ກອງປະຊຸມສຳມະນາ ການເຊື່ອມໂຍງທາງດ້ານ ດິຈິຕອນ ແລະ ການຂົນສົ່ງ ເພື່ອຄວາມໝັ້ນຄົງດ້ານເສດຖະກິດ-ສັງຄົມ ໃນຊົນນະບົດ ຫຼັງຊ່ວງໄລຍະການລະບາດຂອງພະຍາດ COVID-19 ໃນຂົງເຂດປະເທດອາຊີ-ປາຊີຟິກ ຄັ້ງທີ 2

16/05/2024

ກອງປະຊຸມສຳມະນາ ການເຊື່ອມໂຍງທາງດ້ານ ດິຈິຕອນ ແລະ ການຂົນສົ່ງ ເພື່ອຄວາມໝັ້ນຄົງດ້ານເສດຖະກິດ-ສັງຄົມ ໃນຊົນນະບົດ ຫຼັງຊ່ວງໄລຍະການລະບາດຂອງພະຍາດ COVID-19 ໃນຂົງເຂດປະເທດອາຊີ-ປາຊີຟິກ ຄັ້ງທີ 2

ໃນລະຫວ່າງວັນທີ 08-09 ພຶດສະພາ 2024 ທີ່ໂຮງແຮມຄຣາວພລາຊາ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າໂດຍ ສູນອິນເຕີເນັດ ແຫ່ງຊາດ ຮ່ວມກັບ ກະຊວງໂຍທາທິການ ແລະ ຂົນສົ່ງ, ຕາງໜ້າໂດຍ ກົມຂົນສົ່ງ ແລະ ຄະນະກຳມະທິການເສດຖະກິດ ແລະ ສັງຄົມ ຂົງເຂດ ອາຊີ-ປາຊີຟິກ (United Nations Economic and Social Commission for Asia and the Pacific ຫຼື UNESCAP) ໄດ້ຮ່ວມຈັດກອງປະຊຸມສຳມະນາ ການເຊື່ອມໂຍງທາງດ້ານ ດິຈິຕອນ ແລະ ການຂົນສົ່ງ ເພື່ອຄວາມໝັ້ນຄົງດ້ານເສດຖະກິດ-ສັງຄົມ ໃນຊົນນະບົດ ຫຼັງຊ່ວງໄລຍະການລະບາດຂອງພະຍາດ COVID-19 ໃນຂົງເຂດປະເທດອາຊີ-ປາຊີຟິກ ຄັ້ງທີ 2 ໂດຍການເປັນປະທານຮ່ວມກ່າວເປີດພິທີຂອງ ທ່ານ ໄຊສົມຫວັງ ສຸວັນນະວົງ, ຮອງຫົວໜ້າສູນອິນເຕີເນັດ ແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ບາໂຄເດຍ ເບີຄາໂນບ (Bakhodir Burkhanov), ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ, ແລະ ທ່ານ ນາງ ອຳໄພວັນ ແກ້ວປະດິດ, ຮອງຫົວໜ້າກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ.

ກອງປະຊຸມຄັ້ງນີ້ ໄດ້ມີຜູ້ເຂົ້າຮ່ວມຈາກ ບັນດາກົມ/ສູນ ທີ່ກ່ຽວຂ້ອງ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຈາກບັນດາກະຊວງ ທີ່ກ່ຽວຂ້ອງກັບການພັດທະນາທາງດ້ານການເຊື່ອມໂຍງດິຈິຕອນ, ຝ່າຍກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ກ່ຽວຂອງກັບວຽກງານເຊື່ອມໂຍງທາງດ້ານການຂົນສົ່ງ, ຕາງໜ້າຈາກ ອົງການສະຫະປະຊາດຊາດ ແລະ ຄະນະກຳມະທິການເສດຖະກິດ ແລະ ສັງຄົມ ຂົງເຂດ ອາຊີ-ປາຊີຟິກ.

ຈຸດປະສົງການປະຊຸມສຳມະນາໃນຄັ້ງນີ້ແມ່ນເພື່ອນຳສະເໜີ ຜົນການຄົ້ນຄວ້າ ແລະ ການປະເມີນ ສະຖານະພາບດ້ານ ການເຊື່ອມໂຍງທາງດ້ານ ດິຈິຕອນ ແລະ ການຂົນສົ່ງ ໃນໄລຍະຜ່ານມາ ແລະ ປັດຈຸບັນ, ທັງຍັງເປັນການຕີລາຄາການຂະຫຍາຍຕົວ ແລະ ການພັດທະນາ ນັບຈາກກອງປະຊຸມສຳມະນາ ຄັ້ງທີ 1 ໃນປີທີ່ຜ່ານມາ ເພື່ອໃຫ້ຜູ້ເຂົ້າຮ່ວມຈາກພາກລັດ ໃນ ສປປ ລາວ ໄດ້ນຳສະເໜີ ແລກປ່ຽນບົດຮຽນ ແລະ ບັນດາຂໍ້ມູນ ກ່ຽວກັບການພັດທະນາດ້ານການເຊື່ອມໂຍງ ດິຈິຕອນ ແລະ ການຂົນສົ່ງ ໃນເຂດຊົນນະບົດ ແລະ ເພື່ອຜັນຂະຫຍາຍການຮ່ວມມື ແລະ ພັດທະນາ ຍຸດທະສາດ ໃນການພັດທະນາ ດ້ານການເຊື່ອໂຍງ ດິຈິຕອນ ແລະ ການຂົນສົ່ງ ເພື່ອຄວາມໝັ້ນຄົງດ້ານເສດຖະກິດ-ສັງຄົມ.

ບົດຂ່າວ ແລະ ພາບ ສອຊ.

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day