ສູນອິນເຕີເນັດ ແຫ່ງຊາດ ເດີນທາງໄປເຮັດວຽກທີ່ ສສ ຫວຽດນາມ ເພື່ອແລກປ່ຽນບົດຮຽນ ກ່ຽວກັບການຄຸ້ມຄອງລະບົບອອກໃບຮັບຮອງເອເລັກໂຕຣນິກ ເຂົ້າໃນວຽກງານບັດປະຈຳຕົວເອເລັກໂຕຣນິກ (e-ID) ແລະ ລະບົບແລກປ່ຽນຂໍ້ມູນພາກລັດ.

20/03/2025

ສູນອິນເຕີເນັດ ແຫ່ງຊາດ ເດີນທາງໄປເຮັດວຽກທີ່ ສສ ຫວຽດນາມ ເພື່ອແລກປ່ຽນບົດຮຽນ ກ່ຽວກັບການຄຸ້ມຄອງລະບົບອອກໃບຮັບຮອງເອເລັກໂຕຣນິກ ເຂົ້າໃນວຽກງານບັດປະຈຳຕົວເອເລັກໂຕຣນິກ (e-ID) ແລະ ລະບົບແລກປ່ຽນຂໍ້ມູນພາກລັດ.

ໃນລະຫວ່າງວັນທີ 26 ກຸມພາ - 01 ມີນາ 2025 ຄະນະຈາກກະຊວງ ເຕັກໂນໂລຊີ ແລະ ການສື່ສານ ນຳໂດຍ ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດ ແຫ່ງຊາດ ແລະ ທ່ານ ປອ ທະວີສັກ ມະໂນທຳ ຫົວໜ້າສູນບໍລິຫານລັດດີຈີຕອນ ພ້ອມດ້ວຍ ຄະນະຈາກກະຊວງ ປ້ອງກັນຄວາມສະຫງົບ ນຳໂດຍ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍໍ່ສ້າງຮາກຖານ ແລະ ຈາກ ກຸ່ມບໍລິສັດ AIF ລວມທັງໝົດ 09 ທ່ານ ໄດ້ເດີນທາງໄປແລກປ່ຽນບົດຮຽນກັບ ກຸ່ມບໍລິສັດ VNPT ແລະ ກຸ່ມບໍລິສັດ MK ກ່ຽວກັບການຄຸ້ມຄອງລະບົບອອກໃບຮັບຮອງເອເລັກໂຕຣນິກ (CA) ແລະ ລະບົບແລກປ່ຽນຂໍ້ມູນພາກລັດ ໃນລະຫວ່າງວັນທີ 26 ກຸມພາ - 01 ມີນາ 2025 ທີ່ ນະຄອນຫຼວງຮາໂນຍ, ສສ ຫວຽດນາມ.

ຄະນະຈາກ ສປປ ລາວ ແມ່ນໄດ້ເຂົ້າຮ່ວມປະຊຸມກັບ ບໍລິສັດ VNPT ເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບການຄຸ້ມຄອງລະບົບ CA ຂອງ ບໍລິສັດ VNPT ເຊິ່ງເປັນຜູ້ໃຫ້ບໍລິການ CA ຫຼັກຂອງ ສສ ຫວຽດນາມ ພ້ອມທັງເປັນຜູ້ພັດທະນາລະບົບ CA ໃຫ້ແກ່ໂຄງການອອກບັດປະຈຳຕົວເອເລັກໂຕຣນິກ ແບບໃຫມ່ ໃຫ້ແກ່ ສປປ ລາວ. ໄດ້ຮັບຟັງການນຳສະເໜີ ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການພັັດທະນາລະບົບແລກປ່ຽນຂໍ້ມູນພາກລັດຂອງຫວຽດນາມ (Vietnam Data Exchange Platform : VDXP) ເຊິ່ງຖືກພັດທະນາມາເພື່ອແກ້ໄຂບັນຫາ ການເຊື່ອມຕໍ່ຂໍ້ມູນພາກລັດ ຈາກຫຼາຍພາກສ່ວນ ທີ່ມີນຳໃຊ້ເຕັກນິກການພັດທະນາທີ່ແຕກຕ່າງກັນ ເຂົ້າຫາກັນ ໂດຍໃຊ້ຜ່ານລະບົບ VDXP. ໃນຕອນບ່າຍຂອງມື້ດຽວກັນ ຄະນະ ໄດ້ເດີນທາງເຂົ້າຢ້ຽມຢາມ ສູນຮັກສາຄວາມປອດໄພໄຊເບີຂອງ ແລະ ສູນຂໍ້ມູນ ບໍລິສັດ VNPT ເຊິ່ງທັງສອງສູນ ແມ່ນສະໜອງບໍລິການຮັກສາຄວາມປອດໄພທາງໄຊເບີ ແລະ ຮັບຝາກເຊີເວີ ຂອງບັນດາລະບົບທີ່ນອນໃນກຸ່ມບໍລິສັດ VNPT, ພາກລັດ ແລະ ພາກເອກະຊົນທົ່ວໄປ.

