ຄະນະ ຈາກສູນອິນຕີເນັດ ແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມອິນເຕີເນັດຫວຽດນາມ ປະຈຳປີ 2025, ທີ່ນະຄອນຫຼວງຮ່າໂນຍ, ສສ ຫວຽດນາມ

27/07/2025

ຄະນະ ຈາກສູນອິນຕີເນັດ ແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມອິນເຕີເນັດຫວຽດນາມ ປະຈຳປີ 2025, ທີ່ນະຄອນຫຼວງຮ່າໂນຍ, ສສ ຫວຽດນາມ

ໃນວັນທີ 25 ກໍລະກົດ 2025, ຄະນະ ຈາກສູນອິນຕີເນັດ ແຫ່ງຊາດ, ນຳໂດຍ ທ່ານ ໄຊສົມຫວັງ ສຸວັນນະວົງ ຮອງຫົວໜ້າສູນອິນເຕີເນັດ ແຫ່ງຊາດ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມອິນເຕີເນັດຫວຽດນາມ ປະຈຳປີ 2025 ເພື່ອຖອດຖອນບົດຮຽນ ແລະ ແລກປ່ຽນປະສົບການ ໃນຂົງເຂດການພັດທະນາອິນເຕີເນັດ ຂອງ ສສ ຫວຽດນາມ ແລະ ສາກົນ, ມີຜູ້ແທນຈາກບັນດາພາກສ່ວນລັດ, ອົງການ ແລະ ບໍລິສັດຜູ້ໃຫ້ບໍລິການດ້ານອິນເຕີເນັດ ແລະ ດິຈິຕອນ ພາຍໃນ ສສ ຫວຽດນາມ ແລະ ຕ່າງປະເທດ ເຂົ້າຮ່ວມ ຫຼາຍກວ່າ 400 ຄົນ.

ກອງປະຊຸມ ໃນຄຳຂວັນ “ຍູກແຫ່ງການບຸກລະລຸດ້ວຍການພັດທະນາອຸດສາຫະກຳອິນເຕີເນັດ”, ກ່າວເປີດກອງປະຊຸມ ໂດຍທ່ານ ຫງວຽນ ເຈືອງ ຊາງ (Nguyen Troùng Giang) ຮອງຫົວໜ້າສູນອິນເຕີເນັດ ສສ ຫວຽດນາມ (VNNIC) ທ່ານໄດ້ມີຄໍາເຫັນກ່າວເປີດກອງປະຊຸມ ໂດຍແນ່ໃສ່ການສ້າງອະນາຄົດຂອງອິນເຕີເນັດໃນຫວຽດນາມ ໂດຍການການນຳໃຊ້ຂໍ້ມູນຢ່າງມີປະສິດທິພາບໃນຂອບເຂດຂອງອຸດສາຫະກຳອິນເຕີເນັດ, ຄວາມປອດໄພທາງໄຊເບີ, ການສົ່ງເສີມການຮ່ວມມືລະຫວ່າງຜູ້ຊ່ຽວຊານ ແລະ ການເສີມສ້າງຊຸມຊົນອິນເຕີເນັດໃຫ້ເຂັ້ມແຂງ ເພື່ອສ້າງໂຄງລ່າງພື້ນຖານອິນເຕີເນັດທີ່ຍືນຍົງ, ທັນສະໄຫມ ແລະ ປອດໄພ.

ກອງປະຊຸມ ໄດ້ປຶກສາຫາລຶ ແລະ ນຳສະເໜີ ໃນຫຼາຍຫົວຂໍ້ຄື: ວິ​ທີ​ແກ້​ໄຂ​ສໍາ​ລັບ​ການ​ພັດ​ທະ​ນາອຸດ​ສາ​ຫະ​ກໍາ​ອິນ​ເຕີ​ເນັດ​ - ການ​ເຊື່ອມ​ຕໍ່​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ​ນະ​ວັດ​ຕະ​ກໍາ​ ແລະ ​ການ​ຫັນ​ເປັນ​ດິ​ຈິ​ຕອນ​, ບົດບາດຂອງ ອຸດສາຫະກໍາອິນເຕີເນັດໃນທົ່ວຂະແຫນງການ ແລະ ອຸດສາຫະກໍາ, ການສົ່ງເສີມນະວັດຕະກໍາໂດຍອີງໃສ່ ອຸດສາຫະກໍາອິນເຕີເນັດ, ການກຳນົດມາດຕະຖານ ແລະ ທິດທາງນະໂຍບາຍ ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ, ການ​ປະ​ຕິ​ບັດ​ບັນ​ດາ​ສິ່ງ​ທ້າ​ທາຍ​ຂອງ​ວິ​ສາ​ຫະ​ກິດ​ຫວຽດ​ນາມ, ການຮ່ວມມືສາກົນ ແລະ ທ່າອ່ຽງຂອງໂລກ, ວິໄສທັດ ແລະ ຍຸດທະສາດຂອງອຸດສະຫະກຳອິນເຕີເນັດ, ການພັດທະນາພື້ນຖານໂຄງລ່າງອິນເຕີເນັດ ໃນໄລະຍາຕໍ່ໄປ, ເລກໝາຍອິນເຕີເນັດ ຮຸ່ນທີ 6 (IPv6) ສໍາລັບອິນເຕີເນັດ ແຫ່ງຊັບພະສິ່ງ (IoT), ການນໍາໃຊ້ອິນເຕີເນັດທີ່ເຊື່ອຖືໄດ້ ແລະ ປອດໄພໃນຍຸກອຸດສາຫະກໍາອິນເຕີເນັດ.

ການເຂົ້າຮ່ວມກອງປະຊຸມອິນເຕີເນັດຫວຽດນາມ ປະຈຳປີ 2025 ນີ້ ເຮັດໃຫ້ຜູ້ແທນເຂົ້າຮ່ວມໄດ້ຮຽນຮູ້ບົດຮຽນ, ທິດທາງ ແລະ ແຜນການພັດທະນາ ອຸດສະຫະກຳອິນເຕີເນັດ ຂອງຫວຽດນາມ ກໍ່ຄືຂອງສາກົນ ເພື່ອນຳເອົາບົດຮຽນດັ່ງກ່າວ ມາຄົ້ນຄວ້າປັບໃຊ້ໃນການພັດທະນາອິນເຕີເນັດ ຂອງ ສປປ ລາວ ໃນໄລຍະຕໍ່ໄປ, ພ້ອມກັນນັ້ນ ສູນອິນເຕີເນັດ ກໍ່ຈະໄດ້ກະກຽມເປີດກອງປະຊຸມອິນເຕີເນັດລາວ ປະຈຳປີ 2025 ທີ່ຈະຈັດຂື້ນເປັນຄັ້ງທຳອິດ ເພື່ອເປັນເວທີ ໃຫ້ກັບພາກລັດ, ເອກະຊົນ ທີ່ມີບົດບາດໃນການພັດທະນາອິນເຕີເນັດຂອງລາວ ໄດ້ແລກປ່ຽນບົດຮຽນ ກ້າວໄປສູ່ການຮ່ວມມືທີ່ສ້າງຜົນປະໂຫຍດຕໍ່ການພັດທະນາອິນເຕີເນັດຂອງລາວ ໃນອານາຄົດ.

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day