ສູນອິນເຕີເນັດແຫ່ງຊາດ ເຂົ້າຮ່ວມສະຫຼຸບຊຸດຝຶກອົບຮົມຮູບແບບປະຕິບັດງານຕົວຈິງ (On-The-Job training) ທີ່ ສູນອິນເຕີເນັດ ແຫ່ງຊາດ ສສ.ຫວຽດນາມ, ນະຄອນຫຼວງຮາໂນຍ

09/11/2025

ສູນອິນເຕີເນັດແຫ່ງຊາດ ເຂົ້າຮ່ວມສະຫຼຸບຊຸດຝຶກອົບຮົມຮູບແບບປະຕິບັດງານຕົວຈິງ (On-The-Job training) ທີ່ ສູນອິນເຕີເນັດ ແຫ່ງຊາດ ສສ.ຫວຽດນາມ, ນະຄອນຫຼວງຮາໂນຍ

ໃນລະຫວ່າງວັນທີ 5-7 ພະຈິກ 2025, ຄະນະຈາກສູນອິນເຕີເນັດ ແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ນຳພາໂດຍ ທ່ານ ໄຊສົມຫວັງ ສຸວັນນະວົງ ຮອງຫົວໜ້າ ສູນອິນເຕີເນັດ ແຫ່ງຊາດ ເຂົ້າຮ່ວມສະຫຼຸບຊຸດຝຶກອົບຮົມຮູບແບບປະຕິບັດງານຕົວຈິງ (On-The-Job training) ຈັດໂດຍ ສູນອິນເຕີເນັດ ແຫ່ງຊາດ ສສ. ຫວຽດນາມ, ທີ່ນະຄອນຫຼວງຮ່າໂນຍ.

ຊຸດຝຶກອົບຮົມດັ່ງກ່າວ ໄດ້ເລີ່ມຕົ້ນຂຶ້ນ ໃນວັນທີ 15 ຕຸລາ 2025 ໄດ້ດຳເນີນມາເປັນເວລາ 3 ອາທິດ ໂດຍມີພະນັກງານ ຈາກ ສູນອິນເຕີເນັດແຫ່ງຊາດ ສປປ ລາວ ເຂົ້າຮ່ວມຈຳນວນ 4 ທ່ານ, ເຊິ່ງໄດ້ມີຄວາມເຂົ້າໃຈກ່ຽວກັບຮູບແບບ, ອົງປະກອບ, ຟັງຊັນ, ມາດຕະຖານການເຊື່ອມຕໍ່ ແລະ ເຕັກໂນໂລຊີຫຼັກຂອງລະບົບຈັດການລະຫັດຊື່ອິນເຕີເນັດ ສູງສຸດ ແຫ່ງຊາດ (ccTLD Registry System) ໂດຍອີງໃສ່ຮູບແບບ Registry-Registrar ແລະ ສອດຄ່ອງກັບມາດຕະຖານສາກົນ (EPP Extensible Provisioning Prototcol) ອີກທັງຍັງເຂົ້າໃຈກ່ຽວກັບຂະບວນການລົງທະບຽນ ແລະ ການນຳໃຊ້ລະຫັດຊື່ອິນເຕີເນັດ, ສາມາດອອກແບບ ແລະ ກຳນົດຄວາມຕ້ອງການດ້ານເຕັກນິກສຳລັບລະບົບ .LA , SRS-EPP ແລະ ພ້ອມສາມາດຄຸ້ມຄອງ ແລະ ກຳນົດຮູບແບບການກວດສອບ, ການອະນຸຍາດ, ກົນໄກການເຮັດວຽກ,​ ການເຊື່ອມຕໍ່,​ ການສໍາຮອງຂໍ້ມູນ ແລະ ການກູ້ຄືນ ນອກນັ້ນແລ້ວ ຍັງສາມາດ ຮ່າງຂໍ້ກໍານົດດ້ານເຕັກນິກ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງ ເຊິ່ງການຝຶກໃນຄັ້ງນີ້ ແມ່ນດຳເນີນການໄປຢ່າງອົບອຸ່ນ, ຟົດຟື້ນ ແລະ ທຸກບົດຮຽນ, ທຸກການສິດສອນ ໄດ້ຮັບການຖ່າຍທອດ, ຄວາມເອົາໃຈໃສ່ ແລະ ການສະໜັບສະໜູນ ຈາກ VNNIC ເປັນຢ່າງດີ ເຊິ່ງຈະເຮັດໃຫ້ ສອຊ ຈະມີພື້ນຖານໂຄງລ່າງອິນເຕີເນັດທີ່ມີ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ ແລະ ​ຄວາມ​ພ້ອມ​ ໃນ​ອະນາຄົດ.

ພິທີປິດຊຸດຝຶກອົບຮົມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 7 ພະຈິກ 2025 ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ຫງວຽນ ເຈື່ອງ ຊ່າງ ຮັກສາການຫົວໜ້າສູນ ອິນເຕີເນັດ ແຫ່ງຊາດ ສສ. ຫວຽດນາມ ແລະ ທ່ານ ໄຊສົມຫວັງ ສຸວັນນະວົງ ຮອງຫົວໜ້າສູນອິນເຕີເນັດ ແຫ່ງຊາດ ສປປ ລາວ, ພ້ອມດ້ວຍບັນດາທ່ານ ພະນັກງານ ອ້າຍເອື້ອຍນ້ອງ ຂອງ ທັງສອງສູນ ເຂົ້າຮ່ວມຢ່າງພ້ອມພຽງ.

ພ້ອມດຽວກັນນັ້ນ, ທັງສອງສູນ ກໍ່ຍັງໄດ້ມີການປະຊຸມ 2​ ຝ່າຍ ໃນການລາຍງານຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດການຮ່ວມມືໃນໄລຍະຜ່ານມາ ຂອງປີ 2025 ໂດຍການປະຊຸມດັ່ງກ່າວ ກໍ່ໄດ້ມີການແລກປ່ຽນຄຳຄິດເຫັນ ແລະ ປຶກສາແຜນງານ ການຮ່ວມມືໃນປີ 2026 ໃນຂົງເຂດການພັດທະນາ ຊັບພະຍາກອນອິນເຕີເນັດ.

ຂ່າວໂດຍ: ສູນອິນເຕີເນັດ ແຫ່ງຊາດ

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day