ເຂົ້າຮ່ວມກອງປະຊຸມ ລະຫັດຊື່ອິນເຕີເນັດສູງສຸດ ອາຊີ-ປາຊີຟິກ ຄັ້ງທີ 86 ຂອງ ສູນອິນເຕີເນັດ ແຫ່ງຊາດ ທີ່ ນະຄອນດານັງ ສສ.ຫວຽດນາມ

25/09/2024

ເຂົ້າຮ່ວມກອງປະຊຸມ ລະຫັດຊື່ອິນເຕີເນັດສູງສຸດ ອາຊີ-ປາຊີຟິກ ຄັ້ງທີ 86 ຂອງ ສູນອິນເຕີເນັດ ແຫ່ງຊາດ ທີ່ ນະຄອນດານັງ ສສ.ຫວຽດນາມ

ໃນລະຫວ່າງວັນທີ 18-19 ກັນຍາ 2024, ສູນອິນເຕີເນັດ ແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໃນນາມລະຫັດຊື່ອິນເຕີເນັດສູງສຸດ ແຫ່ງຊາດ (.LA) ໄດ້ເຂົ້າຮ່ວມກອງປະຊຸມ ລະຫັດຊື່ອິນເຕີເນັດສູງສຸດ ອາຊີ-ປາຊີຟິກ (Asia-Pacific Top Level Domain Association, APTLD) ຄັ້ງທີ 86, ທີ່ນະຄອນດານັງ ສສ.ຫວຽດນາມ ໂດຍມີຜູ້ເຂົ້າຮ່ວມ ຈາກບັນດາປະເທດສະມາຊິກ APTLD ໃນຂົງເຂດອາຊີ-ປາຊີຟິກ ແລະ ບັນດາຄູ່ຮ່ວມມືຈາກທົ່ວໂລກ.

ກອງປະຊຸມ APTLD ໃນຄັ້ງນີ້ ເປັນຄັ້ງທີ 86 ໂດຍກອງປະຊຸມມີ ທັງການຝືກອົບຮົມ ແລະ ການລາຍງານຄວາມຄືບໜ້າ ພ້ອມທັງຜົນສຳເລັດໃນວຽກງານລະຫັດຊື່ອິນເຕີເນັດສູງສຸດ ຂອງບັນດາສະມາຊິກ ແລະ ຄູ່ຮ່ວມມື ໃນເຂດ ອາຊີ-ປາຊີຟິກ; ນອກຈາກນັ້ນ, ຍັງຈະໄດ້ມີການສົນທະນາແລກປ່ຽນ ແລະ ຮັບຟັງການບັນຍາຍໃນຫົວຂໍ້ທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ: ນະໂຍບາຍ ແລະ ຍຸດທະສາດໃນການສົ່ງເສີມການນຳໃຊ້ລະຫັດຊື່ອິນເຕີເນັດ, ຄວາມປອດໄພທາງໄຊເບີ, ຄວາມປອດໄພທາງລະຫັດຊື່ອິນເຕີເນັດ, ການນຳໃຊ້ AI, ການບໍລິຫານຈັດການ ແລະ ນໍາໃຊ້ອິນເຕີເນັດຂອງລັດຖະບານ ແລະ ຫົວຂໍ້ອື່ນໆ ແລະ ຍັງສາມາດເຂົ້າເບິ່ງລາຍລະອຽດໃນເວັບໄຊຂອງກອງປະຊຸມຄັ້ງນີ້ດ້ວຍ https://aptld86.vn/.

ກອງປະຊຸມຄັ້ງນີ້ຈະດຳເນີນເປັນໄລຍະເວລາ 3 ວັນ ເຊິ່ງຈະເປັນການຝຶກອົບຮົມ 1 ວັນ ແລະ ກອງປະຊຸມ 2 ວັນ ຈຶ່ງໄດ້ປິດລົງ.

ຂຽນຂ່າວ: ສູນອິນເຕີເນັດ ແຫ່ງຊາດ

ພາບ: ສູນອິນເຕີເນັດ ແຫ່ງຊາດ

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day