ນອກຈາກນັ້ນ ຄະນະຍັງໄດ້ເດີນທາງໄປຢ້ຽມຢາມ ບໍລິສັດ MK ເຊິ່ງເປັນບໍລິສັດ ທີ່ໃຫ້ບໍລິສັດຜະລິດ Smart Card ສະໜອງໃຫ້ແກ່ຫວຽດນາມ ແລະ ສາກົນ, ເຊິ່ງບໍລິສັດດັ່ງກ່າວ ແມ່ນຮັບຜິດຊອບ ຜະລິດບັດປະຈຳຕົວເອເລັກໂຕຣນິກ ໃຫ້ແກ່ ສສ ຫວຽດນາມ ແລະ ສປປ ລາວ, ຄະນະເຂົ້າເບິ່ງຂັ້ນຕອນໃນການຜະລິດແຕ່ຂັ້ນຕອນທຳອິດ ຈົນຮອດຂັ້ນຕອນການຝັງຊິບ ແລະ ບັນຈຸໃສ່ກ່ອງ ພ້ອມທັງໄດ້ຮັບຟັງການນຳສະເໜີຕົວຢ່າງບັດປະຈຳຕົວເອເລັກໂຕຣນິກແບບໃໝ່ຂອງ ສປປ ລາວ.

ໃນການເດີນທາງ ໄປແລກປ່ຽນບົດຮຽນທີ່ ສສ ຫວຽດນາມໃນຄັ້ງນີ້ ຄະນະຈາກ ສອຊ ຍັງໄດ້ເດີນທາງເຂົ້າຢ້ຽມຢາມຖາມຂ່າວ ສູນຮັບຮອງເອເລັກໂຕຣນິກແຫ່ງຊາດ ສສ ຫວຽດນາມ (NEAC) ເຊິ່ງ ສອຊ ແລະ NEAC ແມ່ນເປັນຄູ່ຮ່ວມມືທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນການພັດທະນາບຸກຄະລາກອນຜູ້ຄຸ້ມຄອງວຽກງານ CA ຕັ້ງແຕ່ປີ 2016 ເປັນຕົ້ນມາ  ຈົນຮອດປັດຈຸບັນ, ການຢ້ຽມຢາມຄັ້ງນີ້ ຍັງໄດ້ປຶກສາຫາລືກ່ຽວກັບຜົນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈໃນປີທີ່ຜ່ານມາ ແລະ ແຜນການຮ່ວມມືໃນຂົງເຂດ CA ໃນປີ 2025 ນີ້.

ຜ່ານການເດີນທາງຮ່ວມເຮັດວຽກກັບ 02 ບໍລິສັດ ທີ່ເປັນບໍລິສັດແຖວໜ້າໃນການພັດທະນາເຕັກໂນໂລຊີຂອງ ສສ ຫວຽດນາມ ໄດ້ສະແດງໃຫ້ເຫັນຫຼາຍບັນຫາ ເປັນຕົ້ນແມ່ນ: ຄວາມຈຳເປັນ ແລະ ແນວໂນມໃນການນໍາໃຊ້ໃບຮັບຮອງເອເລັກໂຕຣນິກ ເຂົ້າໃນຫຼາກຫຼາຍທຸລະກຳ, ຄວາມຈຳເປັນໃນການພັດທະນາລະບົບແລກປ່ຽນ ແລະ ເຊື່ອມຕໍ່ຂໍ້ມູນພາກລັດ ເພື່ອໃຫ້ທຸກພາກສ່ວນສາມາດນຳໃຊ້ຂໍ້ມູນທີ່ຖືກຕ້ອງ ແລະ ເປັນອັນດຽວກັນ, ສິ່ງທ້າທ້າຍໃນການພັດທະນາ ໂດຍສະເພາະດ້ານນິຕິກໍາຄຸ້ມຄອງ ແລະ ສົ່ງເສີມການນຳໃຊ້, ຂໍ້ຈຳກັດດ້ານເຕັກໂນໂລຊີ ແລະ ດ້ານບຸກຄະລາກອນທີ່ຈະເຮັດໜ້າທີ່ຂັບເຄ່ືອນວຽກງານໃນແຕ່ລະດ້ານ. ສະນັ້ນ ຄະນະຈາກ ສປປ ລາວ ຈຶ່ງຕ້ອງໄດ້ສືບຕໍ່ຄົ້ນຄວ້າໃນການຮ່ວມມື ກັບບັນດາຄູ່ຮ່ວມມືໃນການພັດທະນາບັນດາລະບົບ ແລະ ແກ້ໄຂບັນຫາຕ່າງໆທີ່ໄດ້ແລກປ່ຽນກັນ ເພື່ອໃຫ້ປະສົບຜົນສຳເລັດໃນອານາຄົດອັນໃກ້.

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day