19/02/2025

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງ ໜ່ວຍພັກ ຮາກຖານສູນອິນເຕີເນັດ ແຫ່ງຊາດ ໄດ້ໄຂຂຶ້ນຢ່າງສະຫງ່າງາມ ໃນວັນທີ 17 ກຸມພາ 2025 ຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ ຂອງສູນອິນເຕີເນັດ ແຫ່ງຊາດ, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະບໍລິຫານງານ-ປະທານກວດກາພັກ, ຮອງລັດຖະມົນຕີ, ສະຫາຍ ມີນາໄຊ ພິລາວົງ, ຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກຮາກຖານສູນອິນເຕີເນັດ ແຫ່ງຊາດ, ມີຄະນະປະຈໍາພັກກະຊວງ, ຄະນະບໍລິຫານງານພັກກະຊວງ, ບັນດາເລຂາໜ່ວຍພັກຮາກຖານ, ຄະນະພັກຮາກຖານ ອ້ອມຂ້າງກະຊວງ ແລະ ສະມາຊິພັກຂອງໜ່ວຍພັກຮາກຖານສູນອິນເຕີເນັດ ແຫ່ງຊາດ ເຂົ້າຮ່ວມ ຢ່າງພ້ອມພຽງ.
ໃນກອງປະຊຸມຄັ້ງນີ້, ສະຫາຍ ມີນາໄຊ ພິລາວົງ ເລຂາໜ່ວຍພັກຮາກຖານສູນອິນເຕີເນັດ ແຫ່ງຊາດ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ, ພ້ອມນັ້ນ ຄະນະໜ່ວຍພັກກໍໄດ້ຜ່ານບົດລາຍງານການເມືອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ II ຂອງ ໜ່ວຍພັກຮາກຖານສູນອິນເຕີເນັດ ແຫ່ງຊາດ (ແຕ່ປີ 2019-2024), ວາງທິດທາງຄາດໝາຍ ແລະ ວຽກງານຈຸດສຸມໃນ 05 ປີຕໍ່ໜ້າ ແລະ ບົດສໍາຫຼວດການນໍາພາ-ຊີ້ນໍາລວມ ຂອງຄະນະໜ່ວຍພັກ ໂດຍສະແດງອອກ ການຈັດຕັ້ງປະຕິບັດວຽກງານການເຄື່ອນໄຫວ ນໍາພາ-ຊີ້ນໍາ ປະກອບສ່ວນຢ່າງຕັ້ງໜ້າ ແລະ ເຊີດຊູຄວາມຮັບຜິດຊອບ ຂອງ ຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນ ສູນອິນເຕີເນັດ ແຫ່ງຊາດ ຢ່າງເປັນຂະບວນຟົດຟື້ນ, ໄດ້ພ້ອມກັນເຄື່ອນໄຫວປະຕິບັດໜ້າທີ່ການເມືອງ ແລະ ເຂົ້າຮ່ວມຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະເຕັກນິກ ໃນການພັດທະນາໂຄງລ່າງພື້ນຖານດີຈີຕອນ, ວຽກງານຄະນະກໍາມາທິການຄຸ້ມຄອງອິນເຕີເນັດແຫ່ງຊາດ, ວຽກການຫັນເປັນດິຈິຕອນ ຂອງ ສປປ ລາວ ແລະ ອື່ນໆ.
ໂອກາດດຽວກັນນີ້, ຜູ້ແທນກອງປະຊຸມ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້ ຊຶ່ງມີຜູ້ລົງຮັບສະໝັກເລືອກຕັ້ງທັງໝົດ 05 ສະຫາຍ ແລະ ເລືອກໄດ້ 03 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກຄົບຄະນະ ຂອງ ຂອງ ໜ່ວຍພັກ ຮາກຖານສູນອິນເຕີເນັດ ແຫ່ງຊາດ ໄດ້ເລືອກເອົາ ສະຫາຍ ມີນາໄຊ ພິລາວົງ ເປັນເລຂາໜ່ວຍພັກ, ສະຫາຍ ໄຊສົມຫວັງ ສຸວັນນະວົງ ເປັນຮອງເລຂາໜ່ວຍພັກ, ແລະ ສະຫາຍ ວົງນ້ອຍ ສີວັນທອງ ເປັນກຳມະການໜ່ວຍ ທັງເປັນປະທານກວດກາ. ພ້ອມນັ້ນ, ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ຈັດຂຶ້ນໃນມໍ່ໆນີ້.
ໃນຕອນທ້າຍຂອງພິທີ, ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ເນັ້ນໃຫ້ໜ່ວຍພັກເອົາໃຈໃສ່ບາງບັນຫາ ຄື: ຕ້ອງສືບຕໍ່ຍົກສູງຄວາມເປັນເຈົ້າການສຶກສາອົບຮົມການເມືອງ-ນໍາພາແນວຄິດໜັກແໜ້າ ໃຫ້ສະມາຊິກພັກ ແລະ ພະນັກງານ, ພ້ອມທັງສືບຕໍ່ຮັກສາມູນເຊື້ອອັນດີງາມ ດ້ານຄວາມສາມັກຄີເປັນປຶກແຜ່ນ ພາຍໃນໜ່ວຍພັກ. ພ້ອມນີ້ ສະຫາຍຍັງໄດ້ເນັ້ນໜັກປັບປຸວຽກງານວິຊາການ ຮັບປະກັນດ້ານວິຊາສະເພາະ ໃຫ້ສຳເລັດທຸກໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເປັນຕົ້ນ: ການຂະຫຍາຍໂຄງລ່າງພື້ນຖານອິນເຕີເນັດ, ການຫັນໄປນຳໃຊ້ເລກໝາຍອິນເຕີເນັດຮຸ່ນທີ 6 ຫຼື IPv6, ການຄົ້ນຄວ້ານຳໃຊ້ປັນຍາປະດິດ ແລະ ການຄຸ້ມຄອງວຽກງານຄວາມປອດໄພ, ການຄຸ້ມຄອງຂໍ້ມູນຂ່າວສານເທິງອິນເຕີເນັດ ທີ່ຕ້ອງໄດ້ພົວພັນກັບຫຼາຍພາກສ່ວນ ທັງພາຍໃນກະຊວງ ແລະ ທົ່ວປະເທດ, ສ້າງໃຫ້ສູນອິນເຕີເນັດແຫ່ງຊາດ ກາຍເປັນຜູ້ສະໜອງໂຄງລ່າງພື້ນຖານສຳຄັນ ໃນການຫັນເປັນດີຈີຕອນ.