ຝຶກອົບຮົມ ການນຳໃຊ້ໃບຮັບຮອງລາຍເຊັນເອເລັກໂຕຣນິກ ໃນການເຮັດທຸລະກຳທາງເອເລັກໂຕຣນິກ (Deployment of Certificate Authentication in e-Transactions)

19/08/2024

ຝຶກອົບຮົມ ການນຳໃຊ້ໃບຮັບຮອງລາຍເຊັນເອເລັກໂຕຣນິກ ໃນການເຮັດທຸລະກຳທາງເອເລັກໂຕຣນິກ (Deployment of Certificate Authentication in e-Transactions)

ໃນຕອນເຊົ້າຂອງວັນທີ 14 ສິງຫາ 2024, ທີ່ ສູນອິນເຕີເນັດ ແຫ່ງຊາດ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ມີພິທີເປີດ ຊຸດຝືກອົບຮົມ ວຽກງານ ລາຍເຊັນດີຈີຕອນ ແລະ ການຢັ້ງຢືນເອເລັກໂຕຣນິກ ລາວ-ຫວຽດນາມ ໃນຫົວຂໍ້: “ການນຳໃຊ້ໃບຮັບຮອງລາຍເຊັນເອເລັກໂຕຣນິກ ໃນການເຮັດທຸລະກຳທາງເອເລັກໂຕຣນິກ” (Deployment of Certificate Authentication in e-Transactions), ຮ່ວມເປັນປະທານກ່າວເປີດໂດຍ ທ່ານ ມີນາໄຊ ພິລາວົງ ຫົວໜ້າ ສູນອິນເຕີເນັດ ແຫ່ງຊາດ (LANIC), ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (MTC) ແລະ ທ່ານ ດັງ ດິນ ເຈືອງ (Mr. Dang Dinh Truong), ຮອງຫົວໜ້າ ສູນຮັບຮອງເອເລັກໂຕຣນິກ ແຫ່ງຊາດ (NEAC), ສສ ຫວຽດນາມ, ກະຊວງ ຖະແຫຼງຂ່າວ ແລະ ການສື່ສານ (MIC) ສສ ຫວຽດນາມ, ມີບັນດາທ່ານຄະນະພະແນກ ແລະ ຊ່ຽວຊານຂອງທັງສອງສູນ, ບັນດານັກສໍາມະນາກອນ ຕາງໜ້າຈາກບັນດາກົມພາຍໃນກະຊວງ ຕສ, ກະຊວງອ້ອມຂ້າງ, ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ການຈັດຝຶກອົບຮົມໃນຄັ້ງນີ້ ຖືເປັນໝາກຜົນຂອງການຮ່ວມມືພາຍໃຕ້ບົດບັນທຶກຄວາມເຂົ້າໃຈ ແລະ ແຜນການຮ່ວມມື ລະຫວ່າງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ກະຊວງ ຖະແຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ, ການຮ່ວມມືໃນກອບວຽກງານສະເພາະ ເຊິ່ງກໍ່ແມ່ນວຽກງານ ລາຍເຊັນດີຈີຕອນ ແລະ ການຮັບຮອງທາງເອເລັກໂຕຣນິກ ລະຫວ່າງ LANIC ແລະ NEAC.

ສູນອິນເຕີເນັດ ແຫ່ງຊາດ (LANIC) ແລະ ສູນຮັບຮອງເອເລັກໂຕຣນິກ ແຫ່ງຊາດ ສສ. ຫວຽດນາມ (NEAC) ໄດ້ມີບົດບັນທຶກຄວາມເຂົ້າໃຈ ຫຼື MoU ນັບແຕ່ປີ 2016 ເປັນຕົ້ນມາ, ເຊິ່ງໃນແຕ່ລະປີ ສູນ NEAC ແມ່ນຈະໄດ້ເດີນທາງມາຈັດຝຶກອົບຮົມ ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານການນຳໃຊ້ໃບຮັບຮອງລາຍເຊັນເອເລັກໂຕຣນິກ ໃນ ສສ ຫວຽດນາມ ໃຫ້ແກ່ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ພາກສ່ວນທີ່ກ່ຽວຂ້ອງອ້ອມຂ້າງ, ນອກຈາກນັ້ນ, ຄະນະຈາກທາງ ສູນອິນເຕີເນັດ ແຫ່ງຊາດ ກໍ່ໄດ້ເດີນທາງໄປ ສສ ຫວຽດນາມ ເພື່ອໄປສຶກສາ ແລະ ແລກປ່ຽນບົດຮຽນ ນຳບັນດາອົງການລັດ ແລະ ບໍລິສັດ ທີ່ເຮັດວຽກໃຫ້ບໍລິການວຽກງານລາຍເຊັນເອເລັກໂຕຣນິກ ເພື່ອຈະຖອດຖອນເອົາແນວທາງ ແລະ ບົດຮຽນ ທີ່ ສສ ຫວຽດນາມປະສົບຜົນສຳເລັດແລ້ວນັ້ນ ມາປັບປ່ຽນນຳໃຊ້ກັບ ສປປ ລາວເຮົາ.

ຊຸດຝຶກອົບຮົມໃນມື້ນີ້ ຈະຖືເປັນຂີດໝາຍອັນສຳຄັນ ໃນການສ້າງຈິດສຳນຶກ ແລະ ຄວາມຮັບຮູ້ໃນສັງຄົມລາວ ກ່ຽວກັບການນຳໃຊ້ ໃບຮັບຮອງລາຍເຊັນເອເລັກໂຕຣນິກ ເຂົ້າໃນການເຮັດທຸລະກຳທາງເອເລັກໂຕຣນິກ ທັງໃນຂົງເຂດເຕັກໂນໂລຊີ ແລະ ໃນຂົງເຂດຕ່າງໆປີ່ນອ້ອມ, ເຊິ່ງການນຳໃຊ້ໃບຮັບຮອງລາຍເຊັນເອເລັກໂຕຣນິກ ເຂົ້າໃນການເຮັດທຸລະກຳທາງເອເລັກໂຕຣນິກນີ້ ແມ່ນມີຄວາມຈຳເປັນ ແລະ ສຳຄັນຫຼາຍ ໃນໂລກອິນເຕີເນັດ ເພາະມັນຈະເປັນການຢັ້ງຢືນຕົວຕົນຂອງຜູ້ໃຊ້, ປ້ອງກັນການປອມແປງ-ການແອບອ້າງ ແລະ ມີຄວາມປອດໄພ ເຮັດໃຫ້ຜູ້ໃຊ້ລະບົບ ແລະ ເຈົ້າຂອງລະບົບມີຄວາມໝັ້ນໃຈໃນການເຮັດທຸລະກຳຕ່າງໆ ຜ່ານທາງເອເລັກໂຕຣນິກ. ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມຍັງສາມາດ ແລກປ່ຽນບົດຮຽນນຳ ຄະນະຊ່ຽວຊານ ຈາກສູນ NEAC ສສ ຫວຽດນາມ ເຊິ່ງເປັນຜູ້ທີ່ປະສົບຜົນສຳເລັດ ແລະ ໃຫ້ບໍລິການໃນສັງຄົມ ຂອງ ສສ ຫວຽດນາມ ຢ່າງແຜ່ຫຼາຍ.

 ສູນອິນເຕີເນັດ ແຫ່ງຊາດ ຈະໄດ້ນໍາໄປຜັນຂະຫຍາຍເຂົ້າໃນການພັດທະນາ ເພື່ອຍົກລະດັບລະບົບຮັບຮອງລາຍເຊັນເອເລັກໂຕຣນິກ ຂອງ ສປປ ລາວ, ສ້າງ ແລະ ປັບປຸງຄືນ ບັນດາ ລະບຽບການ, ນິຕິກໍາ ແລະ ການຈັດຕັ້ງປະຕິບັດ ໃຫ້ແທດເໝາະກັບໜ້າວຽກຕົວຈິງໃນປັດຈຸບັນ ເພື່ອກະກຽມຄວາມພ້ອມ ໃນການຫັນເປັນດີຈີຕອນ (Digital Transformation) ແລະ ການພັດທະນາເສດຖະກິດດີຈີຕອນ (Digital Economy) ໃຫ້ສອດຄ່ອງກັບແນວທາງແຜນພັດທະນາເສດຖະກິດຂອງ ສປປ ລາວ.

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day