ຄະນະຜູ້ແທນ ສູນອິນເຕີເນັດ ແຫ່ງຊາດ (LANIC) ເຂົ້າຮ່ວມກອງປະຊຸມ ICANN85 ທີ່ ນະຄອນຫຼວງມຸມໄບ ປະເທດອິນເດຍ ເພື່ອຊຸກຍູ້ຍຸດທະສາດການຫັນເປັນດິຈິຕອນຂອງ ສປປ ລາວ

10/03/2026

ຄະນະຜູ້ແທນ ສູນອິນເຕີເນັດ ແຫ່ງຊາດ (LANIC) ເຂົ້າຮ່ວມກອງປະຊຸມ ICANN85 ທີ່ ນະຄອນຫຼວງມຸມໄບ ປະເທດອິນເດຍ ເພື່ອຊຸກຍູ້ຍຸດທະສາດການຫັນເປັນດິຈິຕອນຂອງ ສປປ ລາວ

        ທີ່ ນະຄອນຫຼວງມຸມໄບ, ປະເທດອິນເດຍ — ໃນລະຫວ່າງວັນທີ 7-12 ມີນາ 2026, ທ່ານ ໄຊສົມຫວັງ ສຸວັນນະວົງ, ຮອງຫົວໜ້າສູນອິນເຕີເນັດ ແຫ່ງຊາດ (LANIC), ກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ICANN85 Community Forum ທີ່ສູນປະຊຸມ Jio World Convention Centre ເພື່ອຮັບຟັງ ແລະ ປືກສາຫາລື ການພັດທະນາໃນດ້ານຕ່າງໆຂອງຊັບພະຍາກອນອິນເຕີເນັດ ໂດຍສະເພາະ ລະຫັດຊື່ອິນເຕີເນັດ (Domain Name) ແລະ ເລກໝາຍອິນເຕີເນັດ (IP Address).

        ໃນຂະນະທີ່ ສປປ ລາວ ກໍາລັງເລັ່ງໃສ່ການຫັນເປັນດິຈິຕອນຢ່າງແຂງແຮງ, ຄະນະຜູ້ແທນ LANIC ໄດ້ມີບົດບາດສຳຄັນໃນການປັນຕົວແທນໃຫ້ແກ່ປະເທດ ໃນສອງເວທີຫຼັກຂອງ ICANN ຄື: ຄະນະກໍາມະການທີ່ປຶກສາລັດຖະບານ (GAC) ແລະ ອົງການສະໜັບສະໜູນລະຫັດຊື່ອິນເຕີເນັດສູງສຸດແຫ່ງຊາດ (ccNSO). ການເຂົ້າຮ່ວມຄັ້ງນີ້ ແມ່ນເພື່ອຮັບປະກັນວ່າ ຜົນປະໂຫຍດຂອງ ສປປ ລາວ ຈະຖືກບັນຈຸເຂົ້າໃນນະໂຍບາຍການຄຸ້ມຄອງລະບົບອິນເຕີເນັດລະດັບໂລກ.

        ບາງຫົວຂໍ້ສຳຄັນທີ່ຈະປຶກສາຫາລືໃນກອງປະຊຸມ ICANN85 ຄັ້ງນີ້ ປະກອບມີ: ການກະກຽມເປີດຕົວ New gTLD Round 2026 ເພື່ອຊຸກຍູ້ໃຫ້ມີການສະໜັບສະໜູນດ້ານງົບປະມານ ແລະ ເຕັກນິກ (Applicant Support) ສໍາລັບປະເທດທີ່ກໍາລັງພັດທະນາ ເພື່ອໃຫ້ສາມາດເຂົ້າເຖິງການນໍາໃຊ້ລະຫັດຊື່ອິນເຕີເນັດລະດັບສູງໃໝ່ໆ, ການສົ່ງເສີມ Universal Acceptance (UA) ເພື່ອຜັກດັນມາດຕະຖານເຕັກນິກ ເພື່ອໃຫ້ລະຫັດຊື່ອິນເຕີເນັດພາສາລາວ (.ລາວ) ສາມາດນໍາໃຊ້ໄດ້ຢ່າງສົມບູນໃນທຸກລະບົບ ແລະ ແອັບພລິເຄຊັນທົ່ວໂລກ, ຄວາມປອດໄພຂອງລະບົບ DNS ເພື່ອຍົກສູງຮ່ວມມືກັບຄູ່ຮ່ວມງານສາກົນ ເພື່ອປ້ອງກັນ ແລະ ແກ້ໄຂບັນຫາການນໍາໃຊ້ລະຫັດຊື່ອິນເຕີເນັດໃນທາງທີ່ຜິດ (DNS Abuse), ແນໃສ່ສ້າງສະພາບແວດລ້ອມອິນເຕີເນັດທີ່ປອດໄພໃຫ້ແກ່ສັງຄົມລາວ.

ສາມາດຕິດຕາມລາຍລະອຽດກອງປະຊຸມເພີ່ມເຕີມໄດ້ທີ່:

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day