ສູນອິນເຕີເນັດແຫ່ງຊາດ ຮ່ວມເວທີເສວະນາ “ການນໍາໃຊ້ປັນຍາປະດິດ ແລະ ສິິ່ງທ້າທາຍຂອງສືື່ສັງຄົມອອນລາຍ ສໍາລັບສື່ມວນຊົນລາວ” ເນື່ອງໃນໂອກາດ ວັນສື່ມວນຊົນລາວ 13 ສິງຫາ ຄົບຮອບ 74 ປີ

05/08/2024

ສູນອິນເຕີເນັດແຫ່ງຊາດ ຮ່ວມເວທີເສວະນາ “ການນໍາໃຊ້ປັນຍາປະດິດ ແລະ ສິິ່ງທ້າທາຍຂອງສືື່ສັງຄົມອອນລາຍ ສໍາລັບສື່ມວນຊົນລາວ” ເນື່ອງໃນໂອກາດ ວັນສື່ມວນຊົນລາວ 13 ສິງຫາ ຄົບຮອບ 74 ປີ

ໃນວັນທີ 2 ສິງຫາ 2024, ທ່ານ ມີນາໄຊ ພິລາວົງ, ຫົວໜ້າສູນອິນເຕີເນັດແຫ່ງຊາດ, ຫົວໜ້າຫ້ອງການກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ໄດ້ເຂົ້ານຳສະເໜີບົດ ວິທີນຳໃຊ້ ຄຸນປະໂຫຍດ ແລະ ຄວາມປອດໄພ ໃນການໃຊ້ສື່ສັງຄົມອອນລາຍ ໃນເວທີເສວະນາ “ການນໍາໃຊ້ປັນຍາປະດິດ ແລະ ສິິ່ງທ້າທາຍຂອງສືື່ສັງຄົມອອນລາຍ ສໍາລັບສື່ມວນຊົນລາວ” ເນື່ອງໃນໂອກາດ ວັນສື່ມວນຊົນລາວ 13 ສິງຫາ ຄົບຮອບ 74 ປີ, ໂດຍການເປັນປະທານກ່າວເປີດຂອງ ທ່ານ ສະຫວັນຄອນ ຣາຊະມຸນຕີ, ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ເອກະຊົນ ທີ່ກ່ຽວຂ້ອງ ຂຶ້ນນຳສະເໜີ, ແລກປ່ຽນ ແລະ ປຶກສາຫາລື ໃນຫົວຂໍ້ຕ່າງໆ ປິ່ນອ້ອມການຄຸ້ມຄອງ ແລະ ການນຳໃຊ້ ປັນຍາປະດິດ ແລະ ສື່ສັງຄົມອອນລາຍ.

ທ່ານ ມີນາໄຊ ພິລາວົງ ຍັງໄດ້ໃຫ້ຄຳເຫັນກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ ສື່ສັງຄົມອອນລາຍ, ເວົ້າລວມແລ້ວ ການຫັນເປັນທັນສະໄໝແມ່ນເປັນສິ່ງທີ່ຈຳເປັນ ແລະ ຂາດບໍ່ໄດ້ໃນປະຈຸບັນ, ເປັນໜ້າທີ່ລວມຂອງປະຊາຊົນ ຕ້ອງໄດ້ຫັນໃຫ້ເປັນລະບົບສູນກາງລົງຮອດທ້ອງຖິ່ນ ຈຶ່ງຈະເຮັດໃຫ້ແຜນການຫັນເປັນທັນສະໄໝທາງດ້ານ ດິຈິຕອນຂອງປະເທດເຮົາໃນທົ່ວສັງຄົມປະກົດຜົນເປັນຈິງ.

ສຳລັບສື່ສັງຄົມອອນລາຍ ແມ່ນຖືກນໍາໃຊ້ຫຼາຍ ແລະຍັງຈະສືບຕໍ່ນຳໃຊ້ຕໍ່ໄປ. ຍັງກາຍເປັນຫຼຽນສອງດ້ານ ມີອັນດີຫຼາຍ ແລະ ສິ່ງທ້າທາຍກໍ່ຫຼາຍ ຍ້ອນເຂົ້າເຖິງໄດ້ງ່າຍ ໄດ້ທຸກສະຖານທີ່, ທຸກເວລາ ພຽງແຕ່ມີອິນເຕີເນັດ ແລະ ມີອຸປະກອນເສບສື່ ເຊັ່ນ ໂທລະສັບມືຖື ກໍ່ສາມາດໃຊ້ໄດ້ແລ້ວ. ຂໍ້ມູນຂ່າວສານ ຈາກທຸກແຫຼ່ງຂ່າວ ເຂົ້າຫາພົນລະເມືອງລາວ ໄດ້ງ່າຍ ແລະ ໄວ, ໂດຍສະເພາະ ບັນດາໄວໜຸ່ມ ແລະ ກຸ່ມຄົນທີ່ຂາດສະຕິ ຂາດຄວາມພິຈາລະນາ ໄຕ່ຕອງ ຂໍ້ມູນຂ່າວສານຕ່າງໆ. ສື່ ໃນຮູບແບບໃໝ່ ທີ່ຖືກນຳໃຊ້ຢູ່ນີ້, ເກືອບທັງໝົດ ແມ່ນ ສ້າງ, ພັດທະນາ ແລະ ຄຸ້ມຄອງ ໂດຍຕ່າງປະເທດ; ບັນດາຂໍ້ມູນຂ່າວສານທີ່ຖືກສ້າງຂຶ້ນ ກໍ່ບໍ່ມີການກວດສອບ ຢັ້ງຢືນ, ໃຜຢາກເຮັດຫຍັງ ຢາກປອມແປງຫຍັງ ກໍ່ໄດ້. ໃນໄລຍະຜ່ານມາ ພວກເຮົາກໍ່ຮັບຮູ້ ແລະ ເຫັນນຳກັນ ໂດຍສະເພາະ ບັນດາຂ່າວບິດເບືອນ ແລະ ໃສ່ຮ້າຍປ້າຍສີ ສ້າງຄວາມປັ່ນປ່ວນໃນສັງຄົມເຮົາ.

ສິ່ງທ້າທາຍທີ່ສຸດ ກໍ່ແມ່ນວຽກງານການຄຸ້ມຄອງບັນດາສື່ເຫຼົ່ານີ້ ເພາະບັນດາເຕັກໂນໂລຊີ ມີການພັດທະນາແບບກ້າວກະໂດດ, ມີການປ່ຽນແປງໄວ, ລະບົບເຕັກນິກ ເພື່ອຄຸ້ມຄອງ ແມ່ນຕ້ອງນໍາເຂົ້າຈາກຕ່າງປະເທດ ທີ່ມີລາຄາແພງ, ບັນດາການຝາກຂໍ້ມູນຂ່າວສານ ແມ່ນຢູ່ຕ່າງປະເທດ ທີ່ພວກເຮົາບໍ່ໄດ້ເປັນຜູ້ຄຸ້ມຄອງລະບົບຂອງມັນໂດຍກົງ. ເວລາມີການເຜີຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງ ເທິງ Facebook, ພວກເຮົາຍັງບໍ່ສາມາດລຶບ ຫຼື ບລ໋ອກ ໄດ້ທັນທີ ນອກຈາກ ເຈົ້າຂອງ ຫຼື ຜູ້ເຜີຍແຜ່, ເຊິ່ງຕ້ອງໄດ້ປະສານ ໄປຍັງ Facebook ເພື່ອໃຫ້ຊ່ວຍກວດ ແລະ ປິດການເຜີຍແຜ່ຂໍ້ມູນດັ່ງກ່າວ.

ນອກຈາກ ການຄຸ້ມຄອງ ທາງນິຕິກໍາ ແລະ ເຕັກນິກ ແລ້ວ, ວຽກງານ ການສຶກສາອົບຮົມ ແລະ ສ້າງຈິດສໍານຶກ ໃນການນໍາໃຊ້ ສື່ສັງຄົມອອນລາຍ ໃນຄວາມຮັບຜິດຊອບ ແລະ ມີຈັນຍາບັນ ກໍ່ເປັນສິ່ງສໍາຄັນ. ສະນັ້ນ, ວຽກງານນີ້ ແມ່ນວຽກງານຂອງທຸກພາກສ່ວນໃນທົ່ວສັງຄົມ ເພື່ອການສ້າງຈິດສຳນຶກ ແລະ ສະຕິ ຂອງຜູ້ຊົມໃຊ້ ໃນການນໍາໃຊ້ສື່ສັງຄົມອອນລາຍ ແລະ ການເສບສື່ ຢ່າງມີວິຈາລະນະຍານ ແລະ ດ້ວຍຄວາມເໝາະສົມ.

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day