ສູນອິນເຕີເນັດ ແຫ່ງຊາດ ສ້າງຂະບວນການປູກຕົ້ນໄມ້ ເພື່ອສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ

05/06/2025

ສູນອິນເຕີເນັດ ແຫ່ງຊາດ ສ້າງຂະບວນການປູກຕົ້ນໄມ້ ເພື່ອສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ

ໃນຕອນເຊົ້າຂອງວັນທີ 02 ມິຖຸນາ 2025 ສູນອິນເຕີເນັດ ແຫ່ງຊາດ ໄດ້ເຂົ້າຮ່ວມພິທີປູກຕົ້ນໄມ້ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ, ທີ່ເຂດຫໍພັກ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ບ້ານດອນຕິ້ວ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ. ໂດຍພາຍໄຕ້ການນຳພາຂອງ ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດ  ແຫ່ງຊາດ ແລະ ທ່ານ ໄຊສົມຫວັງ ສຸວັນນະວົງ ຮອງຫົວໜ້າສູນອິນເຕີເນັດ ແຫ່ງຊາດ, ບັນດາຄະນະພະແນກ ພ້ອມດ້ວຍພະນັກງານຕາງໜ້າຈາກບັນດາພະແນກການພາຍໃນ ສູນອິນເຕີເນັດ ແຫ່ງຊາດ ກໍ່ເຂົ້າຮ່ວມໃນພິທີຄັ້ງນີ້.

ໃນຕອນບ່າຍຂອງວັນດຽວກັນ ທີ່ ສູນອິນເຕີເນັດ ແຫ່ງຊາດ ພາຍໄຕ້ການຊີ້ນຳຂອງຄະນະໜ່ວຍພັກ ສູນອິນເຕີເນັດ ແຫ່ງຊາດ, ບັນດາ 03 ອົງການຈັດຕັ້ງມະຫາຊົນ (ຊາວໜຸ່ມ, ແມ່ຍິງ ແລະ ກຳມະບານ) ກໍ່ໄດ້ສ້າງຂະບວນການປູກຕົ້ນໄມ້ ໃສ່ໃນບໍລິເວນອ້ອມຮອບສະຖານທີ່ຕຶກສຳນັກງານ ແລະ ຕຶກເຕັກນິກ ເຊິ່ງປະກອບມີ ຕົ້ນໄມ້ກິນໝາກ ແລະ ຕົ້ນໄມ້ປະດັບ ຈຳນວນໜຶ່ງ, ການສ້າງຂະບວນການປູກຕົ້ນໄມ້ ໃນຄັ້ງນີ້ກໍ່ເພື່ອເປັນການປູກຈິດສຳນຶກໃຫ້ພະນັກງານທຸກຄົນໄດ້ເຫັນເຖິງຄວາມສໍາຄັນ ແລະ ເອົາໃຈໃສ່ໃນການປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມສວຍສົດງົດງາມ ແລະ ຢືນຍົງ, ເພີ່ມພື້ນທີ່ສີຂຽວໃຫ້ສູງຂຶ້ນ, ສ້າງສະພາບແວດລ້ອມທຳມະຊາດ ໃຫ້ມີຄວາມອຸດົມສົມບູນ ຈິ່ງສາມາດຫຼຸດຜ່ອນມົນລະພິດ ແລະ ຜົນກະທົບຈາກໄພພິບັດທຳມະຊາດ.

ຂ່າວໂດຍ: ສູນອິນເຕີເນັດ ແຫ່ງຊາດ

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day