ກອງປະຊຸມທາບທາມບຸກຄະລາກອນ ຮອບທີ I ເພື່ອກະກຽມເຂົ້າສູ່ ກອງປະຊຸມໃຫຍ່ ຄັ້ງທີ III ຂອງ ໜ່ວຍພັກຮາກຖານ ສູນອິນເຕີເນັດ ແຫ່ງຊາດ

07/01/2025

ກອງປະຊຸມທາບທາມບຸກຄະລາກອນ ຮອບທີ I ເພື່ອກະກຽມເຂົ້າສູ່ ກອງປະຊຸມໃຫຍ່ ຄັ້ງທີ III ຂອງ  ໜ່ວຍພັກຮາກຖານ ສູນອິນເຕີເນັດ ແຫ່ງຊາດ

ໃນຕອນເຊົ້າຂອງວັນທີ 06 ມັງກອນ 2025, ທີ່ ຫ້ອງປະຊຸມໃຫຍ່ ສູນອິນເຕີເນັດ ແຫ່ງຊາດ, ໜ່ວຍພັກຮາກຖານ ສູນອິນເຕີເນັດ ແຫ່ງຊາດ (ສອຊ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ຮອບທີ I ເພື່ອອອກຮັບສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານໜ່ວຍພັກຮາກຖານສູນອິນເຕີເນັດ ແຫ່ງຊາດ ສະໄໝທີ III, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ແກ້ວວີສຸກ ໂສລະພົມ ຄະນະປະຈຳ ຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ມີນາໄຊ ພິລາວົງ ຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານ ສອຊ, ມີຮອງເລຂາ, ສະມາຊິກພັກສົມບູນ, ສະມາຊິກພັກສໍາຮອງ ສອຊ, ພ້ອມດ້ວຍຄະນະຕິດຕາມ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງ,​ ປະກອບຄໍາຄິດເຫັນ ແລະ ຮັບຮອງເອົາ ຮ່າງບົດລາຍງານການເມືອງ ກ່ຽວກັບການເຄື່ອນໄຫວນຳພາ-ຊີ້ນຳ ຂອງ ໜ່ວຍພັກຮາກຖານ ສູນອິນເຕີເນັດ ແຫ່ງຊາດ ແຕ່ປີ 2019-2024 ແລະ ທິດທາງແຜນການ 2025-2029, ແລະ ບົດສໍາຫຼວດການຊີ້ນໍາ-ນໍາພາ ຂອງ ໜ່ວຍພັກຮາກຖານ ສູນອິນເຕີເນັດ ແຫ່ງຊາດ, ເຊິ່ງບົດ​ລາຍງານ ໄດ້ຕີລາຄາສູງເຖິງຜົນງານ ການຈັດຕັ້ງປະຕິບັດວຽກງານການນຳພາຂອງໜ່ວຍພັກຮາກຖານ ສູນອິນເຕີເນັດແຫ່ງຊາດ ໃນໄລຍະຜ່ານມາ, ພ້ອມກັນນັ້ນ ກໍ່ໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ໃນຕໍ່ໜ້າ, ສະແດງໃຫ້ເຫັນສາເຫດຕ່າງໆ ແລະ ສະຫຼຸບສັງລວມ ຖອດເປັນບົດຮຽນໃຫ້ແກ່ການນຳພາຂອງຄະນະໜ່ວຍພັກຮາກຖານ ສູນອິນເຕີເນັດ ແຫ່ງຊາດ.

ໂອກາດດັ່ງກ່າວ ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາ ອັນມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ຈາກ ສະຫາຍ ແກ້ວວີສຸກ ໂສລະພົມ ຄະນະປະຈຳ ຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໂດຍໄດ້ເນັ້ນໜັກ ບັນດາສະຫາຍຜູ້ແທນກອງປະຊຸມ ຈົ່ງຍົກສູງສະຕິຄວາມຮັບຜິດຊອບ ແລະ ຄຳນຶງເຖິງຄວາມສຳຄັນຂອງການຕັດສິນໃຈ ໃນການເລືອກເອົາ ບຸກຄະລາກອນທີ່ຈະມາຮັບໜ້າທີ່ເປັນຄະນະໜ່ວຍພັກຮາກຖານ ສອຊ ຊຸດໃໝ່, ຊຶ່ງຈະເປັນຜູ້ນຳພາການເຄື່ອນໄຫວວຽກງານຂອງໜ່ວຍພັກຮາກຖານ ສອຊ ທີ່ຕິດພັນກັບວຽກງານວິຊາສະເພາະຂອງ ສອຊ ໃນສະໄໝຕໍ່ໜ້າ, ຄຳນຶງເຖິງມາດຖານ, ເງື່ອນໄຂ, ຄວາມຮູ້, ຄວາມສາມາດ, ຄວາມມີວິໄສທັດ ແລະ ຄວາມເປັນຜູ້ນຳ ຂອງຜູ້ທີ່ຈະເລືອກ, ພ້ອມທັງປະຕິບັດໃຫ້ຖືກຕ້ອງຕາມກົດລະບຽບ ແລະ ຂັ້ນຕອນຕ່າງໆ ທີ່ທາງຄະນະຄວບຄຸມການປ່ອນບັດແນະນຳຢ່າງເຂັ້ມງວດ ແລະ ຮັບປະກັນ ບໍ່ໃຫ້ມີບັດຕາຍ.

ກອງປະຊຸມຍັງໄດ້ດໍາເນີນການປ່ອນບັດຄັດເລືອກທາບທາບເອົາບຸກຄະລາກອນ ຮອບທີ I ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ III ຂອງ ໜ່ວຍພັກຮາກຖານ ສູນອິນເຕີເນັດແຫ່ງຊາດ ທີ່ຈະຈັດຂຶ້ນໃນມໍ່ໆນີ້.

ກອງປະຊຸມໄດ້ປິດລົງໃນເວລາ 11:00 ຂອງວັນດຽວກັນ ໂດຍໄດ້ບັນລຸທຸກຈຸດປະສົງຂອງກອງປະຊຸມທາບທາມບຸກຄະລາກອນ ຮອບ I ຂອງໜ່ວຍພັກຮາກຖານ ສູນອິນເຕີເນັດແຫ່ງຊາດ ດ້ວຍຜົນສຳເລັດອັນຈົບງາມ.

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day