30/06/2025

ສູນອີນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມ ສໍາມະນາແລກປ່ຽນກ່ຽວກັບໂຄງລ່າງພື້ນຖານດ້ານດີຈີຕອນ ລະຫວ່າງ ສປ. ຈີນ ກັບ ບັນດາປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນລະຫວ່າງວັນທີ 16-26 ມິຖຸນາ 2025 ທີ່ນະຄອນ ສົງຊີ່ງ, ສປ. ຈີນ.
ໃນຕອນເຊົ້າ ຂອງວັນທີ 17 ມີຖຸນາ 2025 ຄະນະຈາກ ສູນອີນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ໄດ້ເຂົ້າຮ່ວມພິທີເປີດ ກອງປະຊຸມສໍາມະນາແລກປ່ຽນກ່ຽວກັບໂຄງລ່າງພື້ນຖານດ້ານດີຈີຕອນ ລະຫວ່າງ ສປ. ຈີນ ກັບ ບັນດາປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຈັດໂດຍ ສູນຂໍ້ມູນຂ່າວສານແຫ່ງຊາດ (State Information Center) ສປ.ຈີນ, ຢູ່ທີ່ ມະຫາວິທະຍາໄລ ໄປສະນີ ໂທລະຄົມມະນາຄົມ ສົງຊີ່ງ (Chongqing University of Post and Telecommunications, CQUPT), ໂດຍການເປັນປະທານກ່າວເປີດຂອງ ທ່ານ ສູ ສຽງ ຫົວໜ້າ ສູນຂໍ້ມູນຂ່າວສານແຫ່ງຊາດ ສປ. ຈີນ ຊຶ່ງທ່ານໄດ້ກ່າວຕ້ອນຮັບ ຜູ້ແທນ ຈາກບັນດາປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະກອບດ້ວຍ ປະເທດລາວ, ຫວຽດນາມ, ໄທ, ກໍາປູເຈຍ ແລະ ມຽນມາ, ລວມທັງໝົດ 29 ທ່ານ. ໃນພີທີດັ່ງກ່າວ ທ່ານ ໄຊສົມຫວັງ ສຸວັນນະວົງ ຮອງຫົວໜ້າສູນອິນເຕີເນັດ ແຫ່ງຊາດ ໄດ້ຕາງໜ້າຜູ້ເຂົ້າຮ່ວມຈາກບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຂຶ້ນປະກອບຄໍາເຫັນເພື່ອສະແດງຄວາມຂອບໃຈ ແລະ ລາຍງານສະພາບໂດຍຫຍໍ້ ການພັດທະນາດ້ານດີຈີຕອນ ໂດຍສະເພາະແມ່ນສະພາບລວມການຫັນເປັນດີຈີຕອນ ຂອງ ສປປ ລາວ.
ທ່ານ ສູ ສຽງ ຫົວໜ້າ ສູນຂໍ້ມູນຂ່າວສານແຫ່ງຊາດ ສປ. ຈີນ ກ່າວຕ້ອນຮັບ ແລະ ເປີດກອງປະຊຸມ
ທ່ານ ໄຊສົມຫວັງ ສຸວັນນະວົງ ຮອງຫົວໜ້າສູນອິນເຕີເນັດ ແຫ່ງຊາດ
ຕາງໜ້າຜູ້ເຂົ້າຮ່ວມຈາກບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຂຶ້ນປະກອບຄໍາເຫັນໃນພິທີເປີດ
ໃນສຳມະນາ, ຜູ້ເຂົ້າຮ່ວມໄດ້ຮັບຟັງການຂຶ້ນບັນຍາຍຂອງຜູ້ຊ່ຽວຊານ ຈາກ ສູນຂໍ້ມູນຂ່າວສານແຫ່ງຊາດ ສປ. ຈີນ ແລະ ພາກສ່ວນຕ່າງໆຈາກ ນະຄອນ ສົງຊິ່ງ ກ່ຽວກັບພັດທະນາ ໂຄງລ່າງພື້ນຖານດີຈີຕອນ, ການພັດທະນາລັດຖະບານດີຈີຕອນ, ການພັດທະນາເສດຖະກິດດີຈີຕອນ, ບັນດາຕົວຢ່າງລະບົບລັດຖະບານດີຈີຕອນ ໃນນະຄອນ ສົງຊີ່ງ, ການພັດທະນາປັນຍາປະດິດ, ການພັດທະນາໂຄງລ່າງພື້ນຖານດ້ານເຕັກໂນໂລຊີດີຈີຕອນ ຂອງ ສປ ຈີນ ແລະ ໄດ້ແລກປ່ຽນແຜນການພັດທະນາໂຄງລ່າງພື້ນຖານ ຂອງ ບັນດາປະເທດແມ່ນໍ້າຂອງ- ແມ່ນໍາ້ລ້ານຊ້າງ.
ການເຄື່ອນໄຫວ ແລະ ເຂົ້າຮ່ວມກອງປະຊຸມ ຢູ່ ນະຄອນ ສົງຊິ່ງ ສປ. ຈີນ ໃນຄັ້ງນີ້, ເປັນໂອກາດອັນດີໃຫ້ແກ່ ສູນອິນເຕີເນັດ ແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການສົ່ງເສີມການຮ່ວມມືສອງຝ່າຍ ລະຫວ່າງ ສປ ຈີນ ແລະ ບັນດາປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທາງດ້ານຂົງເຂດການພັດທະນາໂຄງລ່າງພື້ນຖານດ້ານດີຈີຕອນ, ທັງເປັນການຮັບຮູ້ ບັນດາທິດທາງ, ແຜນນະໂຍບາຍ ວິທີການຮູບແບບການປະຕິຮູບໂຄງລ່າງພື້ນຖານດີຈີຕອນ ແຕ່ອະດີດ ຮອດ ປະຈຸບັນ ໂດຍສະເພາະການຫັນເປັນດິຈິຕອນ ຂອງ ສປ. ຈີນ ເພື່ອນຳມາຜັນຂະຫຍາຍ ແລະ ໝູນໃຊ້ໃນວຽກງານການຫັນເປັນດິຈິຕອນຢູ່ ສປປ ລາວ.