ກອງປະຊຸມການຈັດຕັ້ງປະຕິບັດວຽກງານ ປະຈຳໄຕມາດ I ແລະ ທິດທາງແຜນການປະຈຳໄຕມາດ II ປີ 2026 ຂອງໜ່ວຍງານຕ້ານການຫຼອກລວງທາງອອນລາຍ

23/03/2026

ກອງປະຊຸມການຈັດຕັ້ງປະຕິບັດວຽກງານ ປະຈຳໄຕມາດ I ແລະ ທິດທາງແຜນການປະຈຳໄຕມາດ II ປີ 2026 ຂອງໜ່ວຍງານຕ້ານການຫຼອກລວງທາງອອນລາຍ

          ໃນຕອນບ່າຍ ວັນທີ 11 ມີນາ 2026 ເວລາ 14:00 - 16:00 ໂມງ ທີ່ສູນອິນເຕີເນັດແຫ່ງຊາດ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ໄດ້ມີກອງປະຊຸມ ການຈັດຕັ້ງປະຕິບັດວຽກງານ ປະຈຳໄຕມາດ I ແລະ ທິດທາງແຜນການປະຈໍາໄຕມາດ II ປີ 2026 ຂອງໜ່ວຍງານຕ້ານການຫຼອກລວງທາງອອນລາຍ, ມີຜູ້ຕາງໜ້າຈາກ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງອຸດສາຫະກຳ ແລະ ການຄ້າ, ທະນາຄານ ແຫ່ງ ສປປ ລາວ, ບັນດາທະນາຄານທຸລະກິດ, ບັນດາບໍລິສັດໂທລະຄົມມະນາຄົມ ພາຍໃນໜ່ວຍງານຕ້ານການຫຼອກລວງທາງອອນລາຍ ເຂົ້າຮ່ວມຢ່າງພ້ອມພຽງ.

         ກອງປະຊຸມໄດ້ຮ່ວມກັນທົບທວນຄືນຜົນການດຳເນີນວຽກງານ ຕິດຕາມ, ກວດກາ, ຕອບຕ້ານ, ສະກັດກັ້ນ ແລະ ແກ້ໄຂການຕົວະຍົວະຫຼອກລວງສໍ້ໂກງທາງອອນລາຍ ໃນໄລຍະຜ່ານມາ ເພື່ອກຳນົດໜ້າທີ່ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນໃຫ້ຊັດເຈນ, ທົບທວນບັນດານິຕິກໍາ ແລະ ລະບຽບການທີ່ກ່ຽວຂ້ອງ ເພື່ອໃຫ້ການຈັດຕັ້ງປະຕິບັດມີຄວາມເປັນເອກະພາບກັນ, ທົບທວນກົນໄກການປະສານງານລະຫວ່າງທຸກພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖີ່ນ, ທົບທວນເຄື່ອງມື ແລະ ວິທີການແກ້ໄຂ ເພື່ອເພີ່ມປະສິດທິພາບໃນການຕອບຕ້ານ, ສະກັດກັ້ນ ແລະ ແກ້ໄຂອາຊະຍາກຳທາງອອນລາຍ, ເພື່ອຊ່ວຍເຫຼືອຜູ້ເສຍຫາຍຈາກການຖືກຫຼອກລວງທາງອອນລາຍ ໃຫ້ທັນເວລາ,     ພ້ອມນັ້ນກໍ່ເອົາໃຈໃສ່ວຽກງານໂຄສະນາ ແລະ ເຜີຍແຜ່ຂໍ້ມູນຂ່າວສານ ໃຫ້ທົ່ວສັງຄົມຮັບຮູ້ທຸກເລ່ກົນການຫຼອກລວງທາງອອນລາຍ.

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day