ສູນອິນເຕີເນັດແຫ່ງຊາດ ປ້ອງກັນນ້ຳຖ້ວມ ອ້ອມອາຄານ

14/09/2024

ສູນອິນເຕີເນັດແຫ່ງຊາດ ປ້ອງກັນນ້ຳຖ້ວມ ອ້ອມອາຄານ

ໃນວັນທີ 13 ກັນຍາ 2024 ຄະນະພັກ ຄະນະນຳ, 3 ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານ ທົ່ວສູນອິນເຕີເນັດແຫ່ງຊາດ, ກົມຄວາມປອດໄພໄຊເບີ ແລະ ພາກສ່ວນກ່ຽວຂ້ອງ ໄດ້ພ້ອມພາກັນສ້າງຄູກັ້ນນ້ຳອ້ອມທາງເຂົ້າຕຶກອາຄານ ເພື່ອກະກຽມຮັບມືກັບຄວາມສ່ຽງທີ່ຈະເກີດໄພນ້ຳຖ້ວມ ຕາມການແຈ້ງການຂອງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ນະຄອນຫຼວງວຽງຈັນ ແລະ ຫຼາຍພາກສ່ວນທີ່ກ່ຽວຂ້ອງ.

ໃນໄລຍະກ່ອນໜ້ານີ້, ສູນອິນເຕີເນັດແຫ່ງຊາດ ກໍ່ຍັງໄດ້ພ້ອມພຽງກັນ ຍ້າຍເຄື່ອງຂຶ້ນໄປໄວ້ບ່ອນສູງ ເພື່ອຮັບປະກັນຄວາມສ່ຽງ ແລະ ຜົນກະທົບທີ່ໜ້ອຍທີ່ສຸດ.

ສູນອິນເຕີເນັດແຫ່ງຊາດ ໄດ້ວາງກຳລັງອ້າຍນ້ອງ ເຂົ້າປະຈຳການລະບົບເຕັກນິກ ຕະຫຼອດ 24ຊມ, ພ້ອມທັງໄດ້ກະກຽມອຸປະກອນດູດນ້ຳ, ອາຫານແຫ້ງ, ນ້ຳດື່ມ ແລະ ແຜນຮັບມື ໃນກໍລະນີເກີດເຫດສຸກເສີນຕ່າງໆ, ພ້ອມທັງຈະສືບຕໍ່ຕິດຕາມແຈ້ງການຕ່າງໆ ຢ່າງໃກ້ຊິດ, ເພື່ອຮັບປະກັນໃຫ້ລະບົບສຳຄັນຕ່າງໆຂອງ ສູນອິນເຕີເນັດແຫ່ງຊາດ ເຮັດວຽກໄດ້ປົກກະຕິ.

ນອກຈາກນັ້ນ, ສູນອິນເຕີເນັດແຫ່ງຊາດ ຍັງໄດ້ຕິດຕາມ ແລະ ກະກຽມກຳລັງ ເພື່ອເຂົ້າຊ່ວຍເຫຼືອອ້າຍເອື້ອຍນ້ອງພະນັກງານຂອງຕົນ ທີ່ຢູ່ໃນເຂດສ່ຽງໄພ, ພ້ອມທັງປະກອບສ່ວນໃນຂະບວນການຊ່ວຍເຫຼືອລວມ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ.

 

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day