ບົດຂ່າວ ສຳມະນາການຫັນເປັນດິຈິຕອນ ລະຫວ່າງ ກະຊວງ ຕສ ແລະ ກະຊວງການເງິນ ຄັ້ງວັນທີ 04 ມີນາ 2026, ທີ່ ສູນອິນເຕີເນັດ ແຫ່ງຊາດ

09/03/2026

ບົດຂ່າວ ສຳມະນາການຫັນເປັນດິຈິຕອນ ລະຫວ່າງ ກະຊວງ ຕສ ແລະ ກະຊວງການເງິນ ຄັ້ງວັນທີ 04 ມີນາ 2026, ທີ່ ສູນອິນເຕີເນັດ ແຫ່ງຊາດ

           ໃນວັນທີ 04 ມີນາ 2026, ສູນອິນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ກະຊວງ ການເງິນ ໄດ້ຈັດງານສໍາມະນາ ການຫັນເປັນດິຈິຕອນ ຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ກະຊວງການເງິນ ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116ປີ ທີ່ ສູນອິນເຕີເນັດ ແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ແກ້ວວີສຸກ ໂສລະພົມ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມ ປະທານ ແລະ ຮອງປະທານສະຫະພັນແມ່ຍິງ, ຫົວໜ້າກົມ/ສູນ, ຮອງຫົວໜ້າກົມ/ສູນ,​ ສະມາຊິກແມ່ຍິງ ຈາກ ສູນອິນເຕີເນັດແຫ່ງຊາດ ແລະ ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ແລະ ແຂກຖືກເຊີນ ອ້ອມຂ້າງ 02 ກະຊວງ.

          ໃນພິທີເປີດ ປະທານໄດ້ກ່າວກ່ຽວກັບ ການສ້າງວິໃສທັດການພັດທະນາເສດຖະກິດ ດິຈິຕອນ ແຫ່ງຊາດ ເພື່ອເປັນພື້ນຖານໃຫ້ແກ່ການພັດທະນາວຽກງານດິຈິຕອນ ແລະ ການແຕ່ງຕັ້ງຄະນະລະດັບຊາດເພື່ອຫັນເປັນດິຈິຕອນແຫ່ງຊາດ ທີ່ສະແດງໃຫ້ເຫັນວ່າ ລັດຖະບານແມ່ນໃຫ້ຄວາມສຳຄັນແກ່ວຽກການຫັນເປັນດີຈີຕອນເປັນອັນດັບຕົ້ນໆ. ໄລຍະຜ່ານມາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກະຊວງການເງິນ ໄດ້ມີການເຊັນສັນຍາ ວ່າດ້ວຍ ການເປັນຮ່ວມມືພັດທະນານໍາໃຊ້ລາຍເຊັນເອເລັກໂຕຣນິກ (CA) ຂອງ ສູນອິນເຕີເນັດ ແຫ່ງຊາດ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຂົ້າໃນລະບົບຄຸ້ມຄອງງົບປະມານແຫ່ງລັດ (ລາຍຮັບ-ລາຍຈ່າຍ) ຂອງ ກະຊວງການເງິນ ເຊິ່ງໃນນັ້ນລວມມີການພັດທະນານຳໃຊ້ລາຍເຊັນເອເລັກໂຕຣນິກເຂົ້າໃນ 04 ລະບົບຂອງກະຊວງການເງິນຄື: 1. ລະບົບແຈ້ງພາສີປະຕູດຽວ ແຫ່ງຊາດ ຂອງກົມພາສີ (NSWA+), 2. ລະບົບແຈ້ງມອບອາກອນ (TaxRIS), 3. ລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນພາກລັດ (LIFMIS) ແລະ 4.ລະບົບຄຸ້ມຄອງເອກະສານແບບເອເລັກໂຕຣນິກ (i-Office), ເຊິ່ງມາຮອດປັດຈຸບັນ ແມ່ນໄດ້ສໍາເລັດການເຊື່ອມຕໍ່ນຳໃຊ້ລາຍເຊັນເອເລັກໂຕຣນິກຂອງ ສອຊ ເຂົ້າໃນລະບົບ i-Office ແລະ ລະບົບ LIFMIS ເຊິ່ງສາມາດເບີກຈ່າຍງົບປະມານພາກລັດຜ່ານລະບົບດີຈິຕອນໄດ້.

           ໃນງານສໍາມະນານີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີ ແລະ ແລກປ່ຽນບົດຮຽນໃນການຫັນເປັນດີຈີຕອນຂອງທັງ 02 ພາກສ່ວນ, ເບື້ອງກະຊວງເຕັກໂນໂລຊີ ແລະ ການສື່ສານ ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີ ກ່ຽວກັບ ວຽກງານການຫັນເປັນລັດດີຈີຕອນ ນໍາສະເໜີໂດຍ ທ່ານ ນ. ວັນນະພາ ພົມມະທັນສີ, ຮອງຫົວໜ້າສູນບໍລິຫານລັດດີຈີຕອນ, ວຽກງານລາຍເຊັນເອເລັກໂຕຣນິກ ນໍາສະເໜີໂດຍ ທ່ານ ນ. ນີລາເພັດ ຄໍາມຸງຄຸນ ຫົວໜ້າພະແນກສູນຮັບຮອງລາຍເຊັນເອເລັກໂຕຣນິກ, ວຽກງານລະຫັດຊື່ອິນເຕີເນັດ (.LA) ແລະ ສູນຂໍ້ມູນ ນໍາສະເໜີໂດຍ ທ່ານ ນ. ສຸວັນນີ ໄຊສົງຄວາມ ຫົວໜ້າພະແນກລະຫັດຊື່ອິນເຕີເນັດສູງສຸດແຫ່ງຊາດ, ວຽກງານສູນຕ້ານການຫຼອກລວງທາງອອນລາຍ ນໍາສະເໜີໂດຍ ທ່ານ ນ. ສຸພາວະດີ ປຣະເສີດ, ຮອງຫົວໜ້າພະແນກ, ຫ້ອງການກອງເລຂາຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ. ຈາກເບື້ອງກະຊວງການເງິນ ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີກ່ຽວກັບ ແຜນ 5 ປີ-ແຜນຈຸດສຸມ 2026 ແລະ ອອກແບບ PIPMIS ນໍາສະເໜີໂດຍ ທ່ານ ອາລຸນຊະນະ ຈັນດາລາ, ຮອງຫົວໜ້າພະແນກ ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ວຽກງານ LIFMIS ແລະ ລາຍເຊັນເອເລັກໂຕຣນິກ ນໍາສະເໜີໂດຍ ທ່ານ ອາທອນ ວິໄຊສັກ ວິຊາການ ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ວຽກງານ ກງານ E-Tax Invoice ນໍາສະເໜີໂດຍ ທ່ານ ປູລິມ ອິນທະສານ ຮອງຫົວໜ້າພະແນກ ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ວຽກງານ FinLink ແລະ FinPass ທ່ານ. ນ ທອງວິນ ສີຫາຈັກ ຮອງຫົວໜ້າສູນ ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ.

           ໃນຕອນທ້າຍ ທ່ານ ປອ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ແລະ ທ່ານ ມີນາໄຊ ພີລາວົງ ຫົວໜ້າສູນອິນເຕີເນັດແຫ່ງຊາດ ໄດ້ກ່າວມີຄຳເຫັນກ່ຽວກັບການສຳມະນາໃນຄັ້ງນີ້ ວ່າການສຳມະນາໃນຄັ້ງນີ້ແມ່ນເປັນຂີດໝາຍທີ່ສຳຄັນ ເພື່ອສ້າງຄວາມຮັບຮູ້ໃຫ້ແກ່ພະນັກງານເພດຍິງ, ພະນັກງານຫຼັກແຫຼ່ງ ແລະ ແຂກຖືກເຊີນ ໃຫ້ເຂົ້າໃຈເລີກເຊິ່ງ ແລະ ເຫັນເຖິງຄວາມສຳຄັນໃນການຫັນເປັນດິຈິຕອນ ແລະ ເຫັນເຖີງຄວາມເອົາໃຈໃສ່ການພັດທະນາໂຄງລ່າງພື້ນຖານ ແລະ ລະບົບທີ່ທັງ 02ຝ່າຍ ທີ່ໄດ້ພັດທະນາຂຶ້ນມາ ເພື່ອຮອງຮັບການຫັນເປັນດີຈີຕອນຂອງ ສປປ ລາວ, ໃນເບື້ອງກະຊວງເຕັກໂນໂລຊີ ແລະ ການສື່ສານ, ສູນອິນເຕີເນັດ ແຫ່ງຊາດ ກໍ່ເປັນສູນຫຼັກໃນການສະໜອງໂຄງລ່າງພື້ນຖານ ແລະ ລະບົບທີ່ສຳຄັນໃຫ້ແກ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກະຊວງອ້ອມຂ້າງ, ເຊັ່ນດຽວກັນກັບເບື້ອງກະຊວງການເງິນ, ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ກໍ່ເປັນຫຼັກໃນການສ້າງ ແລະ ພັດທະນາລະບົບການເງິນຂອງ ສປປ ລາວໃຫ້ເປັນລະບົບດີຈີຕອນທີ່ມີວ່ອງໄວ ແລະ ປອດໄພ ໃນການຄຸ້ມຄອງ ແລະ ບໍລິຫານຈັດການງົບປະມານຂອງ ສປປ ລາວ. ທັງ 02 ພາກສ່ວນ ແມ່ນຈະສືບຕໍ່ຮ່ວມມືໃນການພັດທະນາລະບົບຂອງທັງ 02 ກະຊວງໃຫ້ຫັນເປັນລະບົບດີຈີຕອນໃຫ້ໄດ້ຫຼາຍຂຶ້ນກວ່າເກົ່າ ເພື່ອຜັກດັນການຫັນເປັນດີຈິຕອນຂອງ ສປປ ລາວ ໃຫ້ປາກົດຜົນເປັນຈິງໃນອານາຄົດອັນໃກ້.

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day