ພິທີເປີດຊຸດຝຶກອົບຮົມຮູບແບບປະຕິບັດງານຕົວຈິງ (On-The-Job training) ທີ່ສູນອິນເຕີເນັດ ແຫ່ງຊາດ ສສ.ຫວຽດນາມ

25/10/2025

ພິທີເປີດຊຸດຝຶກອົບຮົມຮູບແບບປະຕິບັດງານຕົວຈິງ (On-The-Job training) ທີ່ສູນອິນເຕີເນັດ ແຫ່ງຊາດ ສສ.ຫວຽດນາມ

ໃນຕອນເຊົ້າຂອງວັນທີ 20 ຕຸລາ 2025, ທີ່ສູນອິນເຕີເນັດ ແຫ່ງຊາດ ສສ. ຫວຽດນາມ, ໄດ້ຈັດພິທີເປີດຊຸດຝຶກອົບຮົມຮູບແບບປະຕິບັດງານຕົວຈິງ ທີ່ຮ່າໂນຍ, ສສ.ຫວຽດນາມ ໂດຍການເປັນປະທານ ຂອງທ່ານ ທ່ານ ເລຫງອກ ດຶກ, ປະທານສະພາບໍລິຫານ ສູນອິນເຕີເນັດ ແຫ່ງຊາດ ສສ. ຫວຽດນາມ, ຕາງໜ້າກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ຫງວຽນ ເຈືອງ ຢາງ ຮັກສາການຫົວໜ້າສູນ ອິນເຕີເນັດ ແຫ່ງຊາດ ສສ. ຫວຽດນາມ, ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນ, ທ່ານ ໄຊສົມຫວັງ ສຸວັນນະວົງ ຮອງຫົວໜ້າສູນອິນເຕີເນັດ ແຫ່ງຊາດ ສປປ ລາວ ແລະ ອ້າຍນ້ອງພະນັກງານ ທັງສອງສູນ ເຂົ້າຮ່ວມຢ່າງຟົດຟື້ນ ເຊິ່ງການຝຶກອົບຮົມຄັ້ງນີ້ ມີພະນັກງານຈາກສູນອິນເຕີເນັດ ແຫ່ງຊາດ (ສອຊ) ຈຳນວນ 4 ທ່ານ ແລະ ຈະໃຊ້ເວລາ 3 ອາທິດ ໃນການຝຶກ, ໂດຍການຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ສຸມໃສ່ວຽກງານການບໍລິຫານຈັດການ, ການຄຸ້ມຄອງລະຫັດຊື່ອິນເຕີເນັດ ສູງສຸດແຫ່ງຊາດ ແລະ  ລະບົບ DNS ແຫ່ງຊາດ ທີ່ສອດຄ່ອງກັບມາດຕະຖານສາກົນ SRS/EPP, ລວມທັງການ​ອອກ​ແບບ​ ແລະ ການ​ພັດ​ທະ​ນາ​ IPv6  ພ້ອມກັບການປະຕິບັດຕົວຈິງ ນອກຈາກນັ້ນແລ້ວ ຍັງໄດ້ນຳສະເໜີກ່ຽວກັບບົດບາດ​ຄວາມສຳຄັນ ຂອງຍຸດ​ທະ​ສາດ​ NIC ແຫ່ງຊາດ ​ ໃນການພັດທະນານະໂຍບາຍການຄຸ້ມຄອງຊັບພະຍາກອນອິນເຕີເນັດ ແລະ ການດໍາເນີນງານຂອງ Network Operators Groups (NOGs) ແລະ ການສ້າງພື້ນຖານໂຄງລ່າງອິນເຕີເນັດທີ່ມີ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ ແລະ ​ຄວາມ​ພ້ອມ​ ໃນ​ອະນາຄົດ.

ສູນອິນເຕີເນັດ ແຫ່ງຊາດ ສສ. ຫວຽດນາມ (Vietnam Internet Network Information Center) ແລະ ສູນອິນເຕີເນັດ ແຫ່ງຊາດ ສປປ ລາວ ໄດ້ມີການພົວພັນ ແລະ ຮ່ວມມືກັນມາຍາວນານ ນັບແຕ່ປີ 2010 ທີ່ໄດ້ມີການພົວພັນ,​ ພົບປະ ແລະ ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ແລະ ມາຮອດວັນທີ 10 ມັງກອນ 2024 ກໍ່ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ ອີກເທື່ອໜຶ່ງ ໃນຂົງເຂດການຮ່ວມມືກ່ຽວກັບການພັດທະນາຊັບພະຍາກອນອິນເຕີເນັດ ແລະ ການຈັດຝຶກອົບຮົມໃນຄັ້ງນີ້ ກໍ່ເປັນການສະໜັບສະໜູນ ໃນການສ້າງຄວາມອາດສາມາດ ​ກ່ຽວກັບ​ຄຸ້ມ​ຄອງ​ຊັບພະຍາກອນອິນ​ເຕີ​ເນັດ ແລະ ການຂະຫຍາຍອິນເຕີເນັດແບບຍືນຍົງ ແລະປອດໄພ

ຂ່າວໂດຍ: ສູນອິນເຕີເນັດ ແຫ່ງຊາດ

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day