສສ ຫວຽດນາມ ເພື່ອຮອງຮັບການຫັນເປັນດິຈິຕອນ ຂອງ ສປປ ລາວ.
ຊຸດຝຶກອົບຮົມ ໃນຫົວຂໍ້: ການນຳໃຊ້ໃບຮັບຮອງເອເລັກໂຕຣນິກ ໃນການຮັກສາຄວາມປອດໄພຂອງທຸລະກຳອອນລາຍ ໄດ້ຖືກຈັດຂຶ້ນທີ່ ສະຖາບັນເຕັກໂນໂລຊີການສືື່ສານຂໍໍ້ມູນຂ່າວສານ (ຫຼັກ3), ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດ ແຫ່ງຊາດ ແລະ ທ່ານ ນາງ ໂຕ່ ທິ ທູ ເຮືອງ ຫົວໜ້າ ສູນຮັບຮອງລາຍເຊັນເອເລັກໂຕຣນິກ ແຫ່ງຊາດ ສສ ຫວຽດນາມ, ພ້ອມດ້ວຍຄະນະທີ່ເດີນທາງມາຈາກ ສສ ຫວຽດນາມ, ຫົວໜ້າ/ຮອງພະແນກຈາກບັນດາກົມ, ສູນ ທຽບເທົ່າພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງອ້ອມຂ້າງ, ທະນາຄານເອກະຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງຟົດຟື້ນ.
ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດ ແຫ່ງຊາດ ໄດ້ກ່າວວ່າ ສູນອິິນເຕີເນັດ ແຫ່ງຊາດ ແລະ ສູນຮັບຮອງລາຍເຊັນເອເລັກໂຕຣນິກ ແຫ່ງຊາດ ສສ ຫວຽດນາມ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອຮ່ວມມືໃນການພັດທະນາວຽກງານໃນຂົງເຂດລາຍເຊັນ ແລະ ການຮັບຮອງເອເລັກໂຕຣນິກ ເຊິ່ງວຽກງານດັ່ງກ່າວ ກໍເປັນອີກວຽກງານໜຶ່ງທີ່ຕິດພັນ ແລະ ນອນຢູ່ໃນແຜນການຫັນເປັນດິຈິຕອນ ທີ່ຈະສົ່ງເສີມໃຫ້ສັງຄົມລາວມີຄວາມຮັບຮູ້ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງລາຍເຊັນ ແລະ ໃບຮັບຮອງເອເລັກໂຕຣນິກ ໃນປັດຈຸບັນ.
ຊຸດຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງເພື່ອສ້າງຄວາມຮັບຮູ້ໃນສັງຄົມລາວກ່ຽວກັບການນຳໃຊ້ລາຍເຊັນ ແລະ ໃບຮັບຮອງເອເລັກໂຕຣນິກ ເຂົ້າໃນລະບົບ ແລະ ການເຮັດທຸລະກຳອອນລາຍ ເຊິ່ງການນຳໃຊ້ລາຍເຊັນ ແລະ ໃບຮັບຮອງເອເລັກໂຕຣນິກແມ່ນມີຄວາມຈຳເປັນ ແລະ ສຳຄັນຫຼາຍໃນການຫັນເປັນດິຈິຕອນໃນທົ່ວສັງຄົມ ເພາະໃບຮັງຮອງເອເລັກໂຕຣນິກ ຈະເປັນການຢັ້ງຢືນຕົວຕົນຂອງຜູ້ໃຊ້ ປ້ອງກັນການປອມແປງ-ການແອບອ້າງ ສ້າງຄວາມເຊື່ອໝັ້ນ ແລະ ປອດໄພໃຫ້ແກ່ຜູ້ໃຊ້ລະບົບ ແລະ ເຈົ້າຂອງລະບົບໃນການເຮັດທຸລະກຳຕ່າງໆ ຜ່ານທາງເອເລັກໂຕຣນິກອີກດ້ວຍ, ບົດຮຽນຈາກການຝຶກອົບຮົມໃນຄັ້ງນັ້ນ ຜູ້ເຂົ້າຮ່ວມສາມາດໝູນໃຊ້ເຂົ້າໃນວຽກງານການຫັນເປັນດິຈຕອນ ໃນຂະແໜງການຂອງຕົນ ທັງໃນຂົງເຂດເຕັກໂນໂລຊີ ແລະ ໃນຂົງເຂດຕ່າງໆປິ່ນອ້ອມອີກດ້ວຍ.

