ພິທີຮັບເອົາມະຫາຊົນກ້າວໜ້າ ເຂົົ້າເປັນສະມາຊິກພັກສໍາຮອງ ແລະ ສະມາຊິກພັກສໍາຮອງ ເລື່ອນເປັນສະມາຊິກພັກສົມບູນ ຂອງພັກປະຊາຊົນປະຕິວັດລາວ

28/07/2024

ພິທີຮັບເອົາມະຫາຊົນກ້າວໜ້າ ເຂົົ້າເປັນສະມາຊິກພັກສໍາຮອງ ແລະ  ສະມາຊິກພັກສໍາຮອງ ເລື່ອນເປັນສະມາຊິກພັກສົມບູນ ຂອງພັກປະຊາຊົນປະຕິວັດລາວ

ໃນຕອນບ່າຍຂອງວັນທີ 25 ກໍລະກົດ 2024, ທີ່ຫ້ອງປະຊຸມໃຫຍ່ ຂອງ ສູນອິນເຕີເນັດ ແຫ່ງຊາດ, ໄດ້ມີພິທີຮັບເອົາມະຫາຊົນກ້າວໜ້າ ເຂົົ້າເປັນສະມາຊິກພັກສໍາຮອງ ແລະ  ສະມາຊິກພັກສໍາຮອງ ເລື່ອນເປັນສະມາຊິກພັກສົມບູນ ຂອງພັກປະຊາຊົນປະຕິວັດລາວ ຂອງໜ່ວຍພັກ ສູນອິນເຕີເນັດ ແຫ່ງຊາດ, ຫ້ອງການກະຊວງ, ກົມໄປສະນີ, ກົມແຜນການ ແລະ ການເງິນ ແລະ ອົງການດັດສົມໂທລະ ຄົມມະນາຄົມ.

ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍ ສະຫາຍ ແກ້ວວີສຸກ ໂສລະພົມ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີຄະນະພັກກະຊວງ, ເລຂາ, ຮອງເລຂາ ຕາງໜ້າ ໜ່ວຍພັກບັນດາກົມທຽບເທົ່າ ແລະ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ພາຍໃນກະຊວງ ຕສ ແລະ ສະມາຊິກພັກ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ​ສະຫາຍ ມີນາໄຊ ພິລາວົງ, ຄະນະພັກກະຊວງ, ເລຂາໜ່ວຍພັກ ສູນອິນເຕີເນັດ ແຫ່ງຊາດ ໄດ້ຂຶ້ນຜ່ານ ມະຕິຕົກລົງ ວ່າດ້ວຍ ການອະນຸມັດເລື່ອນມະຫາຊົນກ້າວໜ້າ ຂຶ້ນເປັນສະມາຊິກພັກສໍາຮອງ ຂອງພັກປະຊາຊົນປະຕິວັດລາວ ຈໍານວນ 4 ສະຫາຍ ແລະ ຜ່ານມະຕິຕົກລົງ ວ່າດ້ວຍ ການອະນຸມັດເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ ຂອງພັກປະຊາຊົນປະຕິວັດລາວ ຈໍານວນ 5 ສະຫາຍ.

ສະຫາຍ ສຸລິຍາ ຄໍາບູຣາວົງ ເລຂາໜ່ວຍພັກ ກົມໄປສະນີ ຂຶ້ນອ່ານມະຕິຕົກລົງ ວ່າດ້ວຍ ການອະນຸມັດ ໃຫ້ມະຫາຊົນກ້າວໜ້າ ເຂົົ້າເປັນສະມາຊິກພັກສໍາຮອງຂອງພັກ ປະຊາຊົນປະຕິວັດລາວ ຈໍານວນ 1 ສະຫາຍ.

ສະຫາຍ ສຸດໃຈ ພີມມະສີ ເລຂາໜ່ວຍພັກ ກົມແຜນການ ແລະ ການເງິນ ຂຶ້ນອ່ານມະຕິຕົກລົງ ວ່າດ້ວຍ ການອະນຸມັດ ໃຫ້ມະຫາຊົນກ້າວໜ້າ ເຂົົ້າເປັນສະມາຊິກພັກສໍາຮອງຂອງພັກ ປະຊາຊົນປະຕິວັດລາວ ຈໍານວນ 3 ສະຫາຍ.

