ສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2024 ແລະ ທິດທາງ ແຜນການປະຈຳປີ 2025

08/04/2025

ສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2024 ແລະ ທິດທາງ ແຜນການປະຈຳປີ 2025

ໃນຕອນບ່າຍຂອງວັນທີ 06 ມັງກອນ 2025, ທີ່ຫ້ອງປະຊຸມໃຫຍ່ ສູນອິນເຕີເນັດ ແຫ່ງຊາດ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ມີພິທີ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2024 ແລະ ທິດທາງ ແຜນການປະຈຳປີ 2025 ໂດຍການໃຫ້ກຽດເປັນປະທານຂອງທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແລະ ໃຫ້ທິດໂອ້ລົມພະນັກງານທົ່ວ ສູນອິນເຕີເນັດ ແຫ່ງຊາດ.

ໃນພິທີດັ່ງກ່າວ, ທ່ານ ມີນາໄຊ ພິລາວົງ ຫົວໜ້າ ສູນອິນເຕີເນັດ ແຫ່ງຊາດ ກໍ່ໄດ້ປະກອບຄຳເຫັນ ແລະ ໃຫ້ທິດທາງແຜນການຈັດຕັ້ງປະຕິບັດວຽກງານ ໃນປີ 2025 ຂອງ ສູນອິນເຕີເນັດ ແຫ່ງຊາດ ທີ່ຈະຕ້ອງສູ້ຊົນໃຫ້ສຳເລັດຕາມຄາດໝາຍ.

ແລະ ໃນພິທີທ່ານ ໄຊສົມຫວັງ ສຸວັນນະວົງ ຮອງຫົວໜ້າ ສູນອິນເຕີເນັດ ແຫ່ງຊາດ, ກໍ່ໄດ້ຜ່ານບົດສະຫຼຸບຕີລາຄາ, ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານປະຈຳປີ 2024 ຂອງ ສອຊ ເຊິ່ງລວມມີຜົນສຳເລັດທາງດ້ານການເມືອງແນວຄິດ, ດ້ານວິຊາສະເພາະ, ວຽກງານປິ່ນອ້ອມທີ່ທາງຂັ້ນເທິງມອບໝາຍໃຫ້ຕາມແຕ່ລະໄລຍະ, ນອກນັ້ນຍັງໄດ້ເກັບກຳສະພາບການທີ່ພົ້ນເດັ່ນ ເພື່ອລາຍງານໃຫ້ທາງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຮັບຊາບເປັນແຕ່ລະໄລຍະ.

ພ້ອມດຽວກັນນີ້ ກໍ່ມີຕາງໜ້າຂອງແຕ່ລະພະແນກ ໄດ້ຂື້ນນຳສະເໜີວຽກງານຂອງພະແນກຕົນທີ່ຈັດຕັ້ງປະຕິບັດວຽກສຳເລັດ ໃນປີ 2024 ແລະ ທິດທາງແຜນການໃນ ປີ 2025.

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day