07/01/2025
ໃນລະຫວ່າງວັນທີ 02-11 ທັນວາ 2024, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເຄື່ອນໄຫວເຮັດວຽກ ເຂົ້າຮ່ວມສຳມະນາ ໃນຫົວຂໍ້ “ການແລກປ່ຽນປະສົບການຂົງເຂດການພັດທະນາເສດຖະກິດ ຈີນ-ລາວ” ທີ່ນະຄອນປັກກິງ, ສປ ຈີນ ຊຶ່ງໄດ້ຮັບການສະໜັບສະໜູນໂດຍ ຄະນະກໍາມະທິການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນຢູ່ນະຄອນຫຼວງປັກກິ່ງ ສປ ຈີນ.
ໃນຕອນເຊົ້າ ຂອງວັນທີ 02 ທັນວາ 2024 ຄະນະຜູ້ແທນຈາກ ສປປ ລາວ ໄດ້ເຂົ້າຮ່ວມພິທີເປີດ ກອງປະຊຸມສໍາມະນາແລກປ່ຽນປະສົບການຂົງເຂດການພັດທະນາເສດຖະກິດ ຈີນ-ລາວ ຢູ່ທີ່ຕຶກສໍານັກງານຂອງຄະນະກຳມະທິການພັດທະນາ ແລະ ປະຕິຮູບ ແຫ່ງຊາດ ສປ. ຈີນ (NDRC), ໂດຍແມ່ນ ທ່ານ ນາງ ຫວ້ານ ຊ່ຽນ (Wan Qian) ຮອງຫົວໜ້າ ກົມການຕ່າງປະເທດ, ຄະນະກຳມະທິການພັດທະນາ ແລະ ປະຕິຮູບ ແຫ່ງຊາດ ສປ. ຈີນ (NDRC) ຕ່າງໜ້າຝ່າຍຈີນ ກ່າວຕ້ອນຮັບ ຜູ້ແທນຝ່າຍລາວ ທີ່ປະກອບດ້ວຍ ຄະນະຜູ້ແທນຈາກກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຈຳນວນ 24 ທ່ານ ພ້ອມດ້ວຍ ຄະນະຜູ້ແທນ ຈາກກະຊວງ ແຜນການ ແລະ ການລົງທຶນ ຈຳນວນ 20 ທ່ານ, ລວມທັງໝົດ 44 ທ່ານ. ເຊິ່ງໃນນັ້ນທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດ ແຫ່ງຊາດ ຕາງໜ້າຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ປອ ນ ບົວວອນ ສຸກລາແສງ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ຕ່າງໜ້າຈາກຂະແໜງການ ແຜນການ ແລະ ການລົງທຶນ ກໍຍັງໄດ້ຂຶ້ນກ່າວຍິນດີ ແລະ ປະກອບຄໍາເຫັນ.
ໃນວັນທີ 03-07 ທັນວາ 2024 ຄະນະຜູ້ແທນ ໄດ້ສືບຕໍ່ເຂົ້າຮ່ວມສໍາມະນາ ທີ່ນະຄອນຫຼວງປັກກິ່ງແລກປ່ຽນປະສົບການຂົງເຂດການພັດທະນາເສດຖະກິດ ຈີນ-ລາວ ຊຶ່ງໄດ້ບົດຮຽນກ່ຽວກັບ ກອງປະຊຸມຄົບຄະນະຂອງຄັ້ງທີ່ 3 ຂອງພັກຄອມມູນິດຈີນ ຊຸດທີ 20 ແລະ ການຈັດການປະຕິຮູບ, ໄດ້ແລກປ່ຽນຂັ້ນຕອນຂະບວນການວາງແຜນ 5 ປີ ຂອງ ສປຈີນ , ເຂົ້າໃຈນະໂຍບາຍຂອງການຮ່ວມກັນກໍ່ສັາງ ໜຶ່ງ ແລວ ໜຶ່ງ ເສ້ນທາງ ໃຫ້ມີຄຸນະພາບ ແລະ ຄວາມຫວັງໃໝ່ໃນອະນາຄົດ, ໄດ້ຮຽນຮູ້ປະສົບການຂອງ ສປ ຈີນ ກ່ຽວການການເຊື່ອມຈອດເຊື່ອມໂຍງ ແລະ ການເປີດປະຕູສູ່ພາຍນອກ, ພ້ອມກັນນັ້ນ ຍັງໄດ້ຮັບຮູ້ເຖິງປະສົບການ ໃນການພັດທະນາໃນດ້ານຕ່າງໆ ຕ້ອງໃຫ້ຄຽງຄູ່ໄປພ້ອມກັບການຄຸ້ມຄອງ ລະບົບນິເວດສີຂຽວເພື່ອຫລຸດຜ່ອນໃນການຜະລິດກາກບອນ, ນອກນັ້ນ ຍັງໄດ້ແລກປ່ຽນປະສົບການ ການຫຼຸດຜ່ອນຄວາມທຸກຍາກ, ນະໂຍບາຍການຟື້ນຟູຊົນນະບົດຂອງຈີນ ແລະ ການບໍລິຫານຄຸ້ມຄອງລັດໃນແບບດິຈິຕອນ ຂອງ ສປ ຈີນ.
ໃນວັນທີ 08-10 ຄະນະຜູ້ແທນ ໄດ້ໄປຮ່ວມທັດສະນະທັດສະນະທີ່ນະຄອນຊຽງໄຮ້ ເຊິ່ງເປັນເມືອງທີ່ມີການພັດທະນາທັງໃນດ້ານເສດຖະກິດ ແລະ ເຕັກໂນໂລຊີ ແຖວໜ້າຂອງໂລກ, ໄດ້ໄປຢ້ຽມຢາມ ສູນຂໍ້ມູນໃຫຍ່ ແລະ ໄດ້ຮັບຟັງກ່ຽວກັບການຄຸ້ມຄອງ ແລະ ບໍລິຫານລະບົບລວມສູນປະຕູດຽວຂອງບໍລິການພາກລັດ, ຢ້ຽມຢາມ ສູນກາງຄົ້ນຄວ້າປັນຍາປະດິດຂອງ Huawei, ໄດ້ຮັບຟັງ ແລະ ໄດ້ທົດລອງສິ່ງປະດິດ ແລະ ຜະລິດຕະພັນໃຫມ່ໆ ຂອງ Huawei ທີ່ນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ເຂົ້າໃນການພັດທະນາ, ຢ້ຽມຢາມ ເຂດການຄ້າເສລີພູຕົງ ແລະ ໄດ້ຮັບຟັງກ່ຽວກັບ ປະຫວັດຄວາມເປັນມາໃນການສ້າງ, ການພັດທະນາ ແລະ ຄຸ້ມຄອງເສດການຄ້າເສລີພູຕົງ.
ວັນທີ 11 ທັນວາ 2024 ຄະນະຜູ້ແທນໄດ້ຮ່ວມຂຶ້ນນໍາສະເໜີ ທີ່ຕິດພັນກັບຂະແໜງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນຕົ້ນ ສູນອິນເຕີເນັດແຫ່ງຊາດ, ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ ແລະ ວຽກງານແຜນການວຽກງານຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ນໍາສະເໜີບົດຂອງຂະແໜງການ ແຜນການ ແລະ ການລົງທຶນ.
ການເຄື່ອນໄຫວ ແລະ ເຂົ້າຮ່ວມກອງປະຊຸມ ຢູ່ ສປ ຈີນ ໃນຄັ້ງນີ້, ເປັນໂອກາດອັນດີໃຫ້ແກ່ ສປປ ລາວ ກໍຄື ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການສົ່ງເສີມການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສປ ຈີນ ທາງດ້ານຂົງເຂດການພັດທະນາເສດຖະກິດ, ທັງເປັນການຮັບຮູ້ ບັນດາທິດທາງ, ແຜນນະໂຍບາຍ ວິທີການຮູບແບບການປະຕິຮູບເສດຖະກິດແຕ່ອາດີດ ຮອດ ປະຈຸບັນ ໂດຍສະເພາະການຫັນເປັນດິຈິຕອນ ເພື່ອນຳມາຜັນຂະຫຍາຍ ແລະ ໝູນໃຊ້ໃນວຽກງານການຫັນເປັນດິຈິຕອນຢູ່ ສປປ ລາວ.