ສະຫາຍ ວຽງວິໄລ ເສດຖານົນ ຕາງໜ້າ ໜ່ວຍພັກອົງການດັດສົມໂທລະຄົມມະນາຄົມ ຂຶ້ນອ່ານມະຕິຕົກລົງ ວ່າດ້ວຍ ການອະນຸມັດ ໃຫ້ມະຫາຊົນກ້າວໜ້າ ເຂົົ້າເປັນສະມາຊິກພັກສໍາຮອງຂອງພັກ ປະຊາຊົນປະຕິວັດລາວ ຈໍານວນ 1 ສະຫາຍ.

ສະຫາຍ ວະລະໄຊ ດາລາລອຍ ຮອງເລຂາໜ່ວຍພັກຫ້ອງການກະຊວງ ຂຶ້ນອ່ານມະຕິຕົກລົງ ວ່າດ້ວຍ ການອະນຸມັດ ເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ ຂອງພັກປະຊາຊົນປະຕິວັດລາວ ຈໍານວນ 2 ສະຫາຍ.

ຊຶ່ງພວກກ່ຽວ ລ້ວນແລ້ວແຕ່ໄດ້ຜ່ານການຝຶກຝົນຫຼໍ່ຫຼອມ ໃນຂະບວນການວຽກງານຕົວຈິງ, ມີຜົນງານດີເດັ່ນ, ໄດ້ຮັບຄວາມເຊື່ອຖື, ໄວ້ວາງໃຈຈາກການຈັດຕັ້ງ ແລະ ມະຫາຊົນ ເປັນຢ່າງດີ.

ໃນໂອກາດດຽວກັນ, ສະຫາຍ ແກ້ວວີສຸກ ໂສລະພົມ, ໄດ້ໃຫ້ກຽດມອບມະຕິຕົກລົງ ໃຫ້ແກ່ສະມາຊິກພັກສໍາຮອງ ແລະ ສະມາຊິກພັກສົມບູນໃໝ່,  ພ້ອມທັງໂອ້ລົມ ແລະ ກ່າວສະແດງຄວາມຍິນດີ, ຍ້ອງຍໍຊົມເຊີຍຜູ້ທີ່ໄດ້ເລື່ອນ ຈາກມະຫາຊົນກ້າວໜ້າ ເຂົົ້າເປັນສະມາຊິກພັກສໍາຮອງ ແລະ ສະມາຊິກພັກສໍາຮອງ ເລື່ອນເປັນສະມາຊິກພັກສົມບູນ, ​ສະຫາຍຍັງໄດ້ເນັ້ນໜັກໃຫ້ບັນດາສະມາຊິກພັກ ເອົາໃຈໃສ່ປະຕິບັດກົດລະບຽບຂອງພັກ,​ ບັນດາຂໍ້ຫ້າມຂອງປະຊາຊົນປະຕິວັດລາວ, ສິດ ແລະ ຂອບເຂດ ສະມາຊິກພັກ, ພ້ອມກັນນັ້ນສະຫາຍຍັງໄດ້ເນັ້ນໜັກໃນການເອົາໃຈໃສ່ ການນໍາໃຊ້ສື່ສັງຄົມອອນລາຍໂດຍສະເພາະໃຫ້ສະມາຊິກພັກທຸກສະຫາຍໃຫ້ມີສະຕິໃນການນຳໃຊ້ສື່ສັງຄົມອອນລາຍ ເພື່ອບໍ່ໃຫ້ຕົກເປັນເຄື່ອງມື ຂອງກຸ່ມຄົນບໍ່ດີ, ທີ່ມີແນວຄິດຕໍ່ຕ້ານແນວທາງນະໂຍບາຍຂອງພັກ, ເນັ້ນໜັກໃຫ້ມີຄວາມສາມັກຄີທັງພາຍໃນ ແລະ ພາຍນອກ, ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ມີຄວາມໜັກແໜ້ນ,​ ເຂັ້ມແຂງ ຕໍ່ກັບສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຈຶ່ງຢາກໃຫ້ພະນັກງານມີການຫັນເປັນຫົວໜ່ວຍກຸ້ມຕົນເອງ ແລະ ກໍ່ສ້າງພະນັກງານ ໃນການຫັນເປັນທັນສະໃໝຕາມວິໄສທັດການພັດທະນາເສຖະກິດດິຈິຕອນ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕອນ  ໄລຍະ 10 ປີ (2021-2030) ແລະ  ແຜນພັດທະນາ ເສດຖະກິດ ດິຈິຕອນ ໄລຍະ 05 ປີ(2021-2025).

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day