09/09/2025
ຄະນະຈາກສູນອິນເຕີເນັດ ແຫ່ງຊາດ, ນໍາໂດຍ ທ່ານ ໄຊສົມຫວັງ ສຸວັນນະວົງ, ຮອງຫົວໜ້າສູນອິນເຕີເນັດແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມການຮ່ວມມືດ້ານດິຈິຕອນສາກົນ ສປ ຈີນ-ສິງກະໂປ ປະຈຳປີ 2025 (China-Singapore International Digital Cooperation Forum), ໃນ ວັນທີ 05 ກັນຍາ 2025, ທີ່ ນະຄອນສົງຊິງ, ສປ ຈີນ.


ໃນກອງປະຊຸມ ທ່ານໄຊສົມຫວັງ ສຸວັນນະວົງ ໄດ້ຂື້ນກ່າວກ່ຽວກັບການ ພັດທະນາການເຊື່ອມໂຍງ-ເຊື່ອມຈອດ ທາງດ້ານດີຈີຕອນ, ໂດຍ
ໃນໄລຍະຜ່ານມາ ສປປ ລາວ ໄດ້ເນັ້ນໃສ່ການຮ່ວມມືກັບ ສປ ຈີນ ໃນການພັດທະນາເຄືອຂ່າຍເຊື່ອມຕໍ່ຜ່ານ ສປປ ລາວ ອອກສູ່ບັນດາປະ
ເທດພາກພື້ນ ທີ່ເປັນທ່າແຮງບົມຊ້ອນຂອງ ສປປ ລາວ ໂດຍອີງຕາມພູມສັນຖານ ທີ່ຕັ້ງຂອງປະເທດ ທີ່ບໍ່ມີທາງອອກສູ່ທະເລ ກາຍເປັນ
ປະເທດເຊື່ອມໂຍງ-ເຊື່ອມຈອດ ປັນສູນກາງເຊື່ອມຕໍ່ທາງດ້ານດີຈີຕອນ (Digital Hup) ໃນພາກພື້ນ ໃນອານາຄົດ.

ໃນກອງປະຊຸມດັ່ງກ່າວຜູ້ແທນຈາກ ສູນອິນເຕີເນັດ ແຫ່ງຊາດ ແລະ ສູນຂໍ້ມູນຂ່າວສານຂອງລັດ ສປປ ຈີນ (State Information Center)
ທີ່ເປັນຄູ່ຮ່ວມມື ຍັງໄດ້ປຶກສາຫາລື ການຮ່ວມມືໃນໄລຍະຕໍ່ໜ້າໃນການແລກປ່ຽນບົດຮຽນ ແລະ ພັດທະນາບຸກຄະລາກອນ ດ້ານການພັດທະ
ນາໂຄງລ່າງພື້ນຖານດີຈີຕອນ.


