ຝຶກອົບຮົມ ຫົວຂໍ້: “ກ່ຽວກັບນະໂຍບາຍ ແລະ ເຕັກນິກສະເພາະຂອງລະບົບລະຫັດຊື່ອິນເຕີເນັດ (Technical and Policy for ccTLD Training)

23/05/2024

ຝຶກອົບຮົມ ຫົວຂໍ້: “ກ່ຽວກັບນະໂຍບາຍ ແລະ ເຕັກນິກສະເພາະຂອງລະບົບລະຫັດຊື່ອິນເຕີເນັດ (Technical and Policy for ccTLD Training)

ໃນຕອນເຊົ້າຂອງວັນທີ 16 ພຶດສະພາ 2024 ທີ່ສູນອິນເຕີເນັດ ແຫ່ງຊາດ (LANIC) ໄດ້ເປີດການຝຶກອົບຮົມ ຫົວຂໍ້ “ກ່ຽວກັບນະໂຍບາຍ ແລະ ເຕັກນິກສະເພາະຂອງລະຫັດຊື່ອິນເຕີເນັດ” ໂດຍການເປັນປະທານຮ່ວມຂອງທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດແຫ່ງຊາດ ສປປ ລາວ ແລະ ທ່ານ Nguyễn Hồng Thắng (ຫງວຽນ ຮົງ ຖັງ), ຫົວໜ້າສູນອິນເຕີເນັດ ແຫ່ງຊາດ ສສ. ຫວຽດນາມ, ມີຜູ້ເຂົ້າຮ່ວມ ພາຍໃນສູນ ແລະ ບັນດາບໍລິສັດ ຜູ້ໃຫ້ບໍລິການລະຫັດຊື່ອິນເຕີເນັດສູງສຸດ ແຫ່ງຊາດ ເຂົ້າຮ່ວມຫຼາຍກວ່າ 30 ທ່ານ.

ການຝຶກອົບຮົມໃນຄັ້ງນີ້ໄດ້ຮັບກຽດຈາກ Mr. Tran Canh Toan, Deputy Director of Technical Division, VNNIC ທີ່ໄດ້ແບ່ງປັນຄວາມຮູ້ ແລະ ປະສົບການໃນການພັດທະນາຄວາມປອດໄພຂອງລະຫັດຊື່ອິນເຕີເນັດ (DNSSEC), ການລົງທະບຽນນຳໃຊ້ລະຫັດຊື່ອິນເຕີເນັດ ຜ່ານການຢັ້ງຢືນຕົວຕົນ eKYC, ກວດສອບ,ຕິດຕາມ ແລະ ລາຍງານການນຳໃຊ້ລະຫັດຊື່ອິນເຕີເນັດ ທີ່ບໍຖືກຕ້ອງ DNS Abuse ເພື່ອນໍາໃຊ້ເຂົ້າໃນວຽກງານການບໍລິການໄດ້ຢ່າງມີປະສິດທິພາບ ແລະ ຮັບປະກັນຄວາມປອດໄພໃນການນຳໃຊ້ລະຫັດຊື່ອິນເຕີເນັດ. ການຝືກອົບຮົມໄດ້ດຳເນີນໄປຢ່າງຟົດຟືນ ແລະ ໄດ້ຮັບຄວາມສົນໃຈຈາກນັກສຳມະນາກອນ ໂດຍຜ່ານການແລກປ່ຽນປະສົບການ ການບໍລິການ ແລະ ການຄຸ້ມຄອງຜູ້ນຳໃຊ້.  ການຝຶກອົບຮົມໄດ້ປິດລົງໃນມື້ດຽວກັນ ເຊິ່ງການຝຶກອົບຮົມໃນຄັ້ງນີ້ຈະໄດ້ຮັບຜົນສຳເລັດຢ່າງຈົບງາມ.

ບົດຂ່າວ ແລະ ພາບ ສອຊ.

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day