ຄະນະຜູ້ແທນ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄປຖອດຖອນບົດຮຽນວຽກງານການຄຸ້ມຄອງອິນເຕີເນັດ ແລະ ການຫັນເປັນດີຈີຕອນ ທີ່ ສສ ຫວຽດນາມ, ໃນລະຫວ່າງວັນທີ 08-11 ກັນຍາ 2024.

14/10/2024

ຄະນະຜູ້ແທນ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄປຖອດຖອນບົດຮຽນວຽກງານການຄຸ້ມຄອງອິນເຕີເນັດ ແລະ ການຫັນເປັນດີຈີຕອນ ທີ່ ສສ ຫວຽດນາມ, ໃນລະຫວ່າງວັນທີ 08-11 ກັນຍາ 2024.

ໃນລະຫວ່າງວັນທີ 08-11 ກັນຍາ 2024, ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ເດີນທາງໄປແລກປ່ຽນຖອດຖອນບົດຮຽນວຽກງານການຄຸ້ມຄອງອິນເຕີເນັດ ແລະ ການຫັນເປັນດີຈີຕອນ ທີ່ ສສ ຫວຽດນາມ ນໍາພາໂດຍ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ ຄຄອຊ. ຄະນະ ຄຄອຊ ທີ່ເຂົ້າຮ່ວມປະກອບດ້ວຍ ສູນອິນເຕີເນັດແຫ່ງຊາດ ເຊິ່ງເປັນຫ້ອງການກອງເລຂາ ຄຄອຊ; ມີ ຫ້ອງການກະຊວງ ຕສ; ກົມຄວາມປອດໄພໄຊເບີ; ອົງການດັດສົມໂທລະຄົມມະນາຄົມ ກະຊວງເຕັກໂນໂລຊີ ແລະ ການສື່ສານ; ກົມປະຊາສໍາພັນ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ກົມສື່ມວນຊົນ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ; ກົມການຂ່າວ ກະຊວງ ການຕ່າງປະເທດ; ກົມສືບສວນ-ສອບສວນ, ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ແລະ ສູນ 206, ກົມສື່ສານ ກະຊວງ ປ້ອງກັນປະເທດ.

ການເດີນທາງໄປຖອດຖອນບົດຮຽນໃນຄັ້ງນີ້ ຄະນະໄດ້ເຂົ້າພົບ ທ່ານ ຟ່ານ ເຕີ່ມ (H.E. Phan Tam, Deputy Minister) ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ ເພື່ອປຶກສາຫາລື ເສີມສ້າງ ຄວາມເຂັ້້ມແຂງ ແລະ ຄວາມເຂົ້າໃຈເລິກເຊິ່ງ ກ່ຽວກັບການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ ເພື່ອໃຫ້ຄະນະກໍາມະການພາຍໃນ ຄຄອຊ ໄດ້ຮ່ວມແລກປ່ຽນບົດຮຽນ ດ້ານນິຕິກໍາ, ຮູບແບບການຈັດຕັ້ງປະຕິບັດ, ເຕັກໂນໂລຊີ ໃນການຄຸ້ມຄອງອິນເຕີເນັດ, ການປ້ອງກັນຄວາມປອດໄພດ້ານໄຊເບີ ແລະ ວຽກງານການຫັນເປັນດິຈິຕອນຂອງ ສສ ຫວຽດນາມ ເພື່ອນໍາເອົາບົດຮຽນນໍາໃຊ້ດັດປັບເຂົ້າກັບການຈັດຕັ້ງປະຕິບັດວຽກງານຕາມສະພາບຕົວຈິງຂອງ ສປປ ລາວ.

ນອກຈາກນັ້ນຍັງໄດ້ເຮັດວຽກນໍາ ກົມໃຫຍ່ ໂທລະພາບ ແລະ ຂໍ້ມູນຂ່າວສານດິຈີຕອນ ຂອງ ສສ ຫວຽດນາມ (Department of Radio, Television and Electronic Information, MIC, Vietnam) ເພື່ອປຶກສາຫາລືແລກປ່ຽນ ນິຕິກໍາ ແລະ ຮູບແບບວຽກງານການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ ເຊິ່ງທາງ ສສ ຫວຽດນາມ ໄດ້ມີການປັບປຸງດໍາລັດສະບັບທີ 72/2013/ND-CP, ຊຶ່ງໄດ້ມີການປັບປຸງຫຼາຍມາດຕາເພື່ອໃຫ້ດ້ານນິຕິກໍາສອດຄ່ອງກັບສະພາບການຂະຫຍາຍ ຕົວທາງເຕັກໂນໂລຊີ ແລະ ການນໍາໃຊ້ຂອງບັນດາພລັດຟອມຂອງຕ່າງປະເທດ, ພ້ອມທັງການກໍໍານົດຂອບເຂດຂອງບັນດາບໍລິສັດພລັດຟອມສື່ຈາກຕ່າງປະເທດ ເພື່ອເປັນການສະກັດກັ້ນຫາງສຽງທີ່ບໍ່ດີໃນສັງຄົມ ແລະ ການຕອບໂຕ້ເປັນລັກສະນະເກີດເຫດຢູ່ໃສແມ່ນພາກສ່ວນນັ້ນເປັນຜູ້ອອກມາອະທິບາຍ ໃຫ້ຂໍ້ມູນທີ່ເປັນທາງການແກ່ສັງຄົມ.

ການໄປແລກປ່ຽນບົດຮຽນນໍາ ສສ ຫວຽດນາມໃນຄັ້ງນີ້ ຍັງໄດ້ເຂົ້າພົບ ທ່ານ ພົນໂທ ຫງວຽນ ວັນ ລອງ (Major General Nguyen Van Long, Deputy Minister), ຮອງລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະກົມທີ່ກ່ຽວຂ້ອງ ເພື່ອແລກປ່ຽນ ປຶກສາຫາລື ກ່ຽວກັບການຄຸ້ມຄອງລະບົບຄຸ້ມຄອງພົນລະເມືອງ ໂດຍສະເພາະ ລະບົບບັດປະຈໍາຕົວ ເອເລັກໂຕຣນິກ, ລະບົບຄຸ້ມຄອງສໍາມະໂນຄົວ, ເຂົ້າຢ້ຽມຊົມຫ້ອງເຄື່ອງ ລະບົບເຕັກນິກທີ່ກ່ຽວຂ້ອງ ຕິດຕັ້ງຢູ່ກະຊວງ ປກສ ຫວຽດນາມ ທີ່ມີລະບົບປ້ອງກັນຄວາມປອດໄພ ເຂັ້ມງວດ ໃນລະດັບສູງ.

ຄະນະ ຍັງໄດ້ໄປເຮັດວຽກນໍາ ອົງການຄຸ້ມຄອງຄວາມປອດໄພຂໍ້ມູນຂ່າວສານ ກະຊວງ ຖະແຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ (The Authority of Information Security, MIC, Vietnam) ເພື່ອປຶກສາຫາລື ແລກປ່ຽນ ກ່ຽວກັບນິຕິກໍາຕິດພັນກັບການຄຸ້ມຄອງຄວາມປອດໄພໄຊເບີຂອງ ສສ ຫວຽດນາມ ເພື່ອຖອດຖອນບົດຮຽນປັບເຂົ້າໃສ່ ຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີຂອງ ສປປ ລາວ. ພ້ອມນັ້ນ ຍັງມີ ພິທີເຊັນສັນຍາລະຫວ່າງ ກົມຄວາມປອດໄພໄຊເບີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ອົງການຄຸ້ມຄອງຄວາມປອດໄພຂໍ້ມູນຂ່າວສານ ກະຊວງ ຖະແຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ (The Authority of Information Security, MIC, Vietnam) ເພື່ອເປັນບ່ອນອີງໃນການຜັນຂະຫຍາຍການຮ່ວມມືໃນຕໍ່ໜ້າ. ໄດ້ເຮັດວຽກ ແລກປ່ຽນປຶກສາຫາລືຮ່ວມກັບ ສະຖານບັນເຕັກໂນໂລຊີໄປສະນີ ແລະ ໂທລະຄົມມະນາຄົມ (Posts and Telecommunications Institute of Technology) ເພື່ອຊຸກຍູ້, ສົ່ງເສີມການສ້າງບຸກຄະລາກອນໃນຂົງເຂດວຽກງານ ຖະແຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ ແລະ ຂະແຫນງອື່ນໆ, ແລະ ໄດ້ໄປຢ້ຽມຢາມ ສູນຂໍ້ມູນທີ່ທັນສະໄໝ ຂອງບໍລິສັດ Vietnam Posts and Telecommunications Group (VNPT) ສສ ຫວຽດນາມ.

ຂຽນຂ່າວ: ສູນອິນເຕີເນັດ ແຫ່ງຊາດ

ພາບ: ສູນອິນເຕີເນັດ ແຫ່ງຊາດ

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day