01/06/2025

ສູນອິນເຕີເນັດ ແຫ່ງຊາດ ຈັດກອງປະຊຸມສໍາມະນາ ການນຳເອົາວິຊາເຕັກນິກລະຫັດຊື່ອິນເຕີເນັດພາສາລາວ ແລະ ຫຼັກການຍອມຮັບສາກົນ ເຂົ້າສູ່ຫຼັກສູດການຮຽນ-ການສອນ (Adapting the technique of Lao language Domain Name and Universal Acceptance (UA) into Academy Curriculum)
ໃນຕອນບ່າຍຂອງວັນທີ 26 ພຶດສະພາ 2025, ທີ່ສູນອິນເຕີເນັດ ແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມສໍາມະນາ ການນຳເອົາວິຊາເຕັກນິກລະຫັດຊື່ອິນເຕີເນັດພາສາລາວ ແລະ ຫຼັກການຍອມຮັບສາກົນ ເຂົ້າສູ່ຫຼັກສູດການຮຽນ-ການສອນ (Adapting the technique of Lao language Domain Name and Universal Acceptance (UA) into Academy Curriculum) ພາຍໃຕ້ກິດຈະກຳຂອງ ຄະນະກຳມະການຂັບເຄື່ອນການຍອມຮັບລະຫັດຊື່ອິນເຕີເນັດທຸກພາສາ (ຫຼື Universal Acceptance Steering Group, UASG) ຮ່ວມກັບອົງການຄຸ້ມຄອງຊັບພະຍາກອນອິນເຕີເນັດ ສາກົນ (ICANN) ໂດຍການເປັນປະທານຮ່ວມຂອງ ທ່ານ ມີນາໄຊ ພິລາວົງ, ຫົວໜ້າສູນອິນເຕີເນັດ ແຫ່ງຊາດ ແລະ ທ່ານ ນາງ ແອນທີນ່າ ຟູ (Athena Foo), ຜູ້ຈັດການວຽກງານພົວພັນ ຂອງອົງການ ICANN ປະຈຳພາກພື້ນອາຊີປາຊີຟິກ, ຊຶ່ງມີຜູ້ເຂົ້າຮ່ວມຕາງໜ້າຈາກອົງການ ICANN, ຈາກບັນດາກົມ ກະຊວງສຶກສາທິການ ແລະ ກິລາ, ມະຫາວິທະຍາໄລແຫ່ງຊາດ, ມະຫາໄລ ແລະ ສະຖາບັນການສຶກສາຕ່າງໆ ຫຼາຍກ່ວາ 30 ທ່ານ .
Universal Acceptance (UA) ຫຼື ການຍອມຮັບໃນສາກົນ, ແມ່ນເງື່ອນໄຂພື້ນຖານທີ່ສຸດ ເພື່ອຈະກ້າວໄປສູ່ຫຼັກການອິນເຕີເນັດແບບສາກົນ ແລະ ຮອງຮັບທຸກພາສາ. ໃນສະຖິຕິປັດຈຸບັນ, ທົ່ວໂລກມີຜູ້ໃຊ້ອິນເຕີເນັດທັງໝົດ ຫຼາຍກົ່ວ 5,7 ຕື້ຄົນ, ເຊິ່ງກວມເອົາ 69% ຂອງປະຊາກອນທົ່ວໂລກ ແລະ ຍັງມີການຄາດຄະເນ ຈະມີການເພີ່ມຂຶ້ນຢ່າງໜ້ອຍ 1 ຕື້ຄົນ ທີ່ຈະເຊື່ອມຕໍ່ເຂົ້າລະບົບອອນລາຍ. ໃນບັນດາຜູ້ຊົມໃຊ້ໃໝ່ນີ້, ສ່ວນໃຫຍ່ ແມ່ນນຳໃຊ້ພາສາອື່ນໆ ທີ່ບໍ່ແມ່ນພາສາອັງກິດ ໃນການປາກເວົ້າ ແລະ ຂີດຂຽນ. ສະນັ້ນ, ການເຮັດໃຫ້ຫຼັກການ UA ສຳເລັດແມ່ນຈະຮັບປະກັນໃຫ້ທຸກໆຄົນ ມີຄວາມອາດສາມາດ ນຳໃຊ້ ແລະ ຮັບຮູ້ເຖິງ ຜົນປະໂຫຍດສູງສຸດ ຂອງການນຳໃຊ້ອິນເຕີເນັດ ໃນການພັດທະນາເສດຖະກິດ ແລະ ສັງຄົມ ໂດຍຜ່ານການນຳໃຊ້ ລະຫັດຊື່ອິນເຕີເນັດ ແລະ ລະຫັດຊື່ອີເມວ ພາສາຕ່າງໆ ທີ່ເໝາະສົມກັບ ວັດທະນະທຳ, ທຸລະກິດ, ພາສາ ແລະ ຕົວອັກສອນ ຂອງຕົນເອງ.
ລະບົບລະຫັດຊື່ອິນເຕີເນັດ ຫຼື Domain Name System (DNS) ແມ່ນມີການຂະຫຍາຍຕົວຢ່າງຫຼວງຫຼາຍ ແລະ ໄວວາ ໃນໄລຍະຜ່ານມາ ໂດຍສະເພາະ ຫຼັງຈາກເປີດນຳໃຊ້ ລະຫັດຊື່ອິນເຕີເນັດສູງສູດທົ່ວໄປແບບໃໝ່ ຫຼື new generic top-level domains, ເປັນຕົ້ນ: ລະຫັດຊື່ອິນເຕີເນັດພາສາທ້ອງຖິ່ນ ຫຼື Internationalized Domain Names (IDNs) ແລະ ລະຫັດຊື່ອິນເຕີເນັດສູງສຸດແຫ່ງຊາດ ຫຼື country code top-level domains (ccTLDs). ໃນວຽກງານດຽວກັນນີ້, ສປປ ລາວ ກໍ່ມີ ລະຫັດຊື່ອິນເຕີເນັດສູງສຸດແຫ່ງຊາດ .LA ນັບຕັ້ງແຕ່ກາງຊຸມປີ 1990 ແລະ ໄດ້ຮັບການໂອນຍ້າຍລະບົບຄຸ້ມຄອງມາຢູ່ນຳ ສູນອິນເຕີເນັດແຫ່ງຊາດ ນັບແຕ່ປີ 2016 ເປັນຕົ້ນມາ. ພ້ອມນັ້ນ ກໍ່ໄດ້ສຳເລັດການເປີດນຳໃຊ້ ລະຫັດຊື່ອິນເຕີເນັດພາສາທ້ອງຖິ່ນ .ລາວ ໃນປີ 2020. ພ້ອມທັງໄດ້ເປັນເຈົ້າການໃນການເຮັດຄົ້ນຄວ້າຮ່ວມກັບກຸ່ມບັນດາປະເທດອາຊຽນ ກ່ຽວກັບສະພາບການນຳໃຊ້ ແລະ ການສົ່ງເສີມ ລະຫັດຊື່ອິນເຕີເນັດພາສາທ້ອງຖິ່ນ ແລະ ການຍອມຮັບໃນສາກົນ. ໃນປີ 2023 ສູນອິນເຕີເນັດແຫ່ງຊາດ ໄດ້ຈັດກອງປະຊຸມສະເຫຼີມສະຫຼອງ ການຍອມຮັບລະຫັດຊື່ອິນເຕີເນັດພາສາລາວ (.ລາວ) ແລະ ທຸກພາສາໃນທົ່ວໂລກ (Celebration of the Universal Acceptance (UA) Day) ແລະ ໃນປີ 2024 ທີ່ຜ່ານມາ, ສູນອິນເຕີເນັດແຫ່ງຊາດ ກໍ່ໄດ້ຈັດກອງປະຊຸມສໍາມະນາ ການສ້າງ ທີ່ຢູ່ຈົດໝາຍເອເລັກໂຕຣນິກ ດ້ວຍລະຫັດຊື່ອິນເຕີເນັດສູງສຸດ ແຫ່ງຊາດ ພາສາທ້ອງຖິ່ນ .ລາວ (UA Adoption: Establishing E-mail address under IDN ccTLD .ລາວ).
ໃນການສະເຫຼີມສະຫຼອງວັນ UA Day ສາກົນ, ໃນປີ 2025 ນີ້ ສູນອິນເຕີເນັດແຫ່ງຊາດ ກໍ່ໄດ້ຈັດງານດັ່ງກ່າວນີ້ຂື້ນ ເພື່ອຮ່ວມສ້າງຈິດສຳນຶກ ແລະ ສົ່ງເສີມການນຳໃຊ້ລະຫັດຊື່ອິນເຕີເນັດ ພາສາທ້ອງຖິ່ນ, ຊຶ່ງໄດ້ຮັບກຽດບັນຍາຍໂດຍ ທ່ານ ທ່ານ ນາງ ແອນທີນ່າ ຟູ (Athena Foo), ຜູ້ຈັດການວຽກງານພົວພັນ ຂອງອົງການ ICANN ປະຈຳພາກພື້ນອາຊີປາຊີຟິກ ແລະ ນຳສະເໜີ 12 ຫຼັກສູດການນຳເອົາວິຊາເຕັກນິກລະຫັດຊື່ອິນເຕີເນັດພາສາລາວ ແລະ ຫຼັກການຍອມຮັບສາກົນ ເຂົ້າສູ່ຫຼັກສູດການຮຽນ-ການສອນ, ໄດ້ຮັບກຽດຂື້ນນຳສະເໜີໂດຍ ທ່ານ ນາງ ພິທິນັນ ຄູອະມອນພັດທະນາ (Pitinan Kooarmornpatana), ຜູ້ອຳນວຍການ ວຽກງານລະຫັດຊື່ອິນເຕີເນັດພາສາທ້ອງຖິ່ນ ຂອງອົງການ ICANN ແລະ ການສົ່ງເສີມລະຫັດຊື່ອິນເຕີເນັດພາສາທ້ອງຖິ່ນ (.ລາວ) ກໍ່ຖືເປັນວຽກງານໜຶ່ງທີ່ມີຄວາມສຳຄັນໃນການຫັນເປັນເສດຖະກິດດິຈິຕອນ. ດັ່ງນັ້ນ ສູນອິນເຕີເນັດແຫ່ງຊາດ ຈຶ່ງໄດ້ຮັບກຽດນຳສະເໜີໂດຍ ທ່ານ ນາງ ສຸວັນນີ ໄຊສົງຄາມ, ຫົວໜ້າພະແນກ ລະຫັດຊື່ອິນເຕີເນັດສຸງສຸດ ແຫ່ງຊາດ, ຜູ້ເຂົ້າຮ່ວມຝຶກອົບຮົມນີ້ ມີບັນດາພະນັກງານ-ຄູອາຈານ ຈາກມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລ ແລະ ສະຖາບັນການສຶກສາຕ່າງໆ.
ຂ່າວໂດຍ: ສູນອິນເຕີເນັດ ແຫ່ງຊາດ