11/06/2025
ໃນຕອນເຊົ້າຂອງ ວັນທີ 6 ມີຖຸນາ ປີ 2025 ທີ່ ສູນອິນເຕີເນັດ ແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດງານສຳມະນາຝຶກອົບຮົມຄວາມຮູ້ພື້ນຖານການນຳໃຊ້ລະບົບ web hosting ໃຫ້ມີຄວາມຮັບປະກັນການບໍລິການ ແລະຄວາມປອດໄພຂອງເວັບໄຊ ໂດຍການເປັນປະທານຂອງ ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດ ແຫ່ງຊາດ ມີຜູ້ຕາງໜ້າເຂົ້າຮ່ວມຈາກບັນດາກະຊວງ, ກົມ, ສູນ, ສະຖາບັນຫຼາຍກວ່າ 30 ທ່ານ ໄລຍະການຝຶກອົບຮົມ ແມ່ນໃຊ້ເວລາເຄີ່ງວັນ.
ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ກໍ່ແມ່ນເພື່ອເປັນການເຜີຍແຜ່, ຍົກລະດັບຄວາມຮູ້ຄວາມສາມາດ ກ່ຽວກັບພື້ນຖານການນໍາໃຊ້ ລະບົບ web hosting (cPanel) ໃຫ້ຜູ້ຄຸ້ມຄອງເວັບໄຊ ສາມາດບໍລິຫານຈັດການ ແລະ ຮັບປະ
ກັນການເຮັດວຽກຂອງເວັບໄຊ ໄດ້ຢ່າງເປັນປົກກະຕິ, ສົ່ງເສີມຄວາມສຳຄັນໃນດ້ານການຮັກສາຄວາມປອດໄພ, ການອັບເດດເວັບໄຊ, ການສຳຮອງ ແລະ ການກູ້ຄືນຂໍ້ມູນຢ່າງມີປະສິດທິພາບ.
ທ່ານ ສົມນຶກ ແກ້ວທະວິໄຊ ຮອງຫົວໜ້າພະແນກ ສູນຂໍ້ມູນແຫ່ງຊາດ ຮັບໜ້າທີ່ເປັນຜູ້ບັນຍາຍໃນການຝຶກອົບຮົມຄັ້ງນີ້ ເຊີ່ງໄດ້ນໍາເອົາບັນດາຫົວຂໍ້ຫຼັກມາແລກປ່ຽນກັບນັກສໍາມະນາກອນ ເປັນຕົ້ນແມ່ນ ມາດຕະການດ້ານຄວາມປອດໄພ,ການສຳຮອງຂໍ້ມູນ ແລະ ການກູ້ຄືນຂໍ້ມູນເປັນຕົ້ນ. ໂດຍໄດ້ມີການສາທິດ ແລະ ໃຫ້ນັກສໍາມະນາກອນ ໄດ້ລົງມືປະບັດຕິບັດຕົວຈິ່ງ ເພືອໃຫ້ກໍາໄດ້ເຖີງວິທີການ ແລະ ຂັ້ນຕອນຕ່າງໆໄດ້ຢ່າງຄົບຖ້ວນ. ບັນດາຜູ້ເຂົ້າຮ່ວມກໍຄືນັກສະມານະກອນແມ່ນໄດ້ໃຫ້ຄວາມສົນໃຈ ແລະ ໃຫ້ຄວາມສໍາຄັນ, ມີການສອບຖາມແລກປ່ຽນໃນຫົວຂໍ້ທີ່ມີຄວາມໜ້າສົນໃຈ ເຮັດໃຫ້ບັນຍາກາດຂອງການເຝິກອົບຮົມເຕັມໄປດ້ວຍບັນຍາກາດຄຶກຄື້ນ.
ໃນຕອນທ້າຍຂອງການຝຶກອົບຮົມ ທ່ານ ມີນາໄຊ ພິລາວົງ ໄດ້ໃຫ້ກຽດມີຄໍາເຫັນ ແລະ ໃຫ້ຄໍາໂອວາດ ພ້ອມທັງກ່າວປິດງານສໍາມະນາຝຶກອໄບຮົມອີກດ້ວຍ ໂດຍທ່ານໄດ້ເນັ້ນໜັກໃຫ້ເຫັນເຖິງຄວາມສຳຄັນ ຂອງການນໍາໃຊ້ເວັບໄຊ ເປັນເຄື່ອງມີໃນການເຜີຍແຜ່ຂໍ້ມູນ, ໂຄສະນາບັນດາບົດຂ່າວ ແລະ ຂໍ້ມມູນຕ່າງໆທີ່ເປັນສາທາລະນະ ແລະ ໃຫ້ເອົາໃຈໃສ່ມາດຕະການດ້ານຄວາມປອດໄຟ, ຄວາມຖືກຕ້ອງຂອງຂໍ້ມູນ, ການສໍາຮອງຂໍ້ມູນ, ການເກັບຮັກສາຂໍ້ມູນ ແລະ ການກູ້ຄືນຂໍ້ມູນ ເຊີ່ງເຫັນວ່າເປັນສິ່ງທີ່ຈໍາເປັນ ແລະ ສໍາຄັນຫຼາຍ ຕໍ່ວຽກງານການຄຸ້ມຄອງເວັບໄຊ. ງານສໍາມະນາຝຶກອົບຮົມແມ່ນໄດ້ປິດສອງ ໄດ້ເວລາ 12:00 ຂອງມືດຽວກັນ
ຂ່າວໂດຍ: ສູນອິນເຕີເນັດ ແຫ່ງຊາດ