27/10/2025
ໃນວັນທີ 17 ຕຸລາ 2025 ໜ່ວຍງານ 015/ຄຄອຊ ຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມ ວຽກງານຕ້ານການຕົວະຍົວະຫລອກລວງຜ່ານທາງອອນລາຍ ໂດຍ ມີຜູ້ຮ່ວມ ຕາງໜ້າບັນດາກົມອ້ອມຂ້າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງປ້ອງກັນຄວາມສະຫງົບ, ທະນາຄານແຫ່ງສປປ ລາວ, ບັນດາບໍລິສັດໂທລະຄົມມະນາຄົມ, ບັນດາທະນາຄານທຸລະກິດ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ນັບແຕ່ໄດ້ຮັບການສ້າງຕັ້ງໜ່ວຍງານ ແລະ ໄດ້ປະຊຸມຄັ້ງປະຖົມມະລຶກໃນທ້າຍເດືອນ 8/2025 ຜ່ານມາ, ຄະນະ 015/ຄຄອຊ ໄດ້ປະຊຸມວິຊາການຈໍານວນ 4 ຄັ້ງ ເພື່ອກວດກາຕິດຕາມ ແລະ ແກ້ໄຂບັນຫາການຕົວະຍົວະຫຼອກລວງທາງອອນລາຍ. ເຊິ່ງຫຼັງຈາກໄດ້ຮັບການແຕ່ງຕັ້ງຄະນະໄດ້ເອົາໃຈໃສ່ໃນການຕິດຕາມປະກົດການຕົວະຍົວະຫຼອກລວງທາງອອນລາຍ ເປັນຕົ້້ນ: ໄດ້ດຳເນີນການປິດເບີໂທທີ່ຕ້ອງສົງໃສ ໃນການໄປນໍາໃຊ້ຕົວະຍວົະຫຼອກລວງ, ໄດ້ດຳເນີນການປິດບັນດາເວັບໄຊທີ່ກະທໍາຜິດຕໍ່ລະບຽບກົດໝາຍສປປ.ລາວ, ດໍາເນີນການແກ້ໄຂບັນຫານໍາໃຊ້ຄື້ນສັນຍານດາວທຽມທີ່ຜິດຕໍ່ລະບຽບກົດຫມາຍ ສປປ.ລາວ ແລະ ມີການປິດບັນຊີທີ່ໄປໃຊ້ບໍ່ຖືກຕ້ອງເປັນທາງຜ່ານຈົນກ້າວໄປເທິງການແກ້ໄຂໄດ້ບາງກໍລະນີ.
- ກອງປະຊຸມ ໄດ້ເນັ້ນຍໍ້າ ໃຫ້ແຕ່ລະພາກສ່ວນປະສານສົມທົບລະອຽດກ່ຽວກັບການເປີດສູນຮັບແຈ້ງເຫດ ໂດຍສະເພາະດ້ານ ນິຕິກໍາພາລະບົດບາດ ສູນສາຍດ່ວນຮັບແຈ້ງເຫດ, ຂອດປະສານງານຮັບຮອງຂໍ້ມູນຮ່ວມກັນໃນການຈັດຕັ້ງປະຕິບັດ ແລະ ນິຕິກໍາ ອື່ນໆທີ່ປີ່ນອ້ອມ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ພ້ອມທັງທຸກພາກສ່ວນເຫັນດີໃນການສຶບຕໍ່ກວດກາຕິດຕາມ ແລະ ໂຄສະນາເຜີຍແຜ່ໃຫ້ຄວາມຮູ້ແກ່ປະຊາຊົນເພື່ອສ້າງພູມຄຸ້ມກັນຕໍ່ການຕົວະຍົວະຫຼອກລວງຜ່ານທາງອອນລາຍ.

