ຂະບວນການອອກແຮງງານລວມ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອຂໍ່ານັບຮັບ ຕ້ອນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຄັ້ງທີ III ຂອງອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ
01/08/2025
ໃນຕອນບ່າຍ ວັນທີ 01 ສີງຫາ 2025 ສູນອິນເຕີເນັດ ແຫ່ງຊາດ ໄດ້ເຂົ້າຮ່ວມຂະບວນການອອກແຮງງານລວມ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອຂໍ່ານັບຮັບ ຕ້ອນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຄັ້ງທີ III ຂອງອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ, ນໍາພາໂດຍ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ, ບັນດາທ່ານ ຄະນະນຳ, ຄະນະອໍານວຍການ ແລະ ພະນັກງານ ຈາກ ສູນອິນເຕີເນັດແຫ່ງຊາດ, ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ກົມໄປສະນີ, ກົມຄວາມປອດໄພໄຊເບີ, ສູນຂໍ້ມູນແຫ່ງຊາດ, ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ (LTC) ແລະ ບໍລິສັດ ອີທີແອລ ຈຳກັດ (ETL) ເຂົ້າຮ່ວມຢ່າງພ້ອມພຽງ.



