16/11/2025
ໃນຕອນບ່າຍຂອງວັນທີ 12 ພະຈິກ 2025 ສູນອິນເຕີເນັດ ແຫ່ງຊາດ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຕ້ອນຮັບຄະນະຄູອາຈານ ຈຳນວນ 2 ທ່ານ ແລະ ນ້ອງນັກສຶກສາລະບົບ ປະລິນຍາຕີ ຮຸ່ນ XXVI ຈຳນວນ 54 ທ່ານ ໄດ້ມາ ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ຢູ່ ສູນອິນເຕີເນັດ ແຫ່ງຊາດ. ໃຫ້ກຽດຮ່ວມຕ້ອນຮັບໂດຍ ທ່ານ ໄຊສົມຫວັງ ສຸວັນນະວົງ ຮອງຫົວໜ້າສູນອິນເຕີເນັດ ແຫ່ງຊາດ ພ້ອມດ້ວຍບັນດາຄະນະພະແນກ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ພອນທິບ ພົມມະຈັນ ກ່ຽວກັບພາລະບົດບາດ ວຽກງານ ຂອງ ສູນອິນເຕີເນັດ ແຫ່ງຊາດ ພ້ອມທັງໄດ້ອະທິບາຍຄວາມຮູ້ພື້ນຖານກ່ຽວກັບ ອິນເຕີເນັດ, ສື່ສັງຄົມອອນລາຍ ແລະ ການມີສະຕິລະວັງຕົວ ໃນການນຳໃຊ້ເຄື່ອງມື ແລະ ເຕັກໂນໂລຊີຕ່າງໆ ໃຫ້ມີຄວາມປອດໄພ. ບັນດານັກສຶກສາທີ່ມາທັດສະນະໃນຄັ້ງນີ້ ກໍໄດ້ມີຄວາມສົນໃຈ ແລະ ລົງເລິກກ່ຽວກັບ ວຽກງານການບໍລິການຂໍ້ມູນຂ່າວສານ, ວຽກງານການສືບຄົ້ນຫາຂໍ້ມູນຂ່າວສານ, ການຄຸ້ມຄອງລະບົບຂໍ້ມູນຂ່າວສານ, ການກຳນົດນະໂຍບາຍຕ່າງໆ, ແລະ ວິທີແກ້ໄຂໃນການຄຸ້ມຄອງ ແລະ ໄດ້ມີການຖາມ-ຕອບ ແຕ່ລະ ບັນຫາຕ່າງໆຢ່າງກົງໄປກົງມາ ພ້ອມດຽວກັນນັ້ນ ຄະນະຄູອາຈານ ແລະ ນ້ອງນັກສຶກສາ ຍັງໄດ້ເຂົ້າທັດສະນະ ຢ້ຽມຢາມ ຫ້ອງສູນຂໍ້ມູນ ຂອງ ສູນອິນເຕີເນັດ ແຫ່ງຊາດ ເພື່ອໃຫ້ໄດ້ເຫັນຕົວຈິງ ບັນດາໂຄງລ່າງພື້ນຖານລະບົບເຕັກນິກ ສ້າງຄວາມຮັບຮູ້ພື້ນຖານໄອຊີທີ ແລະ ດິຈິຕອນ ດ້ານເຕັກນິກ, ເຮັດໃຫ້ນ້ອງໆນັກສຶກສາ ເຕີບໃຫຍ່ເປັນອະນາຄົດຂອງຊາດ ທີ່ມີທັກສະພື້ນຖານທາງດ້ານ ດິຈິຕອນ, ປະກອບສ່ວນເຂົ້າໃນຍຸດທະສາດການພັດທະນາບຸກຄະລາກອນທາງດ້ານດິຈິຕອນຂອງຊາດ.






ຂ່າວໂດຍ: ສູນອິນເຕີເນັດ ແຫ່ງຊາດ

