ກອງປະຊຸມຝຶກອົບຮົມ ສ້າງຄວາມເຂັ້ມແຂງ ຄະນະກຳມະການຄຸ້ມຄອງ ອິນເຕີເນັດ ຂັ້ນແຂວງ 3 ແຂວງ: ຜົ້ງສາລີ, ອຸດົມໄຊ ແລະ ຫຼວງພະບາງ ທີ່ແຂວງຜົ້ງສາລີ

15/03/2025

ກອງປະຊຸມຝຶກອົບຮົມ ສ້າງຄວາມເຂັ້ມແຂງ ຄະນະກຳມະການຄຸ້ມຄອງ ອິນເຕີເນັດ ຂັ້ນແຂວງ 3 ແຂວງ: ຜົ້ງສາລີ, ອຸດົມໄຊ ແລະ ຫຼວງພະບາງ ທີ່ແຂວງຜົ້ງສາລີ

ໃນວັນທີ 07 ມີນາ 2025 ຜ່ານມານີ້, ທີ່ ຫ້ອງວ່າການແຂວງຜົ້ງສາລີ, ຫ້ອງການກອງເລຂາຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ຄະນະກໍາມະການຄຸ້ມຄອງອິນເຕີເນັດແຂວງ ຜົ້ງສາລີ ໄດ້ຈັດກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງ ຄະນະກຳມະການຄຸ້ມຄອງ ອິນເຕີເນັດ ຂັ້ນແຂວງ 3 ແຂວງຜົ້ງສາລີ, ອຸດົມໄຊ ແລະ ຫຼວງພະບາງ ໂດຍການເປັນປະທານຮ່ວມ ຂອງ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັັັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ແລະ ທ່ານ ບຸນທະວີ ສໍສຸກັນ ກໍາມະການປະຈໍາພັກແຂວງ ປະທານກວດກາແຂວງຜົ້ງສາລີ. ມີບັນດາທ່ານວິທະຍາກອນ ຈາກພາກສ່ວນກ່ຽວຂ້ອງ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ພ້ອມດ້ວຍບັນດາຄະນະກຳມະການຄຸ້ມຄອງອິນເຕີເນັດ ຂັ້ນແຂວງ 3 ແຂວງ: ຜົ້ງສາລີ, ອຸດົມໄຊ ແລະ ຫຼວງພະບາງ, ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດນີ້, ປະທານຮ່ວມກອງປະຊຸມ ທ່ານ ບຸນທະວີ ສໍສຸກັນ ກໍາມະການປະຈໍາພັກແຂວງ ປະທານກວດກາແຂວງຜົ້ງສາລີ ໄດ້ສະແດງຄວາມຕ້ອນຮັບ ແລະ ຍັງປະກອບຄໍາເຫັນ ໃນການຈັດຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ແກ່ ຄຄອຂ ແມ່ນມີຄວາມຫມາຍຄວາມສໍາຄັນຕໍ່ການສ້າງຄວາມເຂົ້າໃຈກົນໄກການຕອບໂຕ້ສື່ສັງຄົມອອນລາຍ, ທັງເສີມສ້າງທັກສະ, ປູກຈິດສໍານຶກໃນວຽກງານຄວາມປອດໄພທາງໄຊເບີ ເພື່ອເປັນການສ້າງຄວາມອາດສາມາດໃນຂະແໜງການເຂົ້າໃຈໄພຄຸກຄາມ ແລະ ໄພອັນຕະລາຍຕ່າງໆ ເພື່ອນໍາໄປເຜິຍແຜ່ຄວາມຮູ້, ແກ່ສັງຄົມ ເພື່ອຫຼຸດຜ່ອນຄວາມສ່ຽງຕ່າງໆ ທີ່ອາດເກີດຂຶ້ນກັບຕົນ, ການຈັດຕັ້ງ ແລະ ສັງຄົມ ໂດຍສະເພາະການຈັດຕັ້ງປະຕິບັດວຽກງານຄຸ້ມຄອງອິນເຕີເນັດຂັ້ນແຂວງ ກໍຄືວຽກງານຫັນເປັນດິຈິຕອນ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.

ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ ຄຄອຊ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສຳຄັນ ແລະ ຄວາມເອົາໃຈໃສ່ຢ່າງເປັນເອກະພາບ ຕໍ່ກັບວຽກງານຄ້ມຄອງອິນເຕີເນັດພາຍໃນ 3 ແຂວງ: ຜົ້ງສາລີ, ອຸດົມໄຊ ແລະ ຫຼວງພະບາງ, ກໍ່ຄື ການພັດທະນາວຽກການຄຸ້ມຄອງ, ການພັດທະນາ ແລະ ການນໍາໃຊ້ ອິນເຕີເນັດ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເຂົ້າໃນການຈັດຕັ້ງປະຕິບັດວຽກງານ, ການດຳເນີນທຸລະກິດ, ການດຳລົງຊີວິດ, ການຕິດຕໍ່ພົວພັນ ຂອງສັງຄົມ ຕ່າງໆ, ຍິ່ງເຫັນໄດ້ແຈ້ງ ເຖິງຄວາມສໍາຄັນ ແລະ ຄວາມຈຳເປັນຂອງ ອິນເຕີເນັດ. ແຕ່ຄຽງຄູ່ກັບຜົນປະໂຫຍດອັນມະຫາສານຈາກ ອິນເຕີເນັດ, ກໍ່ເຫັນໄດ້ແຈ້ງບັນຫາ ແລະ ສິ່ງທ້າທາຍຕ່າງໆ, ໂດຍສະເພາະ ແມ່ນການນໍາໃຊ້ສື່ສັງຄົມອອນລາຍ ແລະ ການນຳໃຊ້ອິນເຕີເນັດ ໄປໃນທາງທີ່ບໍ່ດີ. ຄະນະປະທານ ຍັງໄດ້ເນັ້ນຢ້ຳກ່ຽວກັບ ການຫັນເປັນດີຈີຕອນຂອງ ສປປ ລາວ ຊຶ່ງຖືເປັນອັນລວມ ທີ່ມີພື້ນຖານໂຄງລ່າງຈາກການພັດທະນາອິນເຕີເນັດ, ຊຶ່ງມັນໄດ້ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ຢູ່ ສປປ ລາວ ຢ່າງແຂງແຮງ.

ໃນກອງປະຊຸມຝຶກອົບຮົມຄັ້ງນີ້, ຍັງໄດ້ຮັບຟັງການບັນຍາຍຂອງວິທະຍາກອນຈາກບັນດາ ກົມ, ສູນ ກ່ຽວຂ້ອງພາຍໃນ ຄຄອຊ ໃນຫຼາຍຫົວຂໍ້ ຄື: ພາລະບົດບາດ ຂອງ ຄຄອຊ ແລະ ການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ ນໍາສະເໜີໂດຍທ່ານ ມີນາໄຊ ພິລາວົງ, ຫົວໜ້າສູນອິນເຕີເນັດແຫ່ງຊາດ, ຫົວໜ້າຫ້ອງການກອງເລຂາ ຄຄອຊ; ການຈັດຕັ້ງປະຕິບັດວຽກງານຂ່າວສານ ແລະ ວຽກງານຖະແຫຼງຂ່າວ ສະເໜີໂດຍທ່ານ ປອ ບີ່ໂຟ໋ ນັນທະວົງ , ຮອງຫົວໜ້າກົມປະຊາສໍາພັນ, ຫ້ອງວ່າການສຳນັກງານນາຍຍົກລັດຖະມົນຕີ, ການຕອບຕ້ານກົນອຸບາຍຂອງກຸ່ມຄົນບໍ່ດີ ນໍາສະເໜີໂດຍ ທ່ານ ພູວັນ ຈັນທະມີໄຊ ຮອງຫົວໜ້າພະແນກ ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ການໃຫ້ຄວາມຮູ້ກ່ຽວກັບການກວດສອບຂ່າວປອມ ແລະ ຂັ້ນຕອນການແຈ້ງຄວາມ ສະເໜີ ຕາງໜ້າກົມສືບສວນ-ສອບສວນ, ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ; ເພີ່ມທະວີການຫັນເປັນດິຈິຕອນຂອງພາກລັດ ນໍາສະເໜີໂດຍ ທ່ານ ຄໍາຜາຍ ອິນທະລາ ຮອງຫົວໜ້າສູນບໍລິຫານລັດດິຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ;.

ຜູ້ເຂົ້າຮ່ວມ ໄດ້ຮ່ວມກັນ ປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນ ຢ່າງກົງໄປກົງມາ ກ່ຽວກັບວຽກງານຄຸ້ມຄອງອິນເຕີເນັດ ພາຍໃນແຂວງຂອງຕົນ ກໍຄືພາຍໃນປະເທດ ແລະ ຂອງປະເທດອ້ອມຂ້າງ, ວິທີການປະສານງານລະຫວ່າງ ຄຄອຊ ແລະ ຄຄອຂ, ລວມທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພື່ອໃຫ້ມີກົນໄກການປະສານງານໂລ່ງລ່ຽນ, ການແກ້ໄຂບັນຫາ ແລະ ການໃຫ້ຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ທັນສະພາບການ.

ພ້ອມດຽວກັນນັ້ນ ກໍ່ໄດ້ມີ ພິທີມອບອຸປະກອນຄອມພິວເຕີ ໂດຍ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັັັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ ຄຄອຊ, ຕາງໜ້າ ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ມອບງົບປະມານຈໍານວນ 100,000,000 ກີບ ແລະ ຕາງໜ້າກະຊວງ ເຕັກໂນໂລຊີ ແລະ ການສື່ສານ ມອບເຄື່ອງຄອມພິວເຕີ ແລະ ເອກະສານຝືກອົບຮົມຄວາມຮູ້ພື້ນຖານກ່ຽວກັບການຫັນເປັນດິຈິຕອນ ໃຫ້ ຄະນະກໍາມະການຄຸ້ມຄອງອິນເຕີ ຂັ້ນແຂວງ 3 ແຂວງ: ຜົ້ງສາລີ, ອຸດົມໄຊ ແລະ ຫຼວງພະບາງ, ພາກສ່ວນລະ 3 ຊຸດລວມເປັນມູນຄ່າ 37,500,000 ກີບ ເພື່ອຮັບໃຊ້ເຂົ້າໃນວຽກງານຄຸ້ມຄອງອິນເຕີເນັດແຂວງຂອງຕົນ.

